ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກ ANC ປົດ ປ. ຊູມາ ອອກຈາກ ຕຳແໜ່ງ ປະມຸກ ຂອງ ອາຟຣິກາໃຕ້


A lenticular galaxy, L, and the spiral galaxy named UGC 2665, R, lie approximately 350 million light-years from Earth. They both form part of the enormous Perseus galaxy cluster.
A lenticular galaxy, L, and the spiral galaxy named UGC 2665, R, lie approximately 350 million light-years from Earth. They both form part of the enormous Perseus galaxy cluster.

ບັນດາຜູ້ນຳຂອງພັກລັດຖະສະພາແຫ່ງຊາດອາຟຣິກາຫຼື (African National
Congress) ຈະຈັດກອງປະຊຸມຖະແຫຼງຂ່າວ ໃນເຊົ້າວັນອັງຄານມື້ນີ້ ບ່ອນທີ່ພວກ
ເຂົາເຈົ້າຄາດຫວັງວ່າຈະປະກາດກ່ຽວກັບການຕັດສິນໃຈຂອງພວກເຂົາເຈົ້າ ທີ່ຈະປົດ
ທ່ານເຈກັບ ຊູມາ (Jacob Zuma) ປະທານາທິບໍດີທີ່ມີບັນຫານັ້ນ ອອກຈາກການ
ເປັນປະມຸກຂອງປະເທດ.

ອົງການຂ່າວທັງຫຼາຍ ກ່າວວ່າ ເຈົ້າໜ້າທີ່ຂັ້ນສູງຂອງຄະນະກຳມາທິການຂອງພັກ
ANC ໄດ້ຕັດສິນໃນເປີດກອງປະຊຸມປົດທ່ານຊູມາ ໃນຕອນເຊົ້າມືດຂອງວັນອັງຄານ
ຫຼັງຈາກທີ່ໄດ້ມີການປະຊຸມກັນເປັນເວລາ 13 ຊົ່ວໂມງ ທີ່ນະຄອນຫຼວງປຣີໂທເຣຍ. ການຕັດສິນໃຈທີ່ວ່ານີ້ ແມ່ນປາກົດວ່າໄດ້ເປັນທີ່ຮັບເອົາແລ້ວ ຫຼັງຈາກທ່ານ ໄຊຣຽລ ຣາມາໂພຊາ (Cyril Ramaphosa) ປະທານພັກ ANC ໄດ້ພົບປະກັບທ່ານຊູມາ ໃນແລງວັນຈັນວານນີ້ ທີ່ນະຄອນປຣີໂທເຣຍ ໃນຂະນະທີ່ມີການເຈລະຈາກັນຢ່າງ
ຍືດຍາວນັ້ນ. ລາຍງານກ່ອນໜ້ານີ້ຈາກອົງການອອກອາກາດແຫ່ງຊາດ SABC
ໄດ້ກ່າວວ່າ ຄະນະກຳມະການ ໄດ້ໃຫ້ເວລາທ່ານຊູມາ 48 ຊົ່ວໂມງ ເພື່ອລາອອກຈາກ
ຕຳແໜ່ງ.

ບັນດາສະມາຊິກພັກ (ANC) ພາກັນໂຮມຊຸມນຸມປະທ້ວງຢູ່ຂ້າງນອກສູນກາງໃຫຍ່ຂອງພັກ ໃນນະຄອນ ໂຈນາສເບີກ (Johannesburg), ຮຽກຮ້ອງໃຫ້ປະທານາທິບໍດີ ເຈກັບ ຊູມາ (Jacob Zuma) ລົງຈາກອຳນາດ 5 ກຸມພາ 2018.
ບັນດາສະມາຊິກພັກ (ANC) ພາກັນໂຮມຊຸມນຸມປະທ້ວງຢູ່ຂ້າງນອກສູນກາງໃຫຍ່ຂອງພັກ ໃນນະຄອນ ໂຈນາສເບີກ (Johannesburg), ຮຽກຮ້ອງໃຫ້ປະທານາທິບໍດີ ເຈກັບ ຊູມາ (Jacob Zuma) ລົງຈາກອຳນາດ 5 ກຸມພາ 2018.

ການຕັດສິນທີ່ຈະປົດທ່ານຊູມາ ຈາກໜ້າທີ່ນັ້ນ ມີຂຶ້ນ ຫຼັງຈາກໄດ້ມີການເຈລະຈາ
ເປັນເວລານຶ່ງສັບປະດາກັບປະທານາທິບໍດີ ເພື່ອຊັກຊວນໃຫ້ທ່ານລົງຈາກອຳນາດ.

ຄວາມກົດດັນແມ່ນເພີ່ມທະວີຂຶ້ນ ຕໍ່ທ່ານຊູມາ ໄວ 75 ປີ ເພື່ອໃຫ້ອອກຈາກຕຳແໜ່ງ
ນັບຕັ້ງແຕ່ທ່ານຣາມາໂພຊາ ໄດ້ເຂົ້າກຳໜ້າທີ່ເປັນປະທານພັກ ANC ໃນເດືອນທັນວາ
ປີກາຍນີ້ ໂດຍເອົາຊະນະອະດີດພັນລະຍາຂອງປະທານາທິບໍດີ ທ່ານນາງ Noksazana Dlamina-Zuma. ຄວາມວຸ້ນວາຍທາງດ້ານການເມືອງໄດ້ບັງຄັບໃຫ້ມີການຍົກເລີກ
ການກ່າວຄຳປາໄສກ່ຽວກັບສະພາບຂອງປະເທດຊາດປະຈຳປີຂອງທ່ານ ກ່ອນໜ້າ
ກອງປະຊຸມລັດຖະສະພາສອງຝ່າຍ ໃນສັບປະດາແລ້ວນີ້.

ທ່ານຊູມາ ມີກຳໜົດທີ່ຈະລົງຈາກອຳນາດໃນປີໜ້ານີ້. ແນວໂຮມຝ່າຍຄ້ານທີ່ນຳພາ
ໂດຍພັນ ທະມິດເພື່ອປະຊາທິປະໄຕ ແລະພວກນັກຕໍ່ສູ້ເພື່ອເສລີພາບດ້ານເສດຖະກິດ ຫົວອຽງຊ້າຍຈັດ ກ່າວວ່າ ພວກຕົນຈະຮຽກຮ້ອງໃຫ້ຍຸບລັດຖະສະພາ ແລະຈັດໃຫ້ມີ
ການເລືອກຕັ້ງກ່ອນກຳໜົດ ເວລາທ່ານຊູມາ ລົງຈາກອຳນາດນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG