ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສູນຄວບຄຸມ ແລະ ປ້ອງກັນພະຍາດ ສະຫະລັດ ຢືນຢັນວ່າ ໄວຣັສ Zika ເປັນສາເຫດ ຂອງໂຣກ ຫົວນ້ອຍ


ແມ່ຍິງ ພ້ອມລູກນ້ອຍຂອງພວກເຂົາເຈົ້າທີ່ເກີດມາພ້ອມກັບ
ໂຣກຫົວນ້ອຍ, ລໍຖ້າຮັບການປິ່ນປົວທີ່ໂຮງໝໍ Oswaldo
Cruz, ໃນເມືອງ Recife, ປະເທດ ບຣາຊິລ. 26 ມັງກອນ, 2016.
ແມ່ຍິງ ພ້ອມລູກນ້ອຍຂອງພວກເຂົາເຈົ້າທີ່ເກີດມາພ້ອມກັບ ໂຣກຫົວນ້ອຍ, ລໍຖ້າຮັບການປິ່ນປົວທີ່ໂຮງໝໍ Oswaldo Cruz, ໃນເມືອງ Recife, ປະເທດ ບຣາຊິລ. 26 ມັງກອນ, 2016.

ທ່ານໝໍ Tom Frieden ອຳນວຍການ ສູນຄວບຄຸມ ແລະປ້ອງກັນພະຍາດ ສະຫະລັດ ຫຼື CDC ໄດ້ເປີດກອງປະຊຸມຖະແຫລງຂ່າວ ໃນວັນພຸດວານນີ້ ຢູ່ທີ່ ສຳນັກງານໃຫຍ່ CDC ໃນນະຄອນ Atlanta ຂອງລັດ Georgia ເພື່ອປະກາດຜົນຂອງການສຶກສາຄົ້ນຄວ້າໃໝ່ ໂດຍກ່າວວ່າ “ບັດນີ້ ມັນຈະແຈ້ງແລ້ວວ່າ ໄວຣັສ Zika ເປັນສາເຫດຂອງໂຣກ Microcephaly ທີ່ພາໃຫ້ມີການເກີດທີ່ບໍ່ສົມປະກອບນັ້ນ."

ທ່ານ Frieden ໄດ້ກ່າວຕໍ່ໄປວ່າ CDC ພວມລິເລີ້ມ ການສຶກສາຕື່ມອີກ ເພື່ອພິຈາລະນາ ວ່າ ພວກເດັກນ້ອຍ ຜູ້ທີ່ມີໂຣກ Microcephaly ທີ່ເກີດຈາກໄວຣັສ Zika ນັ້ນ ອາດມີບັນ ຫາທາງສະໝອງແລະການພັດທະນາອື່ນໆນຳອີກ ຫຼື ບໍ່. ທ່ານກ່າວວ່າ ໂຣກ Microcephaly ອາດພຽງເປັນ "ການເລີ້ມຕົ້ນຂອງບັນຫາທີ່ໃຫຍ່ຫຼວງກວ່າທີ່ຄາດຄິດ ເທົ່ານັ້ນ” ຖ້າເວົ້າເຖິງ ໄວຣັສ Zika, ແມ່ນກະທັງ ພວກທາລົກ ທີ່ປາກົດວ່າເບິ່ງປົກກະຕິ ໃນຕອນທີ່ຄອດອອກມານັ້ນກໍຕາມ ອີງຕາມ ການສຶກສາຫຼັກ ທີ່ທ່ານໝໍ Sonja A. Rasmussen ເປັນຜູ້ຂຽນບົດຄົ້ນຄວ້າ.

ໂຣກ Microcephaly ເປັນອາການ ທີ່ເດັກທາລົກ ເກີດຂຶ້ນມາ ມີຫົວ ແລະ ສະໝອງນ້ອຍ ຜິດປົກກະຕິ ຊຶ່ງໄດ້ພົບເຫັນວ່າ ກ່ຽວພັນກັບໄວຣັສ Zika ນັບຕັ້ງແຕ່ ເດືອນກຸມພາຜ່ານມາ ໃນເວລາຜູ້ອຳນວຍການອົງການອະນາໄມໂລກ ຫຼື WHO ທ່ານນາງ Margaret Chan ໄດ້ປະກາດວ່າ ໄວຣັສ Zika “ເປັນໂຕການ ຈົນກວ່າ ທີ່ຈະພິສູດວ່າບໍ່ແມ່ນ” ໃນການ ກ່ຽວຂ້ອງ ກັບການກຳເນີດທີ່ຜິດປົກກະຕິດັ່ງກ່າວນີ້.

ນີ້ແມ່ນເປັນເທື່ອທຳອິດ ທີ່ໄວຣັສ ໄດ້ຖືກພິສູດທາງດ້ານວິທະຍາສາດວ່າ ເປັນສາເຫດກໍ່ ໃຫ້ເກີດເປັນໂຣກ Microcephaly ພ້ອມກັນນັ້ນ ເປັນເທື່ອທຳອິດ ທີ່ສະແດງໃຫ້ເຫັນວ່າ ໄວຣັສທີ່ແພ່ລະບາດໂດຍຍຸງເປັນສາເຫດເຮັດໃຫ້ເດັກທາລົກເກີດບໍ່ສົມປະກອບ.

ໃນຂະນະດຽວກັນ ຜົນຂອງການຄົ້ນຄວ້າຕ່າງໆ ອາດຈະບໍ່ເປັນທີ່ແປກໃຈ ບັນດານັກ ວິທະຍາສາດ ໄດ້ກ່າວວ່າ ການສຶກສາ ແມ່ນມີຄວາມສຳຄັນ ເພາະວ່າ ມັນຈະຊຸກຍູ້ໃຫ້ ເພີ້ມຄວາມພະຍາຍາມ ສຸມໃສ່ການຄົ້ນຄວ້າຫາວັກຊີນ ເພີ້ມຂຶ້ນຕື່ມ ແລະ ເນັ້ນຢ້ຳເຖິງ ຄວາມຈຳເປັນ ທີ່ຈະຕ້ອງໄດ້ສຶກສາອົບຮົມໃຫ້ປະຊາຊົນຮູ້ກ່ຽວກັບ ຄວາມສ່ຽງຕ່າງໆຂອງ ໄວຣັສ Zika.

ອ່ານຂ່າວເລື່ອງນີ້ເປັນພາສາອັງກິດ

Zika Microcephaly
please wait
Embed

No media source currently available

0:00 0:00:54 0:00

XS
SM
MD
LG