ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ​ທີ່​ຖືກ​ເລືອ​ກ​ໃໝ່ ຂອງ ຊິມບັບເວ ຮຽກຮອ້ງໃຫ້ ສາມັກຄີກັນ ແຕ່ຄູ່ແຂ່ງ ຄັດຄ້ານ ຜົນການເລືອກຕັ້ງ


ທ່ານແນລສັນ ​ຈຊາມີຊາ ຜູ້ນຳພັກຂະບວນການ ເພື່ອການປ່ຽນ​ແປງ​ ໃຫ້ເປັນປະຊາທິປະ​ໄຕ.
ທ່ານແນລສັນ ​ຈຊາມີຊາ ຜູ້ນຳພັກຂະບວນການ ເພື່ອການປ່ຽນ​ແປງ​ ໃຫ້ເປັນປະຊາທິປະ​ໄຕ.

ປະທານາທິບໍດີ ​ທີ່ຫາກໍ​ຖືກ​ເລືອ​ກ​ໃໝ່​ ຂອງ​ປະ​ເທດ​ຊິມ​ເບ​ບ​ເວ ທ່ານເອັມ​ເມີຣສັນ ເອັມ
ນັງກາ​ວາ ​ໄດ້​ຮຽກຮ້ອງໃຫ້ ​ປະ​ເທດສາມັກຄີກັນ ນຶ່ງ​ມື້​ຫຼັງ​ຈາກ​ທ່ານ​ໄດ້ຖືກ ​ປະກາດໃຫ້
​ເປັນ​ຜູ້​ຊະນະການເລືອກຕັ້ງ ​ຢ່າງ​ວຸດ​ວິດ​ ໃນ​ຂະນະ​ທີ່ ​ຜູ້ນຳ​ຝ່າຍ​ຄ້ານ​ກ່າວ​ວ່າ ການ
ເລືອກຕັ້ງນັ້ນ ເປັນການສໍ້ໂກງ ​ແລະ​ໄດ້​ປະຕິຍານວ່າ ຈະ​ທ້າ​ທາຍ​ຕໍ່​ຜົນການ​ເລືອກ​ຕັ້ງ
ຕໍ່ໄປ.

ທັງ​ ທ່ານ ​ເອັມນັງກາ​ວາ ​ແລະ​ຜູ້ນຳ​ຝ່າ​ນຄ້ານ ​ທ່ານ​ແນລ​ສັນ ຈຊາ​ມິີຊາ ໄດ້ຈັດກອງ​ປະ
ຊຸມ​ຖະແຫລງຂ່າວ ຢູ່ໃນນະຄອນຫຼວງ ​ຮາຣາ​ເຣ ເມື່ອວັນ​ສຸກ​ວານ​ນີ້ ໂດຍທັງສອງທ່ານ
ອ້າງ​ວ່າ​ ພວກ​ເຂົາ​ເຈົ້າ​ ຊະນະ​ການ​ເລືອກ​ຕັ້ງ ເຊິ່ງເປັນການ​ເລືອກຕັ້ງຄັ້ງທຳ​ອິດ ​ນັບ​ແຕ່​
ຜູ້ນຳ​ ທ່ານ​ໂຣ​ເບີດ ມູກາ​ບີ ທີ່​ປົກຄອງປະເທດມາເປັນເວລາຍາວ​ນານ ​ໄດ້​ຖືກປົດອອກ
ຈາກ​ອໍານາດ.

ຄະນະ​ກຳມະ​ການ​ເລືອກ​ຕັ້ງ​ ກ່າວ​ວ່າ ທ່ານ​ເອັມນັງກາ​ວາ ​ໄດ້ຮັບ​ 50.8 ​ເປີ​ເຊັນ ​ຂອງ​
ການ​ລົງ​ຄະ​ແນນ​ສຽງ ​ໃນ​ຂະນະ​ທີ່​ ທ່ານ​ ຈຊາ​ມີຊາ​ ໄດ້​ຮັບ 44.3 ​ເປີ​ເຊັນ. ​ເພາະວ່າ​
ທ່ານ​ເອັມນັງກາ​ວາ ​ໄດ້​ຮັບຄະແນນສຽງເກີນ 50 ​ເປີ​ເຊັນ​ຂອງ​ການ​ລົງ​ຄະ​ແນນ​ສຽງ
ທ່ານ​ຈຶ່ງຫລີກ​ລ່ຽງ ການເລືອກ​ຕັ້ງຂັ້ນຊີ້ຂາດ​.

ທ່ານ​ເອັມນັງກາ​ວາ ​ໄດ້​ປະກາດ​ໃນ​ວັນ​ສຸກ​ມື້​ນີ້​ທີ່​ຈະ​ເປັນ​ປະທານາທິບໍດີ​ ຂອງຊາວ
​ຊິ​ມບັບ​ເວ​ ທັງ​ໝົດ ​ແລະ​ກ່າວ​ວ່າ ທ່ານ​ຈຊາ​ມີຊາ ​ຈະ​ມີ​ບົດບາດອັນສຳຄັນ ທີ່​ຈະໄດ້
ປະຕິບັດ​ ​ໃນ​ອະນາ​ຄົດ​ ຂອງ​ຊິ​ມບັບ​ເວ.

ທ່ານ​ຈຊາມີຊາ ກ່າວ​ວ່າ ພັກຂະບວນການ ເພື່ອປ່ຽນ​ແປງ​ ໃຫ້ເປັນປະຊາທິປະ​ໄຕ
ຢາກໃຫ້ “ມີການ​ປະກາດຜົນ​ທີ່​ຖືກຕ້ອງ.”

ທ່ານ​ກ່າວ​ວ່າ “ພວກ​ເຮົາ​ຈະ​ບໍ່​ຮັບເອົາ​ສິ່ງ​ທີ່​ບໍ່​ມີຄວາມ​ຈິງ​ນີ້.”

ທ່ານ ຈ​ຊາ​ມີຊາ​ ຍັງ​ໄດ້​ປະນາມ​ການ​ສັງຫານ​ຫົກ​ຄົນ ຢູ່​ທີ່ ການ​ປະ​ທ້ວງ​ຂອງຝ່າຍ​ຄ້ານ ໃນສັບປະດາ​ນີ້ ​ແລະ​ກ່າວ​ວ່າ​ພວກ​ເຈົ້າ​ໜ້າ​ທີ່ ​ສົມຄວນເປັນ​ຜູ້​ຕ້ອງຮັບ​ຜິດ​ຊອບ.

ພວກປະທ້ວງ ຈາກພັກຂະບວນການ ເພື່ອການປ່ຽນ​ແປງ​ ໃຫ້ເປັນປະຊາທິປະ​ໄຕ ຮຽກຮ້ອງໃຫ້ຄະນະກຳການເລືອກຕັ້ງ ເຜີຍແຜ່ຂໍ້ມູນການປ່ອນບັດເລ້ອກຕັ້ງ.
ພວກປະທ້ວງ ຈາກພັກຂະບວນການ ເພື່ອການປ່ຽນ​ແປງ​ ໃຫ້ເປັນປະຊາທິປະ​ໄຕ ຮຽກຮ້ອງໃຫ້ຄະນະກຳການເລືອກຕັ້ງ ເຜີຍແຜ່ຂໍ້ມູນການປ່ອນບັດເລ້ອກຕັ້ງ.

ທ່ານ​ເມັມນັງ​ກາ​ວາ ​ໄດ້ຮຽກ​ຮ້ອງ ໃນວັນ​ສຸກວານນີ້​ ໃຫ້​ມີ​ການ​ສືບສວນທີ່ເປັນ ອິດສະຫຼະ
​ໃນ​ຄວາມ​ຮຸນ​ແຮງ​ຂອງ​ການ​ເລືອກ​ຕັ້ງ ​ທີ່​ໄດ້​ເລີ້ມຂຶ້ນ ໃນເວລາທີ່​ມີ​ພວກ​ຜູ້​ສະ​ໜັບສະ​ໜູນ
ທ່ານ​ຊາ​ຊິ​ສຊາ ຫຼາຍ​ຮ້ອຍ​ຄົນ​ ທີ່​ໂກ​ດ​ແຄ້ນ​ຕໍ່ຜົນການ​ເລືອກ​ຕັ້ງ​ ໄດ້​ຖືກເລື່ອນອອກໄປ ​ພາກັນແກ​ວ່ງ​ກ້ອນ​ຫີນ​ໃສ່​ຕຳ​ຫຼວດຢູ່​ນອກ​ຫ້ອງການ​ໃຫຍ່​ຄະນະ​ກຳມະການ​ໃນ​ວັນ​ພຸດ​ທີ່
​ຜ່ານ​ມາ.

ຕຳ​ຫຼວດ​ໄດ້​ຕອບ​ໂຕ້​ໂດຍ​ແກັສນໍ້າຕາ ​ແລະ​ປືນ​ນໍ້າ. ທະຫານ​ໄດ້​ຖືກ​ຮ້ອງເຂົ້າ​ມາ ​ແລະ
​ພວກ​ເຫັນ​ເຫດການ​ກ່າວ​ວ່າ ທະຫານ​ໄດ້​ຕີ ​ແລະ​ຍິງ​ໃສ່​ພວກ​ເດີນ​ຂະ​ບວນ ​ເຮັດ​ໃຫ້​ຫົກ​
ຄົນ​ເສຍ​ຊີວິດ ​ແລະ 14 ຄົນ​ໄດ້​ຮັບ​ບາດ​ເຈັບ.

ຕຳຫຼວດອັດທາງຢູ່ຫ້ອງການ ຄະນະກຳມະການເລືອກຕັ້ງ ໃນ ຊິມບັບເວ ວັນທີ 1 ສິງຫາ 2018.
ຕຳຫຼວດອັດທາງຢູ່ຫ້ອງການ ຄະນະກຳມະການເລືອກຕັ້ງ ໃນ ຊິມບັບເວ ວັນທີ 1 ສິງຫາ 2018.

ທ່ານ​ມັນ​ກາ​ວາ ກ່າວ​ວ່າຄວາມ​ຮຸນ​ແຮງ​ໄດ້​ເປັນທີ່ “​ໂຊກ​ບໍ່​ດີ.”

ສະຫະລັດ​ກ່າວໃນ​ວັນ​ສຸກ​ມື້​ນີ້​ວ່າ ຕົນ​ໄດ້​ທົບ​ທ​ວນ​ເບິ່ງ​ຜົນ​ການ​ເລືອກ​ຕັ້ງ​ຂອງ​ຊິ​ມເບ​ບ
​ເວ ​ແລະ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ຜູ້ນຳ​ການ​ເມືອງ “ສະ​ແດງ​ເຖິງ​ການ​ຮັບ​ເອົາ​ໄຊຊະນະ ​
ແລະ​ປະລາ​ໄຊ​ຢ່າງ​ພໍ​ໃຈ.” ກະຊວງ​ຕ່າງປະ​ເທດ​ສະຫະລັດ ກ່າວ​ວ່າ ຕົນ​ຈະ​ດຳ​ເນີນ​
ການ​ທົບ​ທວນ​ຂໍ້​ມູນ​ກ່ອນ​ເຮັດ "​ການຊັງ​ຊາສຳ​ເລັດ​ການ​ເລືອກ​ຕັ້ງ​ທັງ​ໝົດ.”

ອ່ານຂ່າວນີເພີ້ມເປັນພາສາອັງກິດ

XS
SM
MD
LG