ອາຟຣິກາໃຕ້ ໄດ້ເລີ້ມຕົ້ນປະເມີນຜົນເສຍຫາຍການກໍ່ຄວາມຮຸນແຮງ ຕ້ານຄົນເຂົ້າເມືອງ, ຊຶ່ງເຮັດໃຫ້ 10 ຄົນເສຍຊີວິດ, ໄດ້ຮັບບາດເຈັບຫລາຍກວ່ານັ້ນ, ສ້າງຄວາມຢ້ານກົວ, ເຮັດໃຫ້ທຸລະກິດບໍ່ສະດວກ ແລະສາຍພົວພັນລະຫວ່າງບັນດາປະເທດໃນທະວີບອາຟຣິກາມີຄວາມເຄັ່ງຕຶງ, ອີງຕາມຄຳເວົ້າຂອງພວກເຈົ້າໜ້າທີ່ຫລາຍຄົນ.
ຢູ່ໃນການກ່າວຄຳປາໄສຜ່ານໂທລະພາບໃນວັນພະຫັດວານນີ້, ປະທານາທິບໍດີ ຊິຣິລ ຣາມາໂຟຊາ (Cyril Ramaphosa) ໄດ້ປະນາມການໂຈມຕີທີ່ເລີ້ມຕົ້ນຂຶ້ນໃນວັນອາທິດແລ້ວນີ້, ທີ່ຖືກຍຸຍົງໂດຍພວກຂັບລົດຂົນສົ່ງຊາວອາຟຣິກາໃຕ້ ແລະ ຄົນອື່ນທີ່ໃຫ້ຂໍ້ອ້າງວ່າ ພວກຄົນເຂົ້າເມືອງໄດ້ຍາດເອົາໂອກາດທີ່ຈະໄດ້ນໄດ້ວຽກເຮັດງານທຳຈາກພວກທີ່ເກີດຢູ່ໃນປະເທດນັ້ນໄປ. ມີຫລາຍບຸກຄົນຖືກໂຈມຕີ, ບ້ານເຮືອນ, ແລະທຸລະກິດຖືກປຸ້ນສະດົມ ຫລືແມ່ນກະທັ້ງຖືກທຳລາຍ.
"ບໍ່ວ່າຈະມີຄວາມໂກດເຄືອງ ແລະໃຈຮ້າຍ ແລະຄວາມເສຍໃຈຫລາຍປານໃດ ກໍຕາມ ມັນບໍ່ສາມາດໃຊ້ເປັນເຫດຜົນອັນເໝາະສົມໃຫ້ແກ່ການກະທຳທີ່ເປັນການທຳລາຍລ້າງຜານ ແລະກໍ່ອາດຊະຍາກຳເຊັ່ນນັ້ນໄດ້" ນັ້ນຄືຄຳເວົ້າຂອງທ່ານປະທານາທິບໍດີ. ທ່ານກ່າວຕໍ່ໄປວ່າ "ບໍ່ເຫດຜົນໃດໝົດທີ່ຈະເອົາມາໃຊ້ເພື່ອແກ້ຕົວໃຫ້ທຳການໂຈມຕີຕໍ່ບ້ານເຮືອນ ແລະທຸລະກິດຂອງຄົນຕ່າງປະເທດໄດ້, ບໍ່ມີເຫດຜົນໃດທັງນັ້ນ ທີ່ຈະມາໃຊ້ເປັນຂໍ້ແກ້ຕົວໃຫ້ແກ່ການຢ້ານກົວຄົນຕ່າງປະເທດ ຫລື ການບໍ່ຍອມຮັບຄົນທີ່ແຕກຕ່າງຈາກຕົນໄດ້ເລີຍ ບໍ່ວ່າຈະແມ່ນອັນໃດກໍຕາມ.”
ທ່ານ ຣາມາໂຟຊາ (Ramaphosa) ເວົ້າວ່າ ສອງຄົນທີ່ນອນຢູ່ໃນ 10 ຄົນ ທີ່ເສຍຊີວິດນັ້ນ ເປັນຄົນຕ່າງປະເທດ, ແຕ່ວ່າ ທ່ານກໍຈະບໍ່ໄດ້ເປີດເຜີຍໃຫ້ຮູ້ວ່າເຂົ້າເຈົ້າມາແຕ່ປະເທດໃດ. ທ່ານຍັງເວົ້າອີກວ່າ 423 ຄົນໄດ້ຖືກຈັບຢູ່ໃນແຂວງກາວຕັງ (Gauteng) ທາງພາກຕາເວັນອອກສຽງເໜືອຂອງປະເທດຊຶ່ງເປັນບ່ອນທີທັງ ນະຄອນໂຈແຮນເນສເບີກ (Johannesburg) ແລະນະຄອນຫລວງປຣີໂຕເລຍ (Pretoria) ຕັ້ງຢູ່.
ການກໍ່ຄວາມຮຸນແຮງຢູ່ໃນປະເທດອາຟຣິກາໃຕ້ ປາກົດວ່າ ໄດ້ຖົດຖອຍລົງໃນວັນພະຫັດວານນີ້ ໂດຍທີ່ມີການລາດຕະເວນຂອງຕຳຫລວດໃນການເຕືອນໄພໃນລະດັບສູງຢູ່ໃນຕົວເມືອງຕ່າງໆ.
ແຕ່ວ່າ ສາທາລະນະປະຊາທິປະໄຕຄອງໂກນັ້ນ, ຜູ້ຄົນໄດ້ທັບປ່ອງຢ້ຽມຂອງຫ້ອງການກົງສູນ ຂອງປະເທດອາຟຣິກາໃຕ້ ແລະລັກເອົາເຄື່ອງຂອງໃນຫ້າງຮ້ານຕ່າງໆ ຢູ່ໃນ ເມືອງລູບຳບາຊີ (Lubumbashi) ແລະທຳການປະທ້ວງຢູ່ນອກສະຖານທູດຂອງປະເທດດັ່ງກ່າວໃນນະຄອນຫລວງກິນຊາຊາ (Kinshasa), ອີງຕາມລາຍງານຂອງອົງການຂ່າວ AFP ຂອງຝຣັ່ງ.