ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊິມບັບເວ ລົງຄະແນນສຽງ ໃນການເລືອກຕັ້ງ ຄັ້ງທຳອິດ ໃນຮອບ 38 ປີ


ປະຊາຊົນ ຊິມບັບເວ ລຽນແຖວເພື່ອປ່ອນບັດລົງຄະແນນສຽງ
ໃນການເລືອກຕັ້ງທົ່ວໄປ ຂອງປະເທດ. ນະຄອນຫຼວງ ຮາຣາເຣ, ປະເທດ ຊິມບັບເວ. 30 ກໍລະກົດ, 2018.
ປະຊາຊົນ ຊິມບັບເວ ລຽນແຖວເພື່ອປ່ອນບັດລົງຄະແນນສຽງ ໃນການເລືອກຕັ້ງທົ່ວໄປ ຂອງປະເທດ. ນະຄອນຫຼວງ ຮາຣາເຣ, ປະເທດ ຊິມບັບເວ. 30 ກໍລະກົດ, 2018.

ບັນດາຜູ້ລົງຄະແນນສຽງໃນປະເທດ ຊິມບັບເວ ກຳລັງເລືອກເອົາປະທານາທິບໍດີຄົນ
ໃໝ່ໃນວັນຈັນມື້ນີ້ ໃນການເລືອກຕັ້ງຄັ້ງທຳອິດ ໃນຮອບ 38 ປີ ໂດຍປາສະຈາກຊື່ຜູ້
ນຳ ທີ່ປົກຄອງປະເທດມາດົນນານ ທ່ານ ໂຣເບີດ ມູກາເບ ຢູ່ບັດເລືອກຕັ້ງໃນຖານະ
ເປັນຫົວໜ້າຂອງພັກ ZANU-PF.

ທ່ານ ມູກາເບ, ອາຍຸ 94 ປີ ໄດ້ລາອອກຈາກຕຳແໜ່ງ ໃນເດືອນພະຈິກ ປີກາຍນີ້ ພາຍ
ໃຕ້ຄວາມກົດດັນຈາກກອງທັບ. ຜູ້ທີ່ເປັນຮອງຂອງທ່ານມາດົນນານ, ທ່ານ ເອັມເມີສັນ
ເອັມນັນກາກວາ, ອາຍຸ 75 ປີ, ໄດ້ເຂົ້າດຳລົງຕຳແໜ່ງແທນ ແລະ ກໍໄດ້ເປັນນຶ່ງໃນບັນ
ດາຜູ້ລົງແຂ່ງຂັນໃນການເລືອກຕັ້ງ ພ້ອມກັບຫົວໜ້າຄົນໃໝ່ຂອງພັກຝ່າຍຄ້ານ ທີ່
ໃຫຍ່ທີ່ສຸດ, ທ່ານ ແນລສັນ ຈາມີຊາ ອາຍຸ 40 ປີ.

ກ່ອນການລົງຄະແນນສຽງນັ້ນ, ເມື່ອວັນອາທິດວານນີ້ ທ່ານ ມູກາເບ ໄດ້ເວົ້າໃຫ້ພັກ
ZANU-PF, ເຊິ່ງແມ່ນພັກທີ່ທ່ານໄດ້ກໍ່ຕັ້ງຂຶ້ນວ່າ ເຂົາ ເຈົ້າບໍ່ໄດ້ຮັບການສະໜັບສະ
ໜູນຈາກທ່ານ.

ທ່ານ ມູກາເບາ, ຜູ້ທີ່ໄດ້ເຊື້ອເຊີນບັນດານັກຂ່າວໄປຄະລືຫາດຫຼັງຄາ ສີຟ້າຂອງທ່ານ
ໃນເຂດຄົນຮັ່ງມີຢູ່ນອກນະຄອນຫຼວງ ຮາຣາເຣ ກ່າວວ່າ “ຂ້າພະເຈົ້າບໍ່ສາມາດລົງຄະ
ແນນສຽງໃຫ້ຜູ້ທີ່ໄດ້ສ້າງຄວາມ ເຈັບປວດໃຫ້ຂ້າພະເຈົ້າ.” ທ່ານໄດ້ເວົ້າຊ້າໆ ແຕ່ບໍ່
ໄດ້ຖືກລົບກວນ, ເປັນເວລາດົນກວ່າສອງຊົ່ວໂມງ, ໃນຂະນະທີ່ຜູ້ຊ່ວຍຂອງທ່ານໄດ້
ແຊກ ເຂົ້າໄປບາງຄັ້ງບາງຄາວ ເພື່ອປະຄອງຮ່າງກາຍຂອງທ່ານທີ່ເລື່ອນລົງໃສ່ເບາະ
ທີ່ເປັນລາຍເສືອ.

ເມື່ອຖືກຖາມໂດຍກົງວ່າ ທ່ານຈະເລືອກໃຜໃນການເລືອກຕັ້ງໃນວັນ ຈັນມື້ນີ້, ທ່ານ
ມູກາເບ ບໍ່ໄດ້ໃຫ້ຄຳຕອບ.

ທ່ານ ມູກາເບ ເວົ້າວ່າ “ຂ້າພະເຈົ້າບໍ່ສາມາດລົງຄະແນນສຽງໃຫ້ພັກ ZANU-PF. ຂ້າ
ພະເຈົ້າບໍ່ສາມາດລົງຄະແນນສຽງໃຫ້ຜູ້ທີ່ໄດ້ເຮັດໃຫ້ ຂ້າພະເຈົ້າຕົກຢູ່ໃນສະພາບແບບ
ນີ້.”

ທ່ານໄດ້ເວົ້າໂດຍປະຕິເສດຜູ້ລົງແຂ່ງຂັນຄົນອື່ນໆຫຼາຍຄົນວ່າ “ຂ້າພະ ເຈົ້າຍັງໄດ້ເວົ້າ
ວ່າ, “ທ່ານ ມາ ຈອຍສ ມູຈູຣູ (Ma Joice Mujuru) ກັບ ທ່ານ ມາ ໂທໂກຊານີ ຄູເປ
(Ma Thokozani Khupe) ແມ່ນບໍ່ມີຫຍັງຕ້ອງຄາດຫວັງນຳຫຼາຍ. ສະນັ້ນມັນຈຶ່ງມີ
ແຕ່ທ່ານ ຈາມີຊາ ເຫຼືອຢູ່.

ທ່ານ ມູກາເບ ໄດ້ກ່າວປະນາມພັກຂອງທ່ານທັງໂດຍກົງ ແລະ ທາງອ້ອມ ແລະ ຜູ້ນຳ
ຄົນໃໝ່ຂອງເຂົາເຈົ້າ, ໂດຍເວົ້າວ່າ “ມັນເປັນການກໍ່ລັດຖະປະຫານທີ່ຮອບຄອບ ທີ່
ໄດ້ເຮັດໃຫ້ທ່ານເສຍອຳນາດ. ທ່ານໄດ້ ຕຳໜິ ກ່ຽວກັບ ການປະຕິບັດຕໍ່ທ່ານໃນ 7
ເດືອນທີ່ຜ່ານມາວ່າ ບັນດາສະມາຊິກຄອບຄົວ ໄດ້ຖືກຮາວີລົບກວນ ແລະ ໄດ້ຖືກຂົ່ມ
ຂູ່, ແລະ ໄດ້ຈົ່ມວ່າເບ້ຍບຳນານລັດຖະບານຂອງທ່ານມີມູນຄ່າເຖິງ 460,000 ໂດລາ
ກັບ ເຮືອນສອງຫຼັງ. ຄະລືຫາດຂອງທ່ານທີ່ຖືກສ້າງຂຶ້ນໂດຍ ຈີນ, ເຊິ່ງສາມາດລະບຸ
ໄດ້ ວ່າເປັນຫຼັງຄາສີຟ້າທີ່ມີຮູບຊົງແບບວັດນັ້ນ, ທ່ານໄດ້ເວົ້າວ່າ ກຳລັງຈະພັງລົງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG