ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ. ເອັມນານກາວາ ກັບຄືນສູ່ປະເທດ ຈາກ ການລີ້ໄພ ເພື່ອເຂົ້າສາບານໂຕເປັນ ປະທານາທິບໍດີ ຂອງຊິມບັບເວ


ອະດີດຮອງ ປະທານາທິບໍດີ ຂອງຊິມບັບເວ ທ່ານ ເອັມເມີຊັນ ເອັມນານກາວາ, ຜູ້ທີ່ຈະສາບານໂຕເຂົ້າຮັບຕຳແໜ່ງແທນ ທ່ານ ໂຣເບີດ ມູກາເບ, ກ່າວຖະແຫລງຕໍ່ບັນດາຜູ້ສະໜັບ
ສະໜູນ ໃນນະຄອນຫຼວງ ຮາຣາເຣ ຂອງຊິມບັບເວ, ວັນທີ 22 ພະຈິກ 2017.
ອະດີດຮອງ ປະທານາທິບໍດີ ຂອງຊິມບັບເວ ທ່ານ ເອັມເມີຊັນ ເອັມນານກາວາ, ຜູ້ທີ່ຈະສາບານໂຕເຂົ້າຮັບຕຳແໜ່ງແທນ ທ່ານ ໂຣເບີດ ມູກາເບ, ກ່າວຖະແຫລງຕໍ່ບັນດາຜູ້ສະໜັບ ສະໜູນ ໃນນະຄອນຫຼວງ ຮາຣາເຣ ຂອງຊິມບັບເວ, ວັນທີ 22 ພະຈິກ 2017.

ທ່ານ ເອັມເມີຊັນ ເອັມນານກາວາ ທີ່ກຳລັງຈະເຂົ້າມາຮັບຕຳແໜ່ງ ເປັນປະທານາ
ທິບໍດີ ຄົນໃໝ່ ຂອງຊິມບັບເວ ໄດ້ກັບຄືນໄປຍັງປະເທດແລ້ວ ໃນວັນພຸດວານນີ້
ຫຼັງຈາກທີ່ໄດ້ໄປລີ້ໄພ ປະມານສອງສັບປະດາ. ການຂຶ້ນມາສູ່ຕຳແໜ່ງຂອງທ່ານ
ມີຂຶ້ນ ຫຼັງຈາກການລາອອກ ຂອງປະທານາທິບໍດີ ໂຣເບີດ ມູກາເບ ໃນວັນອັງຄານ
ຜ່ານມານີ້.

ໂຄສົກ ສະພາແຫ່ງຊາດ ຊິມບັບເວ ກ່າວວ່າ ທ່ານ ເອັມນານກາວາ ຈະສາບານໂຕ
ເປັນປະທານາທິບໍດີ ຄົນໃໝ່ ຂອງປະເທດ ໃນວັນສຸກມື້ອື່ນນີ້. ອະດີດຮອງປະທານາ
ທິບໍດີ ໄດ້ຫລົບໜີ ອອກຈາກປະເທດ ຢ່າງກະທັນຫັນ ເມື່ອວັນທີ 6 ພະຈິກ ຜ່ານມາ
ຫຼັງຈາກທີ່ ທ່ານມູກາເບ ໄດ້ປົດທ່ານອອກຈາກຕຳແໜ່ງ.

ທ່ານ ແພດທຣິກ ຈສີນາມາຊາ, ລັດຖະມົນຕີ ກະຊວງຮັກສາຄວາມປອດໄພ ດ້ານອິນເຕີເນັດ, ກ່າວໃນຂະນະທີ່ ບັນດາສະມາຊິກສະພາເຕົ້າໂຮມກັນ ເພື່ອເລີ້ມຕົ້ນ ດຳເນີນການ ຮ້ອງຟ້ອງ ປະທານາທິບໍດີ Robert Mugabe ຂອງຊິມບາເວ ໃນນະຄອນຫຼວງ ຮາຣາເຣ ຂອງປະເທດຊິມບັບເວ, ວັນທີ 21 ພະຈິກ 2017.
ທ່ານ ແພດທຣິກ ຈສີນາມາຊາ, ລັດຖະມົນຕີ ກະຊວງຮັກສາຄວາມປອດໄພ ດ້ານອິນເຕີເນັດ, ກ່າວໃນຂະນະທີ່ ບັນດາສະມາຊິກສະພາເຕົ້າໂຮມກັນ ເພື່ອເລີ້ມຕົ້ນ ດຳເນີນການ ຮ້ອງຟ້ອງ ປະທານາທິບໍດີ Robert Mugabe ຂອງຊິມບາເວ ໃນນະຄອນຫຼວງ ຮາຣາເຣ ຂອງປະເທດຊິມບັບເວ, ວັນທີ 21 ພະຈິກ 2017.


ຊາຍຄົນນຶ່ງໄດ້ກ່າວຕໍ່ວີໂອເອ ພະແນກພາສາຊິມບັບເວວ່າ “ນີ້ແມ່ນຄວາມກ້າວໜ້າ
....ທີ່ພວກເຮົາມີຄວາມກະຕືລືລົ້ນທີ່ສຸດ ໃນຖານະຂອງຊາວຊິມບັບເວ ທັງຫຼາຍ
ແລະ ພວກເຮົາຢາກຂອບຄຸນພະເຈົ້າ. ການພາວັນນາຂອງພວກເຮົາ ໄດ້ຮັບການ
ຕອບສະໜອງແລ້ວ. ພວກເຮົາທົນທຸກທໍລະມານມາຫຼາຍແລ້ວ ເປັນເວລາ 37 ປີ.”

ທ່ານ ຈອນ ແຄມໂບລ ເຈົ້າໜ້າທີ່ອາວຸໂສ ຢູ່ທີ່ ສະພາກ່ຽວກັບສາຍພົວພັນ ກັບຕ່າງ
ປະເທດ ໄດ້ກ່າວວ່າ ຍ້ອນວ່າ ທ່ານ ເອັມນານກາວາ ໄດ້ມີບົດບາດອັນສຳຄັນ ໃນ
ຄະນະລັດຖະບານ ຂອງທ່ານ ມູກາເບ ນັ້ນເອງ ທ່ານຈຶ່ງບໍ່ຄາດຫວັງວ່າ ຈະເກີດ
ການປ່ຽນແປງຫຼາຍ ໃນລັກຊະນະຂອງການປົກຄອງ ໃນໄລຍະອັນໃກ້ໆນີ້.

ທ່ານ ແຄມໂບລ ໄດ້ກ່າວຕໍ່ວີໂອເອ ວ່າ “ເຖິ່ງຢ່າງນັ້ນກໍຕາມ ຂໍ້ແທ້ຈິງກໍແມ່ນວ່າ ໄດ້ມີ
ການກໍ່ລັດຖະປະຫານ ຂໍ້ແທ້ຈິງກໍແມ່ນວ່າ ທ່ານ ມູກາເບ ໄດ້ລາອອກຈາກຕຳແໜ່ງ
ຈຶ່ງເປີດໂອກາດທີ່ເປັນໄປໄດ້ ຫຼາຍສິ່ງຫຼາຍຢ່າງ. ປະຊາຊົນ ຊິມບັບເວ ຈະຮັບເອົາ
ໂອກາດອັນດີນີ້ ຫຼືບໍ່ນັ້ນ ມັນໄວເກີນໄປ ທີ່ຈະບອກໄດ້.”

ທ່ານມູກາເບ ອາຍຸ 93 ປີ ໄດ້ປົກຄອງ ປະເທດຊິມບັບເວ ນັບຕັ້ງແຕ່ ປະເທດໄດ້ຮັບ
ເອກກະລາດ ຈາກອັງກິດ ໃນປີ 1980 ເປັນຕົ້ນມາ.

ທ່ານປະທານາທິບໍດີ ສ່ວນຫຼາຍໄດ້ຖືກຕ້ອງຕິ ໃນການລະເມີດສິດທິມະນຸດ ທີ່ປະກອບ
ດ້ວຍ ການທຳຮ້າຍຮ່າງກາຍ ການທໍລະມານ ແລະ ການເຂັ່ນຂ້າ ພວກຝ່າຍຄ້ານທາງ
ການເມືອງຂອງທ່ານ. ບັນດາປະເທດຕາເວັນຕົກ ໄດ້ວາງມາດຕະການລົງໂທດ ຕໍ່ທ່ານ
ມູກາເບ ແລະ ພັນທະມິດຂອງທ່ານ ຫຼັງຈາກທີ່ພວກສະໜັບສະໜູນທ່ານ ໄດ້ເລີ້ມເຂົ້າ ຍຶດເອົາໄຮ່ນາຮົ້ວສວນ ທີ່ພວກຄົນຜິວຂາວເປັນເຈົ້າຂອງ ໃນປີ 2000. ຜົນຜະລິດ
ຂອງດິນສວນ ໃນຊິມບັບເວ ແລະ ເສດຖະກິດ ໄດ້ຕົກຕ່ຳລົງ ໃນເວລາດິນດອນ ທີ່
ໄດ້ຖືກມອບໃຫ້ແກ່ພວກຄົນຜິວດຳ ທີ່ຂາດປະສົບການ ໃນການເຮັດໄຮ່ເຮັດສວນນັ້ນ.

Zimbabwe Crisis
please wait
Embed

No media source currently available

0:00 0:01:19 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG