ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໐ ພຶດສະພາ ໒໐໒໕

ຊາວບ້ານນຶ່ງ ຂອງຊິມບາເວ ຄັດຄ້ານ ໂຄງການບໍ່ແຮ່ ຂອງບໍລິສັດຈີນ


Zimbabwean Villagers Resist Chinese Company Mining Project
please wait

No media source currently available

0:00 0:03:00 0:00

ຊາວບ້ານນຶ່ງຂອງຊິມບາເວ ຂັດຄ້ານ ໂຄງການບໍ່ແຮ່ ຂອງບໍລິສັດຈີນ

ປະຊາຊົນຊາວຊິມບັບເວບາງຄົນ ບໍ່ພໍໃຈກັບການເຄື່ອນໄຫວຂອງນັກລົງ ທຶນຈີນ ທີ່
ຈະມາເປີດອ່າງບໍ່ແຮ່ ຢູ່ບ້ານແຫ່ງນຶ່ງທີ່ຢູ່ຂ້າງນອກຂອງນະ​ຄອນ​ຫຼວງ ຮາຣາເຣ ຂອງ
ປະເທດດັ່ງກ່າວ. ພວກ​ຄັດຄ້ານທັງຫຼາຍກ່າວວ່າ ໂຄງການທີ່ວ່າ ນີ້ ຈະເຮັດໃຫ້ຜູ້ຄົນ
ທີ່ຢູ່ໃນເຂດນັ້ນ ຂາດທີ່ຢູ່ອາໄສປະມານ 20,000 ຄົນ. ແຕ່ດັ່ງທີ່ ໂກລຳບັສ ມາຮັງກາ
ລາຍງານມາຈາກ ນະ​ຄອນ ຮາຣາເຣ ກໍແມ່ນວ່າ ຜູ້ແທນຄົນນຶ່ງ ຂອງບໍລິສັດຈີນດັ່ງ
ກ່າວ ໄດ້ປະຕິເສດຂໍ້ກ່າວອ້າງທີ່ວ່ານັ້ນ ດັ່ງ ສາລີຈະມີລາຍລະອຽດມາສະເໜີທ່ານ.

ລິງໂດຍກົງ

ປະຊາຊົນຢູ່ໃນ ດົມໂບຊາວາ ຊຶ່ງ​ເປັນເຂດ​ພູ​ຜາ ຂັບລົດຂຶ້ນໄປທາງຕາ ເວັນອອກສຽງ
ເໜືອຈາກນະ​ຄອນຮາຣາເຣ ປະມານນຶ່ງຊົ່ວໂມງ ພວມລະດົມ ກັນຕໍ່ຕ້ານການເຄື່ອນ
ໄຫວຂອງບໍລິສັດຈີນທີ່ຈະເປີດອ່າງບໍ່ແຮ່ໃນເຂດດັ່ງກ່າວ.

ແມ່ເຖົ້າອາຍຸ 70 ປີຜູ້ນີ້ກ່າວວ່າ ໂຄງການທີ່ໄດ້ສະເໜີໄປ ໂດຍບໍລິສັດໄອຫົວຈຽນເຢ ຈະສ້າງຄວາມເສຍຫາຍ ໃຫ້ແກ່ຄວາມສັກສິດຂອງເຂດດັ່ງກ່າວ ຊຶ່ງ ລາວກ່າວວ່າ ມີ
ຖໍ້າທີ່ສັກສິດ ມີນໍ້າລິນ ແລະຈຳພວກງູຢ່າງຫລວງຫລາຍ.

ແມ່ຕູ້ ຟລໍເຣັນສ໌ ນິຢາມັນເດ ຊາວບ້ານ ດົມໂບຊາວາ ກ່າວວ່າ:
“ຊາວຈີນເປັນພວກກະຫາຍເງິນ ຢາກໄດ້ຊັບສົມບັດຂອງຊິມບາເວ. ຢາກມາຄູນ ຮັ່ງ
ຄູນມີຢູ່ໜີ້ ແລ້ວນຳເອົາກັບຄືນໄປປະເທດຈີນ. ພວກເຂົາຈະບໍ່ພັດທະນາປະ ເທດເຮົາ ເພາະສະນັ້ນ ພວກເຮົາຈຶ່ງບໍ່ຕ້ອງການພວກເຂົາຢູ່ໜີ້ ເວົ້າແທ້ແລ້ວ ເວົ້າດ້ວຍສ່ວນເລິກ
ຂອງຫົວໃຈແລ້ວ ເວົ້າດ້ວຍໃຈຈິງແລ້ວ ພວກເຮົາໝົດຫວັງ ຫລາຍ. ພວກເຮົາຈະເວົ້າ
ວ່າ ບໍ່ ແລ້ວກໍບໍ່ ເຮົາຈະເວົ້າບໍ່ ອີກຫຼາຍເທື່ອ. ຂ້ອຍ ຈະຢືນຢູ່ແບບນີ້ ເພື່ອລູກເພື່ອຫຼານ
ຂອງພວກເຮົາ ຜູ້ທີ່ຈະໄດ້ຮັບມໍລະດົກອັນນີ້ ຜູ້ທີ່ຈະໄດ້ຮັບມູນເຊື້ອອັນນີ້.”

ນອກນັ້ນ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ ທັງເປັນຜູ້ແທນສະພາ ປະ ຈຳເຂດ
ນັ້ນ ທ່ານ ເອເນິຈີ ມູໂຕດີ ກໍຍັງຄັດຄ້ານ ຕໍ່ແຜນການອ່າງບໍ່ແຮ່ນີ້ຄືກັນ. ທ່ານປະຕິເສດ
ວ່າ ບໍ່ໄດ້ເອົາຕຳແໜ່ງຂອງທ່ານໄປໃຊ້ໃນເລື້ອງນີ້ ຊຶ່ງ​ເປັນ​ການຕ້ານຄຳເວົ້າຂອງປະ
ທານາທິບໍດີເອມເມີຊັນ ມະນັງກາວາທີ່ວ່າ “ຊິມບາເວແມ່ນເປີດກວ້າງສຳລັບທຸລະກິດ”
ນັ້ນໂດຍເວົ້າວ່າ:

“ມັນເປີດກວ້າງສຳລັບທຸລະກິດ ຫາກແຕ່ວ່າບໍ່ແມ່ນສຳລັບທຸລະກິດ ທີ່ຈະມາມ້າງ ເພສິ່ງ
ແວດລ້ອມ ຂອງພວກເຮົາ. ພວກເຮົາຢາກຮັກສາໄວ້ ສິ່ງແວດລ້ອມອັນດີ ງາມຂອງພວກ
ເຮົາ. ແນ່ນອນ ພວກເຮົາຢາກພັດທະນາປະຊາຄົມຂອງພວກເຮົາ ແຕ່ກໍຢ່າມາແຕະຕ້ອງ
ສິ່ງແວດລ້ອມຂອງພວກເຮົາ ໃຫ້ມັນຄົງທີ່ຢູ່ຄືເກົ່າ. ພວກຜູ້ ຄົນພາກັນວ່າ ບໍ່ ນັ້ນຄືສິ່ງທີ່
ລັດຖະບານຈະຕ້ອງໄດ້ເຮັດ.”

ທ່ານ ມູໂຕດີເວົ້າຕໍ່ໄປວ່າ ບໍລິສັດຈີນ ໄດ້ຕົກລົງວ່າ ຈະສ້າງວຽກ​ການ​ເຮັດຢູ່ໃນ ທ້ອງຖິ່ນ
500 ໜ້າວຽກ ແຕ່ເທົ່າເຖິງປັດຈຸບັນ ເຫັນມີແຕ່ພຽງ 40 ໜ້າວຽກສຳ ລັບໂຄງການ 500 ລ້ານໂດລາ.

ສະຖານທູດຈີນຢູ່ຮາຣາເຣ ປະຕິເສດທີ່ຈະໃຫ້ຄວາມເຫັນໃດໆໃນເລື້ອງນີ້ ໂດຍ ເວົ້າວ່າ ມັນບໍ່ແມ່ນໂຄງການຂອງປັກກິ່ງ.

ໃນກອງປະຊຸມຄັ້ງນຶ່ງກັບພວກຊາວບ້ານ ຜູ້ແທນຄົນນຶ່ງຂອງໄອຫົວຈຽນເຢ ປະ ຕິເສດ ບໍ່ຍອມຮັບວ່າ ໂຄງການ 33 ເຮັກຕານີ້ ຈະເຮັດໃຫ້ຜູ້ຄົນໃນທ້ອງຖິ່ນ ຫລາຍໆພັນຄົນ ຂາດທີ່ຢູ່ອາໄສ. ທ່ານ ເພີຊີ ມຸດຊິດວາ ປະຈຳສະຖາບັນ GeoGlobal Environmental Solutions ກ່າວວ່າ:

“ພວກຜູ້ຄົນໄດ້ຮັບຂໍ້ມູນຜິດໆມາຈາກໃຜກໍບໍ່ຮູ້ ທີ່ພວກເຂົາເຈົ້າໄດ້ໄປຟັງມາ. ບໍ່ ມີໃຜຈະ
ບໍ່ມີບ້ານເຮືອນຢູ່. ແມ່ນແຕ່ຜີປ່າຊ້າກໍຈະບໍ່ຖືກຍ້າຍ. ແຕ່ມັນກໍມີການເຂົ້າ ໃຈຜິດທີ່ວ່າ
20,000 ຄົນ ຈະໄດ້ຍ້າຍບ່ອນຢູ່. ພວກເຮົາສະເໜີວ່າ ຜີປ່າຊ້າ ຕ່າງໆ ຈະໃຫ້ມີຮົ້ວລ້ອມ.
ມັນມີນໍ້າລິນ ໄຫລຢູ່ເທິງບໍລິເວນສຸສານ ພວກເຮົາສະ ເໜີວ່າ ບໍ່ນໍ້າດັ່ງກ່າວ ກໍຈະ
ໃຫ້ມີຮົ້ວອ້ອມ.”

ສ່ວນອົງການຄຸ້ມ​ຄອງສິ່ງແວດລ້ອມຊິມບາເວກໍຄາດວ່າ ຈະເປັນຜູ້ຕັດສີນໃຈຂັ້ນ ສຸດ
ທ້າຍວ່າ ບໍລິສັດຈີນຈະໄດ້ລົງມືໄປໂລດກັບແຜນການອ່າງບໍ່ແຮ່ ທີ່ໄດ້ວາງເອົາ ໄວ້ຢູ່ໜີ້
ຫລືບໍ່.

ເຊີນອ່ານເລື້ອງນີ້ຕື່ມເປັນພາສາອັງກິດ

XS
SM
MD
LG