ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ຊິມບັບເວ ແລະພັນລະຍາ ຖືກຈັບ ຂະນະທີ່ ທະຫານ ເຂົ້າຄວບຄຸມ ນະຄອນຫຼວງ


ທະຫານທີ່ຕິດອາວຸດ ລາດຕະເວ ຖະໜົນສາຍນຶ່ງ ໃນນະຄອນຫຼວງ Harare ຂອງຊິມບັບເວ, ວັນທີ 15 ພະຈິກ 2017.
ທະຫານທີ່ຕິດອາວຸດ ລາດຕະເວ ຖະໜົນສາຍນຶ່ງ ໃນນະຄອນຫຼວງ Harare ຂອງຊິມບັບເວ, ວັນທີ 15 ພະຈິກ 2017.

ພັກລັດຖະບານ ທີ່ປົກຄອງປະເທດໃນປັດຈຸບັນ ຂອງຊິມບັບເວ ໄດ້ອ້າງໃນສື່ສັງຄົມ
ວ່າ ປະທານາທິບໍດີ Robert Mugabe ແລະ ຄອບຄົວຂອງທ່ານ ໄດ້ຖືກຄວບຄຸມ
ໂຕໄວ້ ໃນຕອນແລງວັນອັງຄານວານນີ້ ໃນອັນທີ່ເບິ່ງຄືກັບວ່າ ເປັນການພະຍາຍາມ
ທີ່ຈະໂຄ່ນລົ້ມ ປະທານາທິບໍດີ ຜູ້ທີ່ຄອງອຳນາດມາໄດ້ດົນນານແລ້ວນັ້ນ.

“ເມື່ອມື້ຄືນວານນີ້ ຄອບຄົວປະທານາທິບໍດີ ໄດ້ຖືກຄວບຄຸມໂຕໄວ້ ແລະ ປອດໄພດີ
ເພື່ອລັດຖະທຳມະນູນ ແລະ ຄວາມສະຫງົບຂອງປະເທດຊາດ ອັນນີ້ແມ່ນມີຄວາມ
ຈຳເປັນ”
ນັ້ນເປັນຂໍ້ຄວາມຂຽນລົງທາງ Twitter ໃນຕອນເຊົ້າວັນພຸດມື້ນີ້ ທີ່ໄດ້ສົ່ງ
ຈາກຜູ້ມີຊື່ວ່າ @zanu_pf. ຂໍ້ຄວາມນັ້ນ ກ່າວອີກວ່າ “ທ່ານ Mugabe ແລະ
ພັນລະຍາ ບໍ່ໄດ້ເປັນເຈົ້າຂອງ ຊິມບັບເວ ຫຼື ZANU. ມື້ນີ້ ເປັນການເລີ່ມຕົ້ນ
ຍຸກໃໝ່ ແລະ ສະຫາຍ Mnangagwa ຈະຊ່ອຍພວກເຮົາ ໃຫ້ບັນລຸເປົ້າໝາຍ
ເຮັດໃຫ້ຊິມບັບເວ ດີຂຶ້ນກວ່າເກົ່າ.”

​ບັນຊີ Twitter ດັ່ງກ່າວ ກ່ອນໜ້ານີ້ ໄດ້ຖືກນຳໃຊ້ ເພື່ອເຜີຍແຜ່ ທັດສະນະຂອງພັກ
ແຕ່ຫາກວ່າ ມັນເປັນໄປບໍ່ໄດ້ທີ່ຈະພິສູດ ຄວາມແທ້ຈິງ ຂອງການກ່າວອ້າງນີ້.

ຂໍ້ຄວາມດັ່ງກ່າວ ອ້າງເຖິງ ຮອງປະທານາທິບໍດີ Emmerson Mnangagwa ທີ່ໄດ້ຖືກ
ປົດອອກຈາກຕຳແໜ່ງ ເມື່ອບໍ່ດົນມານີ້ ທີ່ທ່ານ Mugabe ເມື່ອສັບປະດາແລ້ວນີ້ ໄດ້
ກ່າວຫາວ່າ ບໍ່ຊື່ສັດ ແລະ ວາງແຜນທີ່ຈະຍຶດອຳນາດ. ໃນຕອນເຊົ້າວັນພຸດມື້ນີ້ ບໍ່ຮູ້ຈັກ
ວ່າ ທ່ານ Mnangagwa ຢູ່ໃສ--ບັນດາເຈົ້າໜ້າທີ່ຂອງ ອາຟຣິກາໃຕ້ ບໍ່ຍອມຢືນຢັນ
ຂ່າວລືຕ່າງໆທີ່ວ່າ ທ່ານ Mnangagwa ຢູ່ໃນປະເທດອາຟຣິກາໃຕ້ ທີ່ເປັນເພື່ອນບ້ານ
ນັ້ນ ແຕ່ວ່າ ບັນດາສະມາຊິກ ຂອງສະມາຄົມນັກລົບເກົ່າ ຂອງທະຫານທີ່ມີອຳນາດ
ບອກບັນດານັກຂ່າວ ເມື່ອສັບປະດາແລ້ວນີ້ ວ່າ ທ່ານ Mnangagwa ໄດ້ວາງແຜນ
ທີ່ຈະໄປຍັງ ອາຟຣິກາໃຕ້ ຫຼັງຈາກທີ່ທ່ານ ໄດ້ຫລົບໜີອອກຈາກ ຊິມບັບເວ ເມື່ອສັບ
ປະດາແລ້ວນີ້.

ຮອງປະທານາທິບໍດີ ຂອງຊິມບັບເວ ທ່ານ Emmerson Mnangagwa ພວມທັກທາຍ ບັນດາຜູ້ສະໜັບສະໜູນ ຢູ່ທີ່ສຳນັກງານໃຫຍ່ ຂອງພັກ ZANU-PF ໃນນະຄອນຫຼວງ Harare.
ຮອງປະທານາທິບໍດີ ຂອງຊິມບັບເວ ທ່ານ Emmerson Mnangagwa ພວມທັກທາຍ ບັນດາຜູ້ສະໜັບສະໜູນ ຢູ່ທີ່ສຳນັກງານໃຫຍ່ ຂອງພັກ ZANU-PF ໃນນະຄອນຫຼວງ Harare.

​ການກ່າວອ້າງດັງກ່າວ ເພີ່ມໃສ່ກັບຖະແຫລງການຂອງທະຫານ ເມື່ອຕອນເຊົ້າວັນພຸດ
ມື້ນີ້ ທີ່ໄດ້ປະກາດອອກໄປ ຫຼັງຈາກພວກທະຫານໄດ້ເຂົ້າຍຶດເອົາສະຖາ ນີໂທລະພາບ
ຂອງທາງການ ທີ່ກ່າວວ່າ ກອງທັບບົກ ບໍ່ໄດ້ທຳການລັດຖະປະ ຫານ ເຂົ້າຄວບຄຸມ
ລັດຖະບານ ແລະ ວ່າ ທ່ານ Mugabe ແລະ ຄອບຄົວຂອງທ່ານ ແມ່ນປອດໄພດີ.
ເຖິງຢ່າງໃດກໍຕາມ ສະຖານະການຍັງຄົງເຄັ່ງຕຶງ ຢູ່ໃນນະຄອນຫຼວງ ໃນຂະນະທີ່
ຊາວຊິມບັບເວ ທັງຢູ່ພາຍໃນ ແລະ ນອກປະເທດ ກຳລັງຕິດຕາມເບິ່ງ ແລະ ຢາກຮູ້
ວ່າ ຊະຕາກຳຂອງປະທານາທິບໍດີ ອາຍຸ 93 ປີ ທີ່ໄດ້ປົກຄອງປະເທດ ໃນພາກໃຕ້
ອາຟຣິກາ ມາຕັ້ງແຕ່ 1980 ນັ້ນເປັນແນວໃດ. ໃນເວລານັ້ນ ເສດຖະກິດໄດ້ຊຸດໂຊມ
ລົງເກືອບທັງໝົດ ແລະ ຊິມບັບເວ ໄດ້ກາຍເປັນປະເທດທີ່ຕົກຕ່ຳ ໃນສາຍຕາຂອງ
ປະເທດຕາເວັນຕົກ ຍ້ອນມີການກ່າວຫາວ່າ ລະເມີດສິດທິມະນຸດ.

ພາບນີ້ອອກມາຈາກວີດີໂອ, ສະແດງໃຫ້ເຫັນ ພົນຕີ S.B. Moyo, ໂຄສົກ ກອງກຳລັງປ້ອງກັນ ຊິມບັບເວ ກຳລັງກ່າວຖະແຫລງ ຕໍ່ປະເທດຊາດ ໃນນະຄອນຫຼວງ Harare ຂອງຊິມບັບເວ, ວັນທີ 15 ພະຈິກ 2017.
ພາບນີ້ອອກມາຈາກວີດີໂອ, ສະແດງໃຫ້ເຫັນ ພົນຕີ S.B. Moyo, ໂຄສົກ ກອງກຳລັງປ້ອງກັນ ຊິມບັບເວ ກຳລັງກ່າວຖະແຫລງ ຕໍ່ປະເທດຊາດ ໃນນະຄອນຫຼວງ Harare ຂອງຊິມບັບເວ, ວັນທີ 15 ພະຈິກ 2017.


ໂຄສົກກອງທັບບົກ ພົນຕີ SB Moyo ໄດ້ກ່າວຖະແຫລງ ໃນຕອນເຊົ້າມື້ນີ້ວ່າ “ພວກ
ເຮົາ ຢາກເຮັດໃຫ້ອັນນີ້ ຈະແຈ້ງທີ່ສຸດ ອັນນີ້ ບໍ່ແມ່ນການຍຶດອຳນາດຂອງ ລັດ
ຖະບານ. ອັນທີ່ກອງກຳລັງປ້ອງກັນ ເຮັດຢູ່ໃນຂະນະນີ້ ກໍແມ່ນເພື່ອເຮັດໃຫ້
ສະຖານະການ ຂອງການເມືອງ ສັງຄົມ ແລະ ເສດຖະກິດ ທີ່ເຊື່ອມໂຊມລົງ ມີຄວາມສະຫງົບສຸກ ຢູ່ໃນປະເທດຂອງພວກເຮົາ ເຊິ່ງຖ້າບໍ່ແກ້ໄຂມັນແລ້ວ
ອາດຈະສົ່ງຜົນໃຫ້ເກີດການຂັດແຍ່ງທີ່ຮ້າຍແຮງ.”

Zimbabwe
please wait
Embed

No media source currently available

0:00 0:02:04 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG