ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຝ່າຍຄ້ານ ຊິມບັບເວ ຖອນຟ້ອງ ທ້າທາຍ ການເລືອກຕັ້ງ (ວີດີໂອ)


ທ່ານ Morgan Tsvangirai ຜູ້ນຳຂະບວນການ MDC ຂອງຊິມບັບເວ
ທ່ານ Morgan Tsvangirai ຜູ້ນຳຂະບວນການ MDC ຂອງຊິມບັບເວ
ພັກຝ່າຍຄ້ານຂອງຊິມບັບເວ ໄດ້ຖອນການຟ້ອງຮ້ອງຕໍ່ສານ ເພື່ອ
ທ້າທາຍຜົນການເລືອກຕັ້ງໃນເດືອນແລ້ວທີ່ພັກຝ່າຍຄ້ານເວົ້າວ່າ
ຕົນບໍ່ຄາດວ່າ ຈະໄດ້ຮັບ ການຕັດສິນແບບເປັນທໍາຈາກສານ.

ທ່ານ Douglas Mwonzora ໂຄສົກຂະບວນການເພື່ອການປ່ຽນ
ແປງໄປສູ່ປະຊາທິປະໄຕຫລື MDC ຊຶ່ງເປັນພັກຝ່າຍຄ້ານກ່າວຕໍ່
ວີໂອເອ ກ່ຽວກັບການຕັດສິນໃຈ ໃນມື້ວັນສຸກວານນີ້ ນຶ່ງມື້ກ່ອນທີ່
ສານລັດຖະທຳມະນູນຂອງຊິມບັບເວ ຈະຮັບຟັງຄະດີດັ່ງກ່າວ.

ຂະບວນການ MDC ກ່າວຫາ ຄະນະກຳມະການເລືອກຕັ້ງ ຂອງ
ຊິມບັບເວວ່າ ສໍ້ໂກງຄະແນນສຽງໃນການເລືອກຕັ້ງໃຫ້ແກ່ປະທາ
ນາທິບໍດີ Robert Mugabe ໂດຍປ່ຽນແປງບັນຊີລາຍຊື່ຜູ້ມີສິດປ່ອນບັດ.

ໂຄສົກ Mwonzora ໄດ້ອ້າງເຫດຜົນຫລາຍໆຢ່າງ ກ່ຽວກັບການຕັດສິນໃຈທີ່ວ່ານີ້ ຮວມທັງ
ການຕັດສິນ ທີ່ຫ້າມບໍ່ໃຫ້ມີການໃຫ້ການແບບປາກເປົ່າ ໃນລະຫວ່າງການຮັບຟັງຄະດີ ຂອງ
ສານ ເພື່ອປ້ອງກັນບໍ່ໃຫ້ພັກຂອງທ່ານ ຮຽກໂຕພະຍານໄປໃຫ້ການ. ນອກນັ້ນແລ້ວ ທ່ານຍັງ ເວົ້າວ່າ ຂະບວນການ MDC ບໍ່ທັນໄດ້ຮັບເອກກະສານກ່ຽວກັບການເລືອກຕັ້ງທີ່ຕົນໄດ້ຮ້ອງ ຂໍໄປຈາກຄະນະກຳມະການເລືອກຕັ້ງ ແລະໃຫ້ຂໍ້ສັງເກດວ່າ ເມື່ອໄວໆມານີ້ປະທານາທິບໍດີ Mugabe ກ່າວວ່າ ຜົນການເລືອກຕັ້ງຈະບໍ່ມີການຕ່າວປີ້ນ.

ໃນບັນທຶກສອງໜ້າທີ່ສົ່ງໄປຫາສານລັດຖະທຳມະນູນຂອງຊິມບັບເວນັ້ນຜູ້ນຳຂອງຂະບວນ ການ MDC ທ່ານ Morgan Tsvangirai ກ່າວວ່າເປັນ ທີ່ໜ້າເສຍໃຈແລະໂສກເສົ້າທີ່ສຸດ ທີ່ທ່ານຕ້ອງໄດ້ຖອນຄະດີດັ່ງກ່າວ.

ເປັນທີ່ຄາດກັນວ່າ ປະຊາຄົມການພັດທະນາ ໃນເຂດພາກໃຕ້ຂອງອາຟຣິກາ ຈະຫາລືກັນ ກ່ຽວກັບການເລືອກຕັ້ງ ຂອງຊິມບັບເວ ໃນລະຫວ່າງກອງປະຊຸມສຸດຍອດ ທີ່ເລີ້ມຂຶ້ນ ຢູ່ປະ ເທດມາລາວີ ໃນວັນເສົາມື້ນີ້.

ZIMBABWE ELECTIONS CNPK
please wait

No media source currently available

0:00 0:00:48 0:00
XS
SM
MD
LG