ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫພ ອາຟຣິກາ ວ່າ ການເລືອກຕັ້ງ ຢູ່ຊິມບັບເວ ເສລີແລະ ໜ້າເຊື່ອຖື (ວີດິໂອ/ສະໄລດ໌)


ຜູ້ຍິງຄົນນຶ່ງອູ້ມລູກໄປປ່ອນບັດຢູ່ສະຖານທີ່ປ່ອນບັດເລືອກຕັ້ງ ໃນເມືອງ Domboshava, ຫ່າງຈາກນະຄອນ Harare ປະມານ 45 km ໃນວັນທີ 31 ກໍລະກົດ 2013
ຜູ້ຍິງຄົນນຶ່ງອູ້ມລູກໄປປ່ອນບັດຢູ່ສະຖານທີ່ປ່ອນບັດເລືອກຕັ້ງ ໃນເມືອງ Domboshava, ຫ່າງຈາກນະຄອນ Harare ປະມານ 45 km ໃນວັນທີ 31 ກໍລະກົດ 2013
ສະຫະພາບອາຟຣິກາ ຫລື AU ໄດ້ປະກາດວ່າ ການເລືອກ
ຕັ້ງປະທານາທິບໍດີຂອງ Zimbabwe “ແມ່ນດຳ​ເນີນໄປ
ແບບເສລີ ແລະໜ້າເຊື່ອຖື” ແຕ່ຕ້ອງການຢາກໄດ້ຮັບ
ຂໍ້ມູນ​ເພີ້ມຕື່ມ ກ່ຽວ​ກັບລາຍງານການເຮັດຜິດລະບຽບ.

ທ່ານ Olusegun Obasanjo ທີ່ນໍາພາຄະນະນັກສັງເກດ
ການເລືອກຕັ້ງຂອງ AU ກ່າວໃນ ວັນສຸກມື້ນີ້ວ່າ “ມີເຫດການ
ທີ່ໜ້າຈະສາມາດຫລີກລ່ຽງໄດ້ ແລະແມ່ນກະທັ້ງຮູ້ສຶກວ່າ ເປັນການ ລະເມີດຕໍ່ກົດໝາຍ.”

ທ່ານ Obasanjo ເວົ້າວ່າ ທີມງານຂອງທ່ານໄດ້ສັງເກດເຫັນ
ຄົນໄປປ່ອນບັດຈໍານວນນຶ່ງທີ່ຖືກບອກວ່າບໍ່ໃຫ້ປ່ອນບັດ ເມື່ອໄປເຖິງສະຖານທີ່ປ່ອນບັດ​
ແລ້ວ. ແຕ່ທ່ານກໍເວົ້າວ່າ ທ່ານບໍ່ເຊື່ອວ່າເຫດການອັນນີ້ ມີຢ່າງແຜ່ຫລາຍພໍທີ່ຈະສົ່ງຜົນ
ກະທົບຕໍ່ຜົນການລົງຄະແນນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

Zimbabwe Election
please wait
Embed

No media source currently available

0:00 0:00:55 0:00


ພັກຂອງທ່ານ Robert Mugabe, ປະທານາທິບໍດີທີ່ດໍາລົງຕໍາແໜ່ງມາເປັນເວລາດົນ ນານນັ້ນ ໄດ້ອ້າງເອົາໄຊ​ຊະນະ ​ໃນການເລືອກໃນວັນພຸດຜ່ານມາ ເຖິງແມ່ນວ່າ ຍັງບໍ່ມີ
ການ​ປະກາດຜົນການເລືອກຕັ້ງຢ່າງເປັນທາງການກໍຕາມ.

ສ່ວນຄູ່ແຂ່ງຂອງທ່ານ, ນາຍົກ​ລັດຖະມົນຕີ Morgan Tsvangirai ໃນວັນພະຫັດວານ
ນີ້ເອີ້ນການລົງຄະແນນສຽງວ່າ:

“ນີ້ເປັນການເລືອກຕັ້ງທີ່ຈອມປອມ ທີ່ບໍ່ໄດ້ສະທ້ອນໃຫ້ເຫັນເຖິງຄວາມ ປາດ
ຖະໜາຂອງ ປະຊາຊົນ.


ເບິ່ງວີດິໂອກ່ຽວກັບຂ່າວນີ້ອີກເລື້ອງນຶ່ງ:




ສ່ວນຢູ່ກຸງວໍຊິງຕັນນັ້ນ ກະຊວງການຕ່າງປະເທດສະຫະລັດກ່າວວ່າ ລາຍງານເບື້ອງຕົ້ນ ສະແດງໃຫ້ເຫັນວ່າ ບັນຍາກາດໃນການເລືອກຕັ້ງ​ແມ່ນ​ດຳ​ເນີນ​ໄປ​ດ້ວຍຄວາມສະຫງົບ.
ແຕ່ຢ່າງ ໃດກໍຕາມທ່ານນາງ Marie Harf ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ສະຫະລັດ ກ່າວໃນ
ວັນພະຫັດ ວານນີ້ວ່າ ມັນຍັງໄວເກີນໄປທີ່ຈະເວົ້າໄດ້ວ່າ ການລົງຄະແນນສຽງ ມີ​ຄວາມ​ຍຸຕິທໍາ. ທ່ານນາງ ກ່າວວ່າ:

ບັດນີ້ການທົດສອບທີ່ສໍາຄັນທີ່ສຸດກໍຄື ການປ່ອນບັດໄດ້ດໍາເນີນໄປແບບມີ
ຄວາມໜ້າເຊື່ອຖືໄດ້ ແລະມີຄວາມໂປ່ງໃສຫລືບໍ່ ແລະຜົນອອກມາແມ່ນ
ສະທ້ອນໃຫ້ເຫັນ ເຖິງຄວາມປາດຖະໜາ ຂອງປະຊາຊົນ Zimbabwe ຢ່າງແທ້ຈິງຫລືບໍ່.”

ປະມວນພາບກ່ຽວກັບການເລືອກຕັ້ງຢູ່ຊິມບັບເວ:


XS
SM
MD
LG