ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ອາຟຣິກາໃຕ້ ເອົາຕົວລອດ ຢ່າງຫວຸດຫວິດ ຈາກການ ລົງມະຕິ ບໍ່ໄວ້ວາງໃຈ


ພວກຜູ້ສະໜັບສະໜູນທ່ານ Zuma ຮ້ອງເຊຍໃນລະຫວ່າງ ການລົງມະຕິບໍ່ໄວ້ວາງໃຈ ຕໍ່ປະທານາທິບໍດີ Jacob Zuma ໃນນະຄອນຫຼວງ Cape Town, ອາຟຣິກາໃຕ້, 8 ສິງຫາ, 2017.
ພວກຜູ້ສະໜັບສະໜູນທ່ານ Zuma ຮ້ອງເຊຍໃນລະຫວ່າງ ການລົງມະຕິບໍ່ໄວ້ວາງໃຈ ຕໍ່ປະທານາທິບໍດີ Jacob Zuma ໃນນະຄອນຫຼວງ Cape Town, ອາຟຣິກາໃຕ້, 8 ສິງຫາ, 2017.

ປະທານາທິບໍດີ ທີ່ຖືກໂຈມຕີ ຂອງ ອາຟຣິກາໃຕ້, ທ່ານ Jacob Zuma ໄດ້ເອົາຕົວ
ລອດຢ່າງຫວຸດຫວິດ ຈາກຄວາມພະຍາຍາມຄັ້ງທີ 8 ເພື່ອປົດທ່ານອອກຈາກຕຳແໜ່ງ
ໃນການລົງມະຕິບໍ່ໄວ້ວາງໃຈໂດຍ ສະພາແຫ່ງຊາດ.

ຫຼັງຈາກການໂຕ້ຖຽງກັນເກືອບ 5 ຊົ່ວໂມງ, ການລົງຄະແນນສຽງ ແລະ ການນັບຄະ
ແນນນັ້ນ, ສະມາຊິກສະພາ 198 ຄົນຂອງຈຳນວນທັງ​ໝົດ 384 ຄົນ ທີ່​ມີໜ້າ ໄດ້ລົງຄະ
ແນນສຽງຄັດຄ້ານ ຕໍ່ຍັດຕິຂອງພັກຝ່າຍຄ້ານເພື່ອຂັບໄລ່ປະທານາທິບໍດີອອກຈາກຕຳ
ແໜ່ງ, ໃນຂະນະທີ່ 177 ຄົນໄດ້ລົງຄະແນນສຽງ ເພື່ອໃຫ້ປົດທ່ານອອກຈາກຕຳແໜ່ງ.
ຍັດຕິນີ້ຕ້ອງການ 201 ຄະແນນສຽງຈຶ່ງຈະຜ່ານ. ສະມາຊິກ 9 ຄົນໄດ້ບໍ່ໄດ້ລົງຄະແນນ
ສຽງໃນລະຫວ່າງ ການປ່ອນບັດລັບ.

ເຖິງແມ່ນສິ່ງນີ້ຈະໝາຍຄວາມວ່າ ທ່ານ Zuma ຈະບໍ່ໄດ້ລົງຈາກຕຳແໜ່ງກໍຕາມ, ແຕ່
ການຄັດຄ້ານຂະໜາດໃຫຍ່ນີ້ ສະແດງໃຫ້ເຫັນເຖິງຄວາມຫຍຸ້ງຍາກອີກສອງສາມເດືອນ
ສຳລັບທ່ານ ໃນຂະນະທີ່ພັກລັດຖະສະພາແຫ່ງຊາດ ອາຟຣິກາ ຫຼື ANC ທີ່ກຳລັງປົກ
ຄອງປະເທດຂອງທ່ານ ໄດ້ກະກຽມທີ່ຈະເລືອກຜູ້ນຳພັກຄົນໃໝ່ໃນເດືອນທັນວານີ້. ພັກ
ANC ໄດ້ສູນເສຍຕົວເມືອງທີ່ສຳຄັນສາມແຫ່ງ ໃນການເລືອກຕັ້ງທ້ອງຖິ່ນຮອບທີ່ຜ່ານ
ມາໃນປີ 2016, ສ່ວນໃຫຍ່ແມ່ນຍ້ອນຄວາມບໍ່ນິຍົມທີ່ເພີ່ມຂຶ້ນຂອງທ່ານ Zuma ຖ່າມ
ກາງຂ່າວລື ກ່ຽວກັບ ການສໍ້ລາດບັງຫຼວງທີ່ໄດ້ຟົດຮ້ອນເປັນເວລາດົນນານ.

ບັນດາສະມາຊິກພັກ ANC ໄດ້ສະເຫຼີມສະຫຼອງໄຊຊະນະດ້ວຍການເຕັ້ນລຳຢູ່ໃນສະ
ພາແຫ່ງຊາດ ແລະ ດ້ວຍການສະເຫຼີມສະຫຼອງຢູ່ດ້ານນອກ. ແຕ່ທັງໆທີ່ພວກເຂົາເຈົ້າ
ຕ່າງກໍຮູ້ສຶກວ່າ ຄວາມຍາກລຳບາກຂອງພັກ ANC ອາດຈະຍັງບໍ່ຈົບລົງກໍຕາມ.

ລັດຖະມົນຕີຕຳຫຼວດທ່ານ Fikile Mbalula ໄດ້ປະກາດຕໍ່ຜູ້ຄົນທີ່ມີຄວາມດີອົກດີໃຈ
ຢູ່ນອກສະພາແຫ່ງຊາດ ໃນນະຄອນຫຼວງ Cape Town ວ່າ “ນີ້ບໍ່ແມ່ນການທົດສອບ
ຄັ້ງທຳອິດ ຫຼື ຄັ້ງສຸດທ້າຍ.”

ການທົດສອບນັ້ນອາດເກີດຂຶ້ນພາຍໃນພັກເອງ, ພັກຝ່າຍຄ້ານກຳບ່ອນນັ່ງໃນສະພາ
ແຫ່ງຊາດ ພຽງແຕ່ 151 ບ່ອນເທົ່ານັ້ນ. ໃນການລົງຄະແນນຄັດຄ້ານ ທີ່ມີເຖິງ 177
ສຽງນັ້ນ, ໝາຍຄວາມວ່າ ສະມາຊິກພັກ ANC ຢ່າງໜ້ອຍຊາວກວ່າຄົນໄດ້ລົງຄະແນນ
ສຽງຄັດຄ້ານຕໍ່ຜູ້ນຳຂອງເຂົາເຈົ້າເອງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

South Africa Zuma
please wait
Embed

No media source currently available

0:00 0:01:32 0:00

XS
SM
MD
LG