ທ່ານ Robert Mugabe ທີ່ເປັນປະທານາທິບໍດີຂອງ Zimbabwe ມາໄດ້ຍາວນານ
ແລ້ວນັ້ນ ບໍ່ເອົາຫົວຊານຳ ກຳນົດເວລາໃນຕອນທ່ຽງວັນຈັນມື້ນີ້ ເພື່ອໃຫ້ກ້າວລົງຈາກ
ຕຳແໜ່ງ ຫຼື ບໍ່ດັ່ງນັ້ນ ກໍຈະປະເຊີນກັບການຟ້ອງປົດອອກຈາກຕຳແໜ່ງ. ທ່ານມູກາເບ
ໄດ້ປະກາດຢ່າງຈະແຈ້ງໄປແລ້ວ ໃນການກ່າວຄຳປາໄສ ຜ່ານທາງໂທລະພາບ
ເມື່ອວັນອາທິດວານນີ້ ວ່າ ທ່ານບໍ່ມີຄວາມຕັ້ງໃຈທີ່ຈະລາອອກ.
ຫຼາຍລ້ານຄົນ ໄດ້ຕິດຕາມຟັງທາງວິທະຍຸ ແລະ ຊົມທາງໂທລະພາບ ໃນວັນອາທິດ
ວານນີ້ ໂດຍຄາດໝາຍວ່າ ຈະເປັນການສິ້ນສຸດ ຂອງການປົກຄອງແບບອຳນາດ
ຜູກຂາດຂອງຄອບຄົວ ມູກາເບ ໄລຍະ 37 ປີ.
ພວກເຂົາເຈົ້າ ພາກັນຜິດຫວັງໄປຢ່າງຂົມຂື່ນ--ພວກຄົນບາງສ່ວນຈົນເຖິງຈຸດລັ່ງ
ນ້ຳຕາ--ເມື່ອໄດ້ຍິນວ່າ ທ່ານມູກາເບ ອ້າງວ່າ ທ່ານຈະເປັນປະທານ ພັກ ZUNA-PF
ທີ່ປົກຄອງລັດຖະບານ ໃນເດືອນໜ້ານີ້.
ທ່ານບໍ່ໄດ້ເອີ່ຍເຖິງ ຄຳວ່າລາອອກ ຫຼື ປາກົດວ່າ ບໍ່ຍອມຮັບຮູ້ ເຖິງການແຊກແຊງ ທາງດ້ານທະຫານ ເພືຶ່ອເຂົ້າມາແກ້ໄຂວິກິດການທາງດ້ານການເມືອງນັ້ນ ຢ່າງເອົາຈິງ
ເອົາຈັງເລີຍ.
ທ່ານໄດ້ກ່າວວ່າ “ການປະຕິບັດການ....ບໍ່ໄດ້ມີຜົນຫຍັງເລີຍທີ່ຈະຂົ່ມຂູ່ ຕໍ່ຄວາມ
ເປັນລະບຽບຮຽບຮ້ອຍ ທາງດ້ານລັດຖະທຳມະນູນ ທີ່ພວກເຮົາຖະນຸຖະໜອມ ຫຼື
ວ່າ ມັນຈະທ້າທາຍຕໍ່ສິດອຳນາດຂອງຂ້າພະເຈົ້າ ໃນຖານະເປັນ ຫົວໜ້າຂອງ
ປະເທດ ແມ່ນກະທັງ ຜູ້ບັນຊາການທະຫານ ນຳດ້ວຍ.”
ພັກການເມືອງທີ່ປົກຄອງປະເທດໃນປັດຈຸບັນໄດ້ອອກກຳນົດເວລາໃນຕອນກາງເວັນ
ຢູ່ທີ່ກອງປະຊຸມຂອງຕົນ ເມື່ອວັນອາທິດວານນີ້ ແລະ ຍັງໄດ້ປົດທ່ານມູກາເບ ອອກ
ຈາກການເປັນຫົວໜ້າພັກ ZUNA-PF--ຜູ້ທີ່ຮ່ວມກໍ່ຕັ້ງພັກ--ແລະ ໄດ້ແຕ່ງຕັ້ງຮອງ
ປະທານາທິບໍດີ Emmerson Mnangagwa ຜູ້ທີ່ໄດ້ຖືກຂັບໄຫລ່ອອກຈາກຕຳແໜ່ງ
ເປັນຜູ້ນຳພັກຄົນໃໝ່.
ຮອງປະທານພັກ ທ່ານ Lovemore Matuke ບອກອົງການຂ່າວ AP ວ່າ ຂັ້ນຕອນ
ການຮ້ອງຟ້ອງໃຫ້ອອກຈາກຕຳແໜ່ງ ແມ່ນເປັນທີ່ແນ່ນອນ ແລະໄດ້ເອີ້ນ ການກ່າວ
ຄຳປາໄສຂອງທ່ານມູກາເບ ນັ້ນວ່າ “ບໍ່ໜ້າເຊື່ອເລີຍ.”
ທ່ານ Matuke ໄດ້ກ່າວວ່າ “ມັນບໍ່ໄປຕາມແນວທາງທີ່ພວກເຮົາຄາດໝາຍເອົາໄວ້.
ພວກເຮົາເຂົ້າໃຈວ່າ ການລາອອກຂອງທ່ານນັ້ນ ຈະມີຂຶ້ນ ເພື່ອຫລີກເວັ້ນ ຄວາມ
ອັບອາຍຂາຍໜ້າໂດຍການຮ້ອງຟ້ອງໃຫ້ອອກຈາກຕຳແໜ່ງ. ກອງທັບບົກ ຈະເອົາ
ບາດກ້າວໃນທິດທາງຂອງຕົນເອງ ໃນຖານະເປັນນັກການເມືອງ ພວກເຮົາກໍຈະ
ເອົາບາດກ້າວໃນທິດທາງຂອງພວກເຮົາເອງ ແຕ່ໃນທີ່ສຸດເປົ້າໝາຍ ກໍແມ່ນ ເພື່ອ
ເຮັດໃຫ້ແນ່ໃຈວ່າ ທ່ານຈະອອກໄປ ເຊິ່ງທ່ານຄວນເຮັດໃນຄໍ່າຄືຶນນີ້.”