ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າ ຄ້າຢາເສບຕິດ ທີ່ເມັກຊິໂກ ຖືກສັງຫານ


ທ້າວ Heriberto Lazcano ຫົວໜ້າກຸ່ມຄ້າຢາເສບຕິດ Zetas ໄດ້ຖືກສັງຫານ ໃນການຍິງຕໍ່ສູ້ກັນກັບ ກອງທັບເຮືອ ເມັກຊິໂກ.
ທ້າວ Heriberto Lazcano ຫົວໜ້າກຸ່ມຄ້າຢາເສບຕິດ Zetas ໄດ້ຖືກສັງຫານ ໃນການຍິງຕໍ່ສູ້ກັນກັບ ກອງທັບເຮືອ ເມັກຊິໂກ.
ກອງ​ທັບ​ເຮືອເມັກຊິ​ໂກກ່າວ​ວ່າ ​ເປັນ​ທີ່​ປະກົດ​ວ່າ ຜູ້​ນໍາຂອງກຸ່ມ​
Zetas ​ຊຶ່ງ​ເປັນ​ກຸ່ມ​ຄ້າ​ຢາ​ເສບ​ຕິດທີ່​ມີ​ອິດ​ທິພົນ ທ້າວ Heriberto
Lazcano ໄດ້​ຖືກ​ສັງຫານ ​ໃນ​ການ​ຍິງຕໍ່ສູ້​ກັນ ໃນ​ລັດຊາຍ​ແດນ​
ທາງ​ພາກ​ເໜືອ​ຂອງ​ປະ​ເທດ.


ຖະ​ແຫຼງຂ່າວກອງ​ທັບ​ເຮືອເມັກ​ຊິ​ໂກກ່າວ​ວ່າ ສະມາຊິກ​ ທີ່​ຖືກ​ກ່າວຫາ​ສອງ​ຄົນ ຂອງ​ແກ້ງ​
ຄ້າ​ຢາ​ເສບ​ຕິດ​ດັ່ງກ່າວ ​ໄດ້​ຖືກ​ສັງຫານ ​ໃນການຍິງ​ກັນ​ກັບກໍາລັງ​ຂອງ​ທ​ະຫານ​ເຮືອ ທີ່​
ລັດ Coahuila ​ທາງ​ພາກ​ເໜືອ​ຂອງ​ປະ​ເທດໃນ​ວັນ​ອາທິດຜ່ານ ມານີ້ ​ແລະ​ມີ​ຫລັກ​ຖານ
“ທີ່​ໜັກ​ແໜ້ນ” ສະ​ແດງ​ໃຫ້​ເຫັນ​ວ່າ ນຶ່ງ​ໃນ​ຈໍານວນ​ນັ້ນ ແມ່ນທ້າວ Lazcano.

​ເຖິງ​ຢ່າງ​ໃດ​ກໍ​ດີ ລາຍ​ງານ​ກ່າວ​ວ່າ ຍັງ​ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ທຳການ​ທົດ​ສອບ​ຊອກ​ຫາ​ຫລັກ​ຖານຕື່ມ​ໃນ​ການ​ສັນ​ນະ​ສູດ​ສົບ ເພື່ອ​ຢັ້ງຢືນວ່າ​ເປັນ​ຜູ້ກ່ຽວ​ແທ້.

​ເຊື່ອ​ກັນ​ວ່າ ກຸ່ມ Zetas ເປັນ​ກຸ່ມ​ຄ້າ​ຢາ​ເສບຕິດ ທີ່​ໃຫຍ່​ທີ່​ສຸດ​ກຸ່ມ​ນຶ່ງ​ຂອງ​ເມັກ​ຊິ ​ໂກ ແລະ​ ເປັນ​ທີ່​ຊາບ​ກັນວ່າ ​ເປັນ​ກຸ່ມ​ທີ່​ຕັດ​ຫົວ​ແລະ​ຕັດ​ຮ່າງກາຍ​ຂອງສັດ​ຕູ​ ເຂົາ​ເຈົ້າອອກ​ເປັນ​ຕ່ອນໆ.

ສະຫະລັດ ​ໄດ້​ສະ​ເໜີ​ໃຫ້​ລາງວັນ 5 ລ້ານ​ໂດ​ລາ ​ກ່ຽວ​ກັບ​ຂໍ້​ມູນທີ່​ນໍາພາໄປ​ສູ່ ການ​ຈັບ​ກຸ່ມ
ທ້າວ​ Lazcano​.

ຫລາຍ​ສິບ​ພັນ​ຄົນ​ໄດ້​ຖືກ​ສັງຫານ​ຢູ່​ໃນ​ເມັກ​ຊິ​ໂກ ນັບ​ແຕ່ປະທານາທິບໍດີ Felipe Calderon ​ໄດ້​ເລີ້ມທໍາ​ການ​ປາບ​ປາມແກ້ງ​ຄ້າຢາ​ເສບ​ຕິດ ​ໃນ​ທ້າຍ​ປີ 2006.

ກ່ຽວຂ້ອງກັນ

XS
SM
MD
LG