ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ຊິມບັບເວ ບໍ່ໄດ້ຮັບ ບາດເຈັບ ໃນເຫດ ລະເບີດແຕກ ຢູ່ບ່ອນ ໂຮມຊຸມນຸມ


ພວກແພດໝໍ ກຳລັງຫາມຄົນເຈັບ ຈາກເຫດລະເບີດ ຢູ່ບ່ອນໂຮມຊຸມນຸມ ຂອງ ປະທານາທິບໍດີ ຊິມບັບເວ ທ່ານແອມເມີສັນ ແອມນັນກັກວາ ທີ່ເມືອງ ບູລາວາໂຍ. (ວັນທີ 23 ມິຖຸນາ 2018)
ພວກແພດໝໍ ກຳລັງຫາມຄົນເຈັບ ຈາກເຫດລະເບີດ ຢູ່ບ່ອນໂຮມຊຸມນຸມ ຂອງ ປະທານາທິບໍດີ ຊິມບັບເວ ທ່ານແອມເມີສັນ ແອມນັນກັກວາ ທີ່ເມືອງ ບູລາວາໂຍ. (ວັນທີ 23 ມິຖຸນາ 2018)

ປະທານາທິບໍດີຊິມບັບເວ ໄດ້ຫລົບໜີໂດຍບໍ່ໄດ້ຮັບບາດເຈັບ ໃນເຫດລະເບີດຢູ່ບ່ອນ
ໂຮມຊຸມນຸມໂຄສະນາຫາສຽງແຫ່ງນຶ່ງ.

ທ່ານແອມເມີສັນ ແອມນານກັກວາ ກ່າວໃນວັນເສົາວານນີ້ວ່າ ລູກລະເບີດ “ໄດ້ແຕກ
ຂຶ້ນຫ່າງຈາກທ່ານແຕ່ພຽງເລັກນ້ອຍແຕ່ມັນຍັງບໍ່ແມ່ນເວລາຂອງທ່ານເທື່ອ.

ເຫດລະເບີດດັ່ງກ່າວແມ່ນຄັ້ງທີສອງ ຫລັງຈາກ ທ່ານແອມນານກັກວາ ໄດ້ກ່າວຄຳປາ
ໄສຫາກໍແລ້ວ ຕໍ່ຝູງຊົນທີ່ສະໜາມກິລາໃນເມືອງບູລາວາໂຍ ຊຶ່ງເປັນເຂດທີ່ໝັ້ນ ຂອງ
ພວກຝ່າຍຄ້ານ.

ປະທານາທິບໍດີ ກ່າວວ່າ ມີການພະຍາຍາມ “ຫຼາຍໆເທື່ອ” ທີ່ຈະເອົາຊີວິດ ຂອງທ່ານ ແຕ່ທ່ານໄດ້ລຶ້ງເຄີຍແລ້ວ.

ປະທານາທິບໍດີແອມເມີສັນ ແອມນານກັກວາ
ປະທານາທິບໍດີແອມເມີສັນ ແອມນານກັກວາ

ສື່ມວນຊົນຂອງລັດຖະບານເອີ້ນການໂຈມຕີໃນຄັ້ງນີ້ວ່າ ເປັນການລອບສັງຫານ.

ໂທລະພາບຂອງລັດຖະບານລາຍງານວ່າ ມີ 42 ຄົນໄດ້ຮັບບາດເຈັບໃນເຫດລະເບີດ
ຄັ້ງນີ້ ຮວມທັງຮອງປະທານາທິບໍດີທ່ານນຶ່ງ.

ຍັງບໍ່ທັນມີກຸ່ມໃດອອກມາອ້າງເອົາຄວາມຮັບຜິດຊອບເທື່ອ.

ການໂຄສະນາຫາສຽງ ກ່ອນການປ່ອນບັດໃນການເລືອກຕັ້ງປະທານາທິບໍດີໃນວັນທີ
30 ກໍລະກົດ ແມ່ນດຳເນີນໄປດ້ວຍຄວາມສະຫງົບ.

ທ່ານແອມນານກັກວາກ່າວວ່າ “ພວກເຮົາຈະບໍ່ອະນຸຍາດໃຫ້ ການກະທຳແບບຂີ້ຂາດ
ຕາຂາວດັ່ງກ່າວ ມາຂວາງທາງຂອງພວກເຮົາໃນຂະນະທີ່ພວກເຮົາພວມກ້າວໄປຂ້າງ
ໜ້າໃນການເລືອກຕັ້ງ.”

ຜູ້ນຳຝ່າຍຄ້ານ ທ່ານແນລສັນ ຊາມີຊາ ກ່າວຜ່ານທາງທວີດເຕີ້ວ່າ “ຄວາມຮຸນແຮງຈະ
ຕ້ອງບໍ່ແມ່ນ ໃນການເລືອກຕັ້ງຂອງພວກເຮົາ.”

ໃນວັນທີ 30 ກໍລະກົດນີ້ ຊິມບັບເວຈະຈັດການເລືອກຕັ້ງເທື່ອທຳອິດ ໂດຍບໍ່ມີທ່ານໂຣ
ເບີດ ມູກາເບ ຜູ້ນຳທີ່ປົກຄອງປະເທດມາເປັນເວລາດົນນານເຂົ້າຮ່ວມ.

ທ່ານແອມນານກັກວາ ອາຍຸ 75 ປີ ແລະທ່ານຊາມີຊາ ອາຍຸ 40 ປີ ຜູ້ນຳຂະບວນການ
ປະຊາທິປະໄຕ ເພື່ອການປ່ຽນແປງ ແມ່ນຄູ່ແຂ່ງຄົນສຳຄັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG