ສານສູງສຸດຂອງຊິມບັບເວໄດ້ຕັດສິນໃນວັນສຸກວານນີ້ວ່າ ການເຂົ້າຍຶດອຳນາດຂອງ
ພວກທະຫານທີ່ນຳໄປສູ່ການລາອອກຂອງທ່ານໂຣເບີດ ມູກາເບແມ່ນຖືກ ຕ້ອງຕາມ
ກົດໝາຍ ຊຶ່ງເປັນການຕັດສິນທີ່ສຳຄັນ ໃນເມື່ອກອງທັບ ຢືນຢັດວ່າ ການເຄື່ອນໄຫວ
ຂອງຕົນ ບໍ່ໄດ້ນຳໄປສູ່ການເຮັດລັດຖະປະຫານ.
ສານກ່າວວ່າ ກອງທັບໄດ້ດຳເນີນການ ເພື່ອຢຸດການເຂົ້າຍຶດອຳນາດຂອງທ່ານ ມູກາເບ
ໂດຍພວກທີ່ຢູ່ອ້ອມແອ້ມທ່ານ ດັ່ງນັ້ນຈຶ່ງຄໍ້າປະກັນວ່າ ບໍ່ສ່ວນບຸກຄົນທີ່ບໍ່ໄດ້ຖືກເລືອກ ເຂົ້າຮັບໜ້າທີ່ຢູ່ໃນຕຳແໜ່ງຝ່າຍບໍລິຫານ.
ການຕັດສິນຂອງສານ ມີຂຶ້ນນຶ່ງມື້ຫລັງຈາກຜູ້ນຳຄົນໃໝ່ຂອງຊິມບັບເວ ໃນຮອບເກືອບ
ສີ່ທົດສະວັດ ໄດ້ສາບານໂຕເຂົ້າຮັບຕຳແໜ່ງ ໂດຍໃຫ້ຄຳໝັ້ນສັນຍາທີ່ຈະທຳການປະຕິ
ຮູບທີ່ສຳຄັນ ເພື່ອຊ່ວຍຜ່ອນເບົາ ວິກິດການທາງດ້ານເສດຖະກິດຂອງປະເທດ ທີ່ມີມາດົນນານແລ້ວ.
ປະທານາທິບໍດີ ເອັມເມີສັນ ນານກັກວາ ໄດ້ເຂົ້າກຳຕຳແໜ່ງໃນວັນສຸກວານນີ້ ໃນການ
ຮຳບາດແຜທີ່ເຈັບປວດໂດຍການປົກຄອງແບບຜະເດັດການທີ່ມີມາເປັນເວລາ 37 ປີ
ຂອງທ່ານໂຣເບີດ ມູກາເບ ຜູ້ທີ່ໄດ້ລາອອກໃນວັນອັງຄານທີ່ຜ່ານມາ ພາຍໃຕ້ການກົດ
ດັນຢ່າງຂຸ້ນຂ້ຽວ ຈາກກອງທັບ ແລະພັກລັດຖະບານທີ່ປົກຄອງປະເທດໃນເວລານີ້.
ຢູ່ໃນຄຳປາໄສເຂົ້າຮັບຕຳແໜ່ງນັ້ນ ທ່ານນານກັກວາ ກ່າວວ່່າ ຊິມບັບເວຈະພະ ຍາຍາມ
ຈ່າຍຄາໜີ້ສິນຕ່າງປະເທດ ຈະຜ່ອນຜັນການນຳເຂົ້າສິນຄ້າ ແລະຈະເຮັດວຽກເພື່ອຄໍ້າປະກັນໃຫ້ຊາວຊິມບັບເວ ໄດ້ຮັບເງິນສົດງ່າຍຂຶ້ນ ຊຶ່ງເປັນຄຳໝັ້ນສັນຍາ ທີ່ໄດ້ຮັບການຮ້ອງເຊຍຈາກປະຊາຊົນຢ່າງຫລວງຫລາຍຢູ່ໃນປະເທດ ບ່ອນທີ່ເງິນຕາ 9 ສະກຸນ ກຳລັງໃຊ້
ກັນຢ່າງຖືກຕ້ອງໃນການຊື້ຂາຍແຕ່ເປັນບ່ອນທີ່ເງິນສົດຫາຍາກທີ່ສຸດ.
ທ່ານຍັງກ່າວວ່າ ທ່ານໝັ້ນໝາຍທີ່ຈະຊ່ວຍພວກຊາວນາ ຜູ້ທີ່ດິນດອນຂອງເຂົາເຈົ້າໄດ້
ຖືກຍຶດເອົາໄປ ພາຍໃຕ້ການປົກຄອງຂອງທ່ານມູກາເບ. ຜູ້ຕິຕຽນທ່ານມູກາເບກ່າວວ່າ ໂຄງການປະຕິຮູບດິນດອນຂອງປະເທດທີ່ເປັນບັນຫາໂຕ້ແຍ້ງ ທີ່ໄດ້ບັງຄັບໃຫ້ພວກຊາວນາຄົນຜິວຂາວ ທີ່ມິປະສົບການນັ້ນ ໜີອອກຈາກດິນ ດອນຂອງເຂົາເຈົ້າ ເຮັດໃຫ້
ເກີດຄວາມອຶດຢາກຢູ່ໃນປະເທດ ຊຶ່ງຄັ້ງນຶ່ງຖືວ່າເປັນອູ່ເຂົ້າອູ່ນໍ້າຂອງພາກໃຕ້
ອາຟຣິການັ້ນ.
ທ່ານນານກັກວາ ຈະຮັບໜ້າທີ່ໃນສ່ວນທີ່ເຫລືອຂອງສະໄໝການປົກຄອງຂອງ ທ່ານມູ
ກາເບ ທີ່ຈະສິ້ນສຸດລົງໃນກາງປີ 2018 ຫລັງຈາກການເລືອກຕັ້ງປະທາ ນາທິບໍດີຄົນ
ໃໝ່ ໃຫ້ຄຳໝັ້ນສັນຍາວ່າ ຈະເປັນແບບ “ປະຊາທິປະໄຕ.”