ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວຊິມບັບເວ ອົດໃຈ ລໍຖ້າຟັງ ການຕັດສິນ ຂອງສານຕໍ່ຜົນ ການເລືອກຕັ້ງ ປະທານາທິບໍດີ


Zimbabwe Holds Breath as Presidential Poll Challenge Delays Inauguration
please wait

No media source currently available

0:00 0:02:48 0:00

ເຊີນຊົມ ວີດີໂອ

ປະເທດ ຊິມບັບເວ ກຳລັງຢູ່ໃນສະພາບເຄັ່ງຕຶງ ໂດຍບໍ່ມີການເໜັງຕິງ ໃນຂະນະທີ່
ປະເທດດັ່ງກ່າວ ລໍຖ້າຟັງຜົນການທ້າທາຍທາງດ້ານກົດໝາຍ ຕໍ່ການເລືອກຕັ້ງ
ປະທານາທິບໍດີ ເມື່ອເດືອນແລ້ວນີ້ ເຊິ່ງເປັນຄັ້ງທຳອິດ ໃນຫຼາຍສິບປີ ໂດຍປາດສະ
ຈາກຜູ້ນຳ ທ່ານໂຣເບີດ ມູກາເບ ທີ່ປົກຄອງປະເທດມາໄດ້ດົນນານ ລົງສະໝັກແຂ່ງຂັນ.

ປະເທດດັ່ງກ່າວ ໄດ້ເລີ້ມຈັດການເລືອກຕັ້ງທົ່ວໄປ ເມື່ອເດືອນແລ້ວນີ້ ໂດຍມີຄວາມ
ຫວັງທີ່ຍິ່ງໃຫຍ່ -- ເຖິງແມ່ນວ່າ ຜູ້ນຳຂອງພັກທີ່ປົກຄອງປະເທດ ໃນປັດຈຸບັນ ແລະ
ປະທານາທິບໍດີ ເອັມເມີສັນ ເອັມນັງກາວາ ໄດ້ຊັກຊວນໃຫ້ມີປ່ຽນແປງ ອັນເປັນຈຸດ
ສູນກາງ ຂອງການໂຄສະນາຫາສຽງ ຂອງທ່ານ ກໍຕາມ.

ທ່ານ ເອັມນັງກາວາ ໄດ້ເປັນຜູ້ຊະນະຢ່າງເປັນທາງການ ໃນການລົງຄະແນນສຽງ ເມື່ອ
ວັນທີ 30 ກໍລະກົດ ໂດຍໄດ້ຮັບຄະແນນສຽງ 50.8 ເປີເຊັນ ແຕ່ການເຂົ້າຮັບຕຳແໜ່ງ
ຂອງທ່ານນັ້ນ ໄດ້ຖືກເລື່ອນອອກໄປຢ່າງບໍ່ມີກຳນົດ ຍ້ອນການຟ້ອງຮ້ອງຕໍ່ສານ. ກຸ່ມ
ພັນທະມິດຝ່າຍຄ້ານ ພັກຂະບວນການເພື່ອການປ່ຽນແປງສູ່ປະຊາທິປະໄຕ ຫຼື MDC
ໄດ້ກ່າວວ່າ ຜູ້ສະໝັກຂອງຕົນ ຄື ທ່ານ ແນລສັນ ຊຈາມີຊາ ຜູ້ທີີ່ໄດ້ຮັບຄະແນນສຽງ
ຢ່າງເປັນທາງການ 44 ເປີເຊັນ ແທ້ຈິງແລ້ວ ໄດ້ຊະນະການເລືອກຕັ້ງ.

ທ່ານ ທາບານີ ເອັມໂປຟູ ທະນາຍຄວາມ ຂອງ ພັກ MDC ໄດ້ກ່າວຢູ່ທີ່ສານເມື່ອວັນສຸກ
ຜ່ານມານີ້ ວ່າ “ພວກເຮົາ ຢາກຈະປະກາດ ໃນເຫດຜົນທີ່ວ່າ ການເລືອກຕັ້ງປະທານາ
ທິບໍດີ ແມ່ນບໍ່ໄດ້ດຳເນີນໄປຢ່າງຖືກຕ້ອງ ບໍ່ໄດ້ດຳເນີນໄປຕາມຂໍ້ກຳນົດ ຂອງລັດຖະ-
ທຳມະນູນ ບໍ່ໄດ້ດຳເນີນໄປ ຕາມຂໍ້ກຳນົດ ຂອງກົດໝາຍວ່າດ້ວຍການເລືອກຕັ້ງ
ບໍ່ໄດ້ດຳເນີນໄປ ຕາມຂໍ້ກຳນົດ ຂອງມາດຕະຖານ ຄວາມເປັນທຳ ຄວາມໂປ່ງໃສ
ແລະຄວາມຮັບຜິດຊອບ.”

ບັນດາຜູ້ສັງເກດການສາກົນ ໄດ້ຍົກຍ້ອງການເລືອກຕັ້ງເປັນໄປດ້ວຍຄວາມສັນຕິ ແຕ່ກໍ
ໄດ້ສະແດງຄວາມເປັນຫ່ວງຫຼາຍປະການ ກ່ຽວກັບບັນຍາກາດ ຫ້ອມລ້ອມການເລືອກຕັ້ງ
ແລະ ການໂຄສະນາຫາສຽງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG