ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊາວຊິມບັບເວ ລໍຄອຍຖ້າ ປະທານາທິບໍດີ ຄົນໃໝ່ ຂອງປະເທດ ທ່ານ ເອັມນານກາວາ


Zimbabwe Crisis
please wait
Embed

No media source currently available

0:00 0:01:28 0:00

ນັກຂ່າວ ຂອງອົງການອອກອາກາດ ທີ່ດຳເນີນງານໂດຍລັດຖະບານຂອງຊິມ ບັບເວ
ກ່າວວ່າ ທ່ານ Emmerson Mnangagwa ຈະສາບານໂຕ ເຂົ້າຮັບຕຳແໜ່ງ ເປັນ
ປະທານາທິບໍດີຄົນໃໝ່ ໃນວັນສຸກ ຈະມາເຖິງນີ້ ໂດຍຈະເຂົ້າກຳອຳນາດ ຫຼັງຈາກ
ການລາອອກຈາກຕຳແໜ່ງ ຂອງ ທ່ານ Robert Mugabe ຜູ້ນຳທີ່ປົກຄອງປະເທດ
ມາຍາວນານ.

ການປະກາດໃນວັນພຸດມື້ນີ້ ໄດ້ມີຂຶ້ນ ໃນຂະນະທີ່ ທ່ານ Mnangagwa ມີກຳນົດ
ຈະເດີນທາງກັບຄືນໄປຍັງຊິມບັບເວ. ອະດີດຮອງປະທານາທິບໍດີໄດ້ຫລົບໜີ ອອກ
ຈາກປະເທດ ຢ່າງກະທັນຫັນ ເມື່ອວັນທີ 6 ພະຈິກຜ່ານມາ ຫຼັງຈາກທີ່ ທ່ານມູກາເບ
ໄດ້ປົດທ່ານອອກຈາກຕຳແໜ່ງ.

ທ່ານ Patrick Chinamasa, ລັດຖະມົນຕີ ກະຊວງຮັກສາຄວາມປອດໄພ ດ້ານອິນເຕີເນັດ, ກ່າວໃນຂະນະທີ່ ບັນດາສະມາຊິກສະພາເຕົ້າໂຮມກັນ ເພື່ອເລີ້ມຕົ້ນ ດຳເນີນການ ຮ້ອງຟ້ອງ ປະທານາທິບໍດີ Robert Mugabe ຂອງຊິມບາເວ ໃນນະຄອນຫຼວງ ຮາຣາເຣ ຂອງປະເທດຊິມບັບເວ, ວັນທີ 21 ພະຈິກ 2017.
ທ່ານ Patrick Chinamasa, ລັດຖະມົນຕີ ກະຊວງຮັກສາຄວາມປອດໄພ ດ້ານອິນເຕີເນັດ, ກ່າວໃນຂະນະທີ່ ບັນດາສະມາຊິກສະພາເຕົ້າໂຮມກັນ ເພື່ອເລີ້ມຕົ້ນ ດຳເນີນການ ຮ້ອງຟ້ອງ ປະທານາທິບໍດີ Robert Mugabe ຂອງຊິມບາເວ ໃນນະຄອນຫຼວງ ຮາຣາເຣ ຂອງປະເທດຊິມບັບເວ, ວັນທີ 21 ພະຈິກ 2017.

ສຽງແກຂອງລົດ ໄດ້ດັງສະໜັ່ນຫວັນໄຫວ ໃນຂະນະທີ່ພວກຄົນ ພາກັນເຕັ້ນລຳ
ຮ້ອງເຊຍ ແລະໂບກມື ຢູ່ໃນນະຄອນຫຼວງ Harare ເພື່ອເປັນການສະເຫຼີມສະຫຼອງ
ຂ່າວຄາວການອອກຈາກຕຳແໜ່ງຂອງທ່ານມູກາເບ ເຊິ່ງທ່ານໄດ້ປະກາດໄປ ເມື່ອ
ວັນອັງຄານວານນີ້ ໃນໜັງສືສະບັບນຶ່ງ ທີ່ໄດ້ອ່ານອອກໄປໂດຍໂຄສົກຂອງສະພາ
ແຫ່ງຊາດ.

ຊາຍຄົນນຶ່ງໄດ້ກ່າວຕໍ່ວີໂອເອ ພະແນກພາສາຊິມບັບເວວ່າ “ນີ້ແມ່ນຄວາມກ້າວໜ້າ ....ທີ່ພວກເຮົາມີຄວາມກະຕືລືລົ້ນທີ່ສຸດ ໃນຖານະຂອງຊາວຊິມບັບເວ ທັງຫຼາຍ
ແລະ ພວກເຮົາຢາກຂອບຄຸນພະເຈົ້າ. ການພາວັນນາຂອງພວກເຮົາ ໄດ້ຮັບການ
ຕອບສະໜອງແລ້ວ. ພວກເຮົາທົນທຸກທໍລະມານມາຫຼາຍແລ້ວ ເປັນເວລາ 37 ປີ.”

ພວກຄົນຈຳນວນນຶ່ງ ໄດ້ປົດເອົາຮູບ ຂອງປະທານາທິບໍດີ Robert Mugabe ອອກຈາກຝາກຳແພງ ຂອງຫໍປະຊຸມສາກົນ, ບ່ອນທີ່ບັນດາສະມາຊິກສະພາ ຈັດກອງປະຊຸມ,ຫຼັງຈາກທ່ານໄດ້ລາອອກຈາກຕຳແໜ່ງ, ວັນທີ 21 ພະຈິກ 2017 ໃນນະຄອນຫຼວງ ຮາຣາເຣ.
ພວກຄົນຈຳນວນນຶ່ງ ໄດ້ປົດເອົາຮູບ ຂອງປະທານາທິບໍດີ Robert Mugabe ອອກຈາກຝາກຳແພງ ຂອງຫໍປະຊຸມສາກົນ, ບ່ອນທີ່ບັນດາສະມາຊິກສະພາ ຈັດກອງປະຊຸມ,ຫຼັງຈາກທ່ານໄດ້ລາອອກຈາກຕຳແໜ່ງ, ວັນທີ 21 ພະຈິກ 2017 ໃນນະຄອນຫຼວງ ຮາຣາເຣ.

ໂຄສົກຂອງສະພາ ທ່ານ Jacob Mudenda ໄດ້ອ່ານໜັງສືການລາອອກຈາກຕຳແໜ່ງ
ບໍ່ດົນຫຼັງຈາກບັນດາສະມາຊິກສະພາ ໄດ້ເລີ້ມທຳການຮ້ອງຟ້ອງທ່ານ ມູກາເບ ຜູ້ທີ່ໄດ້
ກຳອຳນາດມາ ເປັນເວລາ 37 ປີ.

ໜັງສືສະບັບນັ້ນ ໄດ້ກ່າວວ່າ “ຂ້າພະເຈົ້າ Robert Mugabe ອີງຕາມມາດຕາ 96
ຂອງ ລັດຖະມຳມະນູນ ຊິມບັບເວ ດ້ວຍປະການນີ້ ຂໍຍື່ນການລາອອກຈາກຕຳແໜ່ງ
ຂອງຂ້າພະເຈົ້າຢ່າງເປັນທາງການ....ໂດຍມີຜົນບັງຄັບໃຊ້ໃນທັນທີທັນ ໃດ.”

Zimbabwe's Robert Mugabe Resigns after 37 Years in Power
please wait

No media source currently available

0:00 0:02:31 0:00

ບໍ່ມີການຢັ້ງຢືນໃດໆ ຂອງໜັງສືສະບັບດັ່ງກ່າວ ຈາກປະທານາທິບໍດີ ຫຼື ຫ້ອງການຂອງ
ທ່ານ ແຕ່ບໍ່ມີການປະຕິເສດ ເຊັ່ນກັນ.

ທ່ານມູກາເບ ອາຍຸ 93 ປີ ໄດ້ປົກຄ້ອງ ປະເທດຊິມບັບເວ ນັບຕັ້ງແຕ່ ປະເທດໄດ້ຮັບ
ເອກະລາດ ຈາກອັງກິດ ໃນປີ 1980 ເປັນຕົ້ນມາ.

ທ່ານປະທານາທິບໍດີ ສ່ວນຫຼາຍໄດ້ຖືກຕ້ອງຕິ ໃນການລະເມີດສິດທິມະນຸດ ທີ່ປະກອບ
ດ້ວຍ ການທຳຮ້າຍຮ່າງກາຍ ການທໍລະມານ ແລະ ການເຂັ່ນຂ້າ ພວກຝ່າຍຄ້ານ
ທາງການເມືອງຂອງທ່ານ. ບັນດາປະເທດຕາເວັນຕົກ ໄດ້ວາງມາດຕະການລົງໂທດ ຕໍ່ທ່ານມູກາເບ ແລະ ພັນທະມິດຂອງທ່ານ ຫຼັງຈາກທີ່ພວກສະໜັບສະໜູນທ່ານ
ໄດ້ເລີ້ມເຂົ້າຍຶດເອົາໄຮ່ນາຮົ້ວສວນ ທີ່ພວກຄົນຜິວຂາວເປັນເຈົ້າຂອງ ໃນປີ 2000.
ຜົນຜະລິດຂອງຟາມ ໃນຊິມບັບເວ ແລະ ເສດຖະກິດ ໄດ້ຕົກຕ່ຳລົງ ໃນເວລາດິນດອນ
ທີ່ໄດ້ຖືກມອບໃຫ້ແກ່ພວກຄົນຜິວດຳ ທີ່ຂາດປະສົບການ ໃນການເຮັດໄຮ່ເຮັດສວນນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG