ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຊື້ອໄວຣັສ Zika ອາດເປັນສາເຫດພາໃຫ້ ການແທ້ງລູກ ເພີ້ມຈຳນວນຂຶ້ນ


ຄົນໄຂ້ຫຼາຍຄົນເຂົ້າຮ່ວມໃນການບັນຍາຍປ້ອງກັນເຊື້ອໄວຣັສ Zika ໃນຂະນະທີ່ພວກເຂົາເຈົ້າລໍຖ້າຮັບການປິ່ນປົວ ທີ່ໂຮງ
ໝໍແມ່ຍິງແຫ່ງຊາດ ໃນນະຄອນຫຼວງ San Salvador, ປະເທດ El Salvador, 29 ມັງກອນ, 2016.
ຄົນໄຂ້ຫຼາຍຄົນເຂົ້າຮ່ວມໃນການບັນຍາຍປ້ອງກັນເຊື້ອໄວຣັສ Zika ໃນຂະນະທີ່ພວກເຂົາເຈົ້າລໍຖ້າຮັບການປິ່ນປົວ ທີ່ໂຮງ ໝໍແມ່ຍິງແຫ່ງຊາດ ໃນນະຄອນຫຼວງ San Salvador, ປະເທດ El Salvador, 29 ມັງກອນ, 2016.

ບັນດາທ່ານໝໍ, ຜູ້ຊ່ຽວຊານດ້ານສາທາລະນະສຸກ ແລະ ອົງການ ສິດທິຂອງແມ່ຍິງໄດ້ມີຄວາມເປັນຫ່ວງວ່າ ເດັກນ້ອຍເກີດໃໝ່ທີ່ມີ ສະພາບຜິດປົກກະຕິ ດ້ວຍຫົວກະໂຫຼກທີ່ຫົດ ແລະ ສະໝອງຖືກ ທຳລາຍ ເຊິ່ງເປັນອາການທີ່ຖືກສົງໄສວ່າກ່ຽວພັນ ລະຫວ່າງ ເຊື້ອ ໄວຣັສ Zika ກັບ ຫົວນ້ອຍຜິດປົກກະຕິນັ້ນ, ຈະເປັນສາເຫດເຮັດ ໃຫ້ແມ່ຍິງທັງຫຼາຍ ໃນບັນດາປະເທດຂອງທະວີບ ອາເມຣິກາ ພາ ກັນຫາທາງແທ້ງລູກແບບຜິດກົດໝາຍ.

ບາງປະເທດໃນເຂດ ອາເມຣິກາລາຕິນ ໄດ້ເລືອກທີ່ຈະແນະນຳໃຫ້ ແມ່ຍິງທັງຫຼາຍເລື່ອນການຖືພາ, ແທນທີ່ຈະໄປແທ້ງລູກ. ບັນດາແມ່ ຍິງໃນປະເທດທີ່ມີຄວາມທຸກຍາກເຫຼົ່ານີ້ ບໍ່ຄ່ອຍມີການວາງແຜນ ຄອບຄົວ ແລະ ແມ່ນກະທັ້ງບາງຄົນກໍບໍ່ສາມາດຈະຊື້ຢາກັນຍຸງ ເພື່ອຊ່ວຍຫຼີກເວັ້ນເຊື້ອໄວຣັສ ທີ່ເກີດມາຈາກຍຸງນີ້.

ແຜນທີ່ຂອງຂົງເຂດທີ່ມີການຕິດເຊື້ອໄວຣັສ Zika.
ແຜນທີ່ຂອງຂົງເຂດທີ່ມີການຕິດເຊື້ອໄວຣັສ Zika.

ເຊື້ອໄວຣັສ ເກີດຂຶ້ນສ່ວນໃຫຍ່ໃນປະເທດ ບຣາຊິລ, ເຊິ່ງເປັນປະເທດທີ່ຄົນສ່ວນຫຼາຍນັບຖື ສາສະໜາ ກາໂທລິກ. ຄວາມຜິດພາດໃນການແທ້ງລູກທີ່ຜິດກົດໝາຍ ໃນຄລີນິກ ໄດ້ເປັນສາ ເຫດຫຼັກ ຂອງການຕາຍຂອງແມ່ຍິງຖືພາໃນປະເທດ ບຣາຊິລ.

ທ່ານ Daniel Becker, ເປັນໝໍກ່ຽວກັບເດັກ ແລະ ຜູ້ຊ່ຽວຊານດ້ານສາທາລະນະສຸກ ໃນນະ ຄອນຫຼວງ Rio de Janeiro ກ່າວຕໍ່ອົງການຂ່າວ Reuters ວ່າ “ເຊື້ອໄວຣັສ Zika ແມ່ນຫາ ຍະນະທາງດ້ານສຸຂະພາບຊະນິດໜຶ່ງ ແລະ ເປັນໄພຄຸກຄາມທີ່ອັນຕະລາຍ ສຳລັບແມ່ຍິງ ທັງຫຼາຍ. ພວກແມ່ຍິງທີ່ຕິດເຊື້ອໄວຣັສນັ້ນຈະພາກັນຫາທາງແທ້ງລູກ.”

ອົງການອະນາໄມໂລກ ແມ່ນກຳລັງຈັດກອງປະຊຸມສຸກເສີນໃນວັນຈັນມື້ນີ້ ເພື່ອຕັດສິນວ່າໄພ ຂົ່ມຂູ່ຈາກເຊື້ອໄວຣັສ Zika ຄວນຈະຖືກຈັດໃຫ້ເປັນວິກິດການທາງດ້ານສາທາລະນຸສຸກໂລກ ຫຼືບໍ່.

ການເຊື່ອມຕໍ່ລະຫວ່າງເຊື້່ອໄວຣັສ Zika ແລະ ໂຣກກະໂຫຼກຫົວນ້ອຍ ແມ່ນຖືກສົງໄສວ່າກ່ຽວ ພັນກັນຢ່າງໜັກແໜ້ນ, ແຕ່ວ່າຍັງບໍ່ໄດ້ຖືກພິສູດຢ່າງເປັນລາຍລັກອັກສອນເທື່ອ. ສາເຫດຂອງ ການເກີດມາຜິດປົກກະຕິ ແບບນີ້ແມ່ນກຳລັງຢູ່ໃນການສືບສວນສອບສວນຢູ່. ໃນປະເທດ ບຣາຊິລ, ເຫດການຂອງເດັກນ້ອຍທີ່ເກີດມາຜິດປົກກະຕິໂດຍທົ່ວໄປ ຕອນນີ້ແມ່ນສູງກວ່າ ປົກກະຕິ 10 ເທົ່າ.

ປະຈຸບັນນີ້ຍັງບໍ່ມີຢາວັກຊີນສັກປ້ອງກັນເຊື້ອໄວຣັສ Zika ເທື່ອ.

Zika Threatens to Become Global Health Threat
please wait

No media source currently available

0:00 0:02:08 0:00

XS
SM
MD
LG