ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໙ ມິຖຸນາ ໒໐໒໓

ໜ່ວຍ​ຕໍ່ຕ້ານ​ ການລັກລອບ ຂ້າສັດປ່າ ໃນ Zimbabwe ປະສົບຜົນສຳເລັດ ເປັນຢ່າງດີ ​


ສະມາຊິກຂອງ ໜ່ວຍຕໍ່ຕ້ານການຂ້າຊ້າງ ຂອງມູນນິທິ Bumi Anti ພາກັນລາດຕະເວນ ຊອກຫາພວກລັກລອບ ລ່າສັດປ່າໃນເຂດ Sebungwe ເມືອງ Kariba ປະເທດ Zimbabwe, ກຸມພາ 2017.

ໜ່ວຍ​ຕໍ່ຕ້ານ​ການລັກລອບ ຂ້າສັດປ່າ ທີ່​ປະຕິບັດ​ງານ ​ຢູ່ໃນອຸດທະຍານແຫ່ງຊາດ
Matusadona ຢູ່ທາງພາກ​ຕາ​ເວັນຕົກ​ ຂອງ Zimbabwe ​ລາຍ​ງານ​ວ່າ ບໍ່​ໄດ້ມີ​ການ​
ລັກຂ້າ​ຊ້າງມາ​ໄດ້ ​ເກືອບ 2 ປີ​ແລ້ວ. ໜ່ວຍ​ງານ​ດັ່ງກ່າວ​ຫວັງວ່າ ການ​ເຝົ້າ​ຄອຍ​ຢ່າງ
ລະ​ມັດ​ລະ​ວັງຂອງຕົນ ຈະສາມາດ​ນຳເອົາ​ໄປ​ໃຊ້ ​ໃນ​ທົ່ວ​ປະ​ເທດ ປະກອບກັບຄວາມ
ພະຍາຍາມໃຫ້ການ​ສຶກສາອົບຮົມ ຊຶ່ງຈະ​ຊ່ອຍ​ຫຼີກເວັ້ນ ຈາກການ​ລ່າ​ຊ້າງ​ທີ່​ວ່າ​ນີ້ ທີ່ຈະ
ເປັນ​ການ​ສ່ຽງຕໍ່ການສູນເສຍຊີວິດປ່າທີ່ອຸດົມຮັ່ງມີຂອງ​ Zimbabwe ໃຫ້ສິ້ນໄປ.
Sebastian Mhofu ມີ​ລາຍ​ງານຈາກ​ເຂດ Matusadona ທີ່​ມີ​ຊາຍ​ແດນຕິດ​ກັບ
Zambia ຊຶ່ງວັນນະສອນຈະນຳເອົາລາຍລະອຽດມາສະເໜີທ່ານ.

ພວກ​ສະມາ​ຊິກຂອງ ໜ່ວຍ Bumi Hills ​ຕ້ານ​ການລັກລອບຂ້າສັດປ່າ ຈະເລີ່​ມຕົ້ນ
​ມື້ວັນ​ເຮັດ​ວຽກ​ຂອງ​ພວກ​ເຂົາ​ເຈົ້າດ້ວຍການຝຶກແອບ ກ່ອນຈະ​ເຂົ້າ​ໄປໃນປ່າ ​ເພື່ອ
​ຊອກ​ຫາ​ພວກລັກລອບ​ລ່າ​ສັດ. ພວກລັກລອບ​ລ່າ​ສັດ ຈະພາກັນຊອກຫາຕັ້ງແຕ່ຊ້າງ
ໄປຫາ ​ໂຕແຮດ ໄປຫາສັດຈຳພວກໂຕນ້ອຍໆ ເພື່ອເອົາຊີ້ນມາກິນເປັນອາຫານ. ແຕ່
​ ທ່ານ Nick Milne ​ຜູ້​ຄົ້ນພົບ ທັງເປັນຫົວໜ້າ ມູນ​ນິທິ Bumi Hills ກ່າວ​ວ່າ ກຸ່ມຕ້ານ​ການລັກລອບຂ້າສັດປ່າຂອງ​ທ່ານ​ ​ແມ່ນໄດ້​ປະສົບ​ຄວາມ​ສຳ​ເລັດ.

ທ່ານກ່າວວ່າ “ພວກ​ເຮົາ ​ໄດ້​ກຳຈັດ​ການ​ລັກລອບຂ້າຊ້າງມາ​ຢ່າງ​ສິ້ນ​ເຊີງ ​ເປັນ​ເວລາ
​ເກືອບ 2 ປີແລ້ວ. ​ເດືອນ ມີນາ 2015 ​ໄດ້ມີ​ການ​ບັນທຶກ​ຄັ້ງ​ຫຼ້າ​ສຸດ ​ກ່ຽວກັບເຫດການ
ດັ່ງກ່າວ. ​ແຕ່​ວ່າ ຂົງ​ເຂດ​ຂອງ​ພວກ​ເຮົາ ​ເປັນເຂດນ້ອຍໆ. ສິ່ງ​ທີ່​ພວກ​ເຮົາ​ໄດ້​ເຮັດມາ​
ກໍຄື​ ​ພັກ​ດັນບັນຫາອອກ​ໄປ. ພວກ​ເຮົາຮູ້​ວ່າ ຢູ່ເຂດໄກ້ຄຽງ ການລັກຂ້າ​ຊ້າງແມ່ນມີ
​ເພີ່ມ​ຂຶ້ນ ​ເພາະສະ​ນັ້ນ ໃນ​ຂັ້ນ​ຕອນປະຕິບັດ​ງານ​ນີ້ ​ແມ່ນພວກເຮົາເຮັດວຽກ​ກັບ​ທຸກ​ຄົນ ເພື່ອພະຍາຍາມ​ປະສານ​ງານ​ຮ່ວມ​ກັນ. ​ໄດ້​ມີ​ການ​ເຮັດ​ວຽກ​ມາຢ່າງ​ຫຼວງ​ຫຼາຍ​ ​ແຕ່​ມັນ
ກໍເປັນ​ກະຈັດກະຈາຍຢູ່ ​ເພາະສະ​ນັ້ນ ມັນຈຶ່ງ​ບໍ່​ມີປະສິດທິ​ຜົນ.”

ສະມາຊິກ ມູນນິທິ Bumi ທີ່ຕໍ່ຕ້ານການຂ້າງຊ້າງ ຊອກຫາພວກຂ້າຊ້າງ ໃນເຂດ Sebungwe, Kariba, Zimbabwe, 5 ກຸມພາ, 2017.
ສະມາຊິກ ມູນນິທິ Bumi ທີ່ຕໍ່ຕ້ານການຂ້າງຊ້າງ ຊອກຫາພວກຂ້າຊ້າງ ໃນເຂດ Sebungwe, Kariba, Zimbabwe, 5 ກຸມພາ, 2017.

ກອງ​ທຶນທີ່ມີຊື່ວ່າ Great Elephant Cencus ທີ່ໃຫ້ທຶນໂດຍ ທ່ານ Paul Allen ​
ຜູ້ມີໃຈກຸສົນ ເມື່ອປະມານ 20 ປີ ກ່ອນໄດ້ລົງຄວາມເຫັນ​ວ່າ ຈຳນວນ​ປະຊາກອນ​ຊ້າງ
​ໄດ້​ຫຼຸດ​ລົງ ​75​ ​ເປີ​ເຊັນ ​ໃນ​ຂົງ​ເຂດ​ນີ້ ຊຶ່ງນັ້ນເປັນ​ການ​ກະ​ຕຸ້ນໃຫ້ທ່ານ Milne ສົນໃຈ
ໃຫ້ຫັນໜ້າ​ເຂົ້າ​ມາຫາຄວາມພະຍາຍາມ​ໃນ​ການ​ອະນຸລັກ. ທ່ານ​ກ່າວ​ວ່າ ການ​ເອົາ​
ບາດກ້າວໃນ​ໂຄງການ​ຕໍ່ຕ້ານການລັກຂ້າຊ້າງ ຈະໄດ້ຜົນກໍຕໍ່ເມື່ອ ​ປະຊາ​ຄົມ​ທ້ອງຖິ່ນ​
ເຂົ້າ​ມາ​ພົວພັນນຳ.

ນາຍ​ຄູໂຮງຮຽນ​ປະຖົມ​ສຶກສາ Kauzhumba ທີ່ Kariba ​ໄດ້​ໂອ້​ລົມກັບ​ພວກ​ນັກຮຽນ
ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ສັດປ່າ​. ທ່ານນາງ Oppah Muchinguri ລັດຖະມົນຕີ​ກະຊວງ​
ສະພາບ​ແວດ​ລ້ອມ ກ່າວ​ວ່າ ​ເຂດ Sebungwe ​ມີຄວາມ​ຫຼໍ່​ແຫຼມ​ຕໍ່​ການ​ລັກຂ້າຊ້າງ ​
ເພາະວ່າປະຊາ​ຄົມ​ທຸກ​ຍາກເຫຼົ່ານີ້ ​ໄດ້​ຮັບເງິນຈາກພວກ​ລັກຂ້າຊ້າງ​ຊາວ Zimbia.

ທ່ານ​ນາງ​ກ່າວ​ວ່າ ​ຍ້ອນເຫດຜົນດັ່ງກ່າວ​ ລັດຖະບານ​ຂອງ​ທ່ານ​ນາງ ​ຈຶ່ງໄດ້​ເຮັດຫຼັກສູດ
ສິດສອນຂຶ້ນມາ ​ສຳລັບ​ໂຮງຮຽນ Zimbabwe ໃຫ້​ພວກ​ນັກຮຽນ​ໄດ້​ຮຽນ​ຮູ້​ເຖິງ​ຄຸນຄ່າ​
ຂອງ​ພວກ​ສັດ​ປ່າ ທັງ​ສົ່ງ​ເສີມ​ຄວາມ​ພະຍາຍາມ​ຂອງການ​ຕໍ່ຕ້ານ​ການ​ລັກຂ້າ​ຊ້າງ. ​
ທ່ານ​ນາງ​ອະທິບາຍ​ວ່າ ​ອຸດທະຍານແຫ່ງ​ຊາດ Matusadona ​ເປັນບ່ອນ​ທີ່​ມີ​ຄວາມ
ຫຼໍ່ແຫຼມທີ່​ສຸດ ​ຕໍ່ການລັກລອບຂ້າ​ຊ້າງ​ໃນ​ອາ​ຟຣິກາ.

ອ່ານຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG