ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​​​​ຜູ້ນຳຝ່າຍຄ້ານ ທ່ານ Morgan Tsvangirai ແຫ່ງຊິມບັບເວ ເສຍຊີວິດ ໄວ 65 ປີ


​​​​ຜູ້ນຳຝ່າຍຄ້ານຂອງຊິມບັບເວ ທ່ານ Morgan Tsvangirai ກ່າວຕໍ່ອົງການຂ່າວ Associated Press ຫຼັງຈາກກອງປະຊຸມ
ຖະແຫຼງຂ່າວ ໃນບ້ານເກີດຂອງທ່ານ ທີ່ເມືອງ Harare, ຊິມບັບເວ, 16 ພະຈິກ 2017.
​​​​ຜູ້ນຳຝ່າຍຄ້ານຂອງຊິມບັບເວ ທ່ານ Morgan Tsvangirai ກ່າວຕໍ່ອົງການຂ່າວ Associated Press ຫຼັງຈາກກອງປະຊຸມ ຖະແຫຼງຂ່າວ ໃນບ້ານເກີດຂອງທ່ານ ທີ່ເມືອງ Harare, ຊິມບັບເວ, 16 ພະຈິກ 2017.

ຜູ້ນຳຝ່າຍຄ້ານຂອງຊິມບັບເວ ທ່ານ Morgan Tsvangirai ທີ່ຮູ້ກັນດີ ວ່າໄດ້ປົກຄອງ
ມາຍາວນານ ດ້ວຍຄວາມວຸ້ນວາຍຈົນເຖິງບັ້ນສຸດທ້າຍຂອງການເປັນປະທານາທິບໍດີ
ຂອງທ່ານ Robert Mugabe ໄດ້ເຖິງແກ່ມໍລະນະກຳແລ້ວ ລຸນຫຼັງພຽງບໍ່ທໍ່ໃດເດືອນ ຫຼັງຈາກທີ່ໄດ້ຫາທາງລົງຈາກອຳນາດແບບບໍ່ໃຫ້ເກີດບັນຫາ ລຸນຫຼັງເວລາຫຼາຍທົດ
ສະວັດຢູ່ໃນອຳນາດ.

ເປົ້າໝາຍຊີວິດຂອງເພິ່ນ ແມ່ນໄດ້ມີອັນເປັນໄປ ທ່ານ Tsvangirai ໄວ 65 ປີ ນັ້ນ
ໄດ້ເສຍຊີວິດ ໃນວັນພຸດວານນີ້ ໃນອາຟຣິກາໃຕ້ ຫຼັງຈາກ ຕໍ່ສູ້ກັບໂຣກມະເຮັງ ມາເປັນເວລາຍາວນານ.

ທ່ານ Elias Mudzuri ຮອງປະທານາທິບໍດີຂອງຂະບວນການເຄື່ອນໄຫວເພື່ອການ
ປ່ຽນແປງແບບປະຊາທິປະໄຕ ຫຼື (MDC)ເວົ້າວ່າ “ຂ້າພະເຈົ້າຂໍຢືນຢັນວ່າ ທ່ານໄດ້ເຖິງ
ແກ່ອະສັນຍະກຳແລ້ວ ໃນຄືນມື້ນີ້ ຄອບຄົວຂອງເພິ່ນໄດ້ບອກກັບຂ້າພະເຈົ້າເຊັ່ນນັ້ນ”

ເຖິງແມ່ນໄລຍະຫຼາຍເດືອນສຸດທ້າຍຂອງເພິ່ນ, ທ່ານ Tsvangirai ກໍບໍ່ໄດ້ຊັກຊ້າລົງ
ແຕ່ຢ່າງໃດ ໃນການປະຕິບັດໜ້າທີ່ຂອງທ່ານ ທີ່ຈະໃຫ້ມີການປ່ຽນແປງທາງການເມືອງ
ໃນຊິມບັບເວ.

ເຊີນຊົມ: ທ່ານ Tsvangirai ແຫ່ງຊິມບັບເວ , ຜູ້ຊຶ່ງຕໍ່ສູ້ເພື່ອປະຊາທິປະໄຕ ໄດ້ເຖິງ
ແກ່ອະສັນຍະກຳ ໃນໄວ 65 ປີ

Zimbabwe's Tsvangirai, Who Fought for Democratization, Dies at 65
please wait

No media source currently available

0:00 0:02:21 0:00

ທ່ານໄດ້ສົມປາດຖະໜາຂອງທ່ານ ໃນເວລາບໍ່ດົນທໍ່ໃດ ກ່ອນທີ່ທ່ານຈະເຖິງແກ່
ອະສັນຍະກຳ. ໃນທ້າຍປີ 2017 ທ່ານ Mugabe ໄດ້ລາອອກຈາກຕຳແໜ່ງ
ຫຼັງຈາກ 38 ປີ ຂອງການດຳລົງຕຳແໜ່ງເປັນປະທານາທິບໍດີ. ທ່ານ Emmerson
Mnangagwa ມືຂວາຂອງທ່ານ ໄດ້ຂຶ້ນກຳຕຳແໜ່ງນີ້ແທນ.

ທ່ານ Tsvangirai ບໍ່ໄດ້ເຄີຍນຳພາ ຂະບວນການເຄື່ອນໄຫວຂອງທ່ານເພື່ອການ
ປ່ຽນແປງ ໄປສູ່ປະຊາທິປະໄຕ ໃຫ້ບັນລຸຜົນ, ແຕ່ອິງຕາມພວກສະໜັບສະໜູນທ່ານ
ແມ່ນວ່າ ບົດບາດຄວາມພະຍາຍາມຂອງເພິ່ນ ແມ່ນສຳຄັນກວ່າ.

ສະມາຊິກຂອງພັກ (MDC) ທ່ານAustin Moyo ໄດ້ກ່າວວ່າ “ທ່ານ Morgan
Tsvangirai ແມ່ນເປັນຜູ້ຊາຍຄົນທຳອິດ ທີ່ກ້າຫານຊານໄຊ ແລະໄດ້ຮັບຜົນ”

ທ່ານ Tsvangirai ໄດ້ທ້າທາຍຊ່ວງເວລາຂອງ Mugabe ຫຼາຍໆຄັ້ງ ທີ່ຈະຢືນຢັດ ຕ້ານການປົກຄອງຂອງປະທານາທິບໍດີ Mugabe ປີ 2002, 2008 ແລະ 2013 _ ການເລືອກຕັ້ງແມ່ນເປັນຂີດໝາຍຂອງ ຄວາມອົດກັ້ນ ຄວາມຮຸນແຮງ ແລະຄວາມ
ບໍ່ທຸ່ນທ່ຽງ ບໍ່ເປັນລະບຽບ.

ທ່ານໄດ້ໃຊ້ເວລາເກືອບທັງໝົດ ໃສ່ການໂຄສະນາຫາສຽງ ພໍໆກັນກັບເວລາທ່ານໄດ້
ຖືກຄຸມຂັງຢູ່ໃນຄຸກ ຍ້ອນການເຄື່ອນໄຫວທີ່ກະຕຸກຊຸກຍູ້ທາງການເມືອງ ແລະການຖືກ
ຈັບກຸມ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG