ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ໄດ້ກ່າວໃນວັນພຸດວານນີ້ວ່າ ປືນໃຫຍ່ທີ່ກອງທັບຂອງທ່ານໄດ້ຮັບຈາກບັນດາພັນທະມິດຕາເວັນຕົກໄດ້ “ເລີ່ມເຮັດວຽກຢ່າງມີອະນຸພາບ” ແລະ ກຳລັງຊ່ວຍເຫຼືອເພື່ອສະກັດກັ້ນຄວາມພະຍາຍາມຂອງກອງທັບ ຣັດເຊຍ.
ທ່ານ ເຊເລັນສກີ ໄດ້ກ່າວໃນຄຳປາໄສທາງວິດີໂອ ປະຈຳທຸກຄືນ ຂອງທ່ານວ່າ “ຄວາມແມ່ນຢຳຂອງມັນ ແມ່ນເປັນໄປຕາມຄວາມຕ້ອງການເປະ. ທະຫານຂອງພວກເຮົາໄດ້ທຳການໂຈມຕີທີ່ເຫັນໄດ້ຊັດຫຼາຍສາງ ແລະ ຈຸດອື່ນໆທີ່ມີຄວາມສຳຄັນສຳລັບການຂົນສົ່ງຂອງພວກບຸກລຸກ ແລະ ສິ່ງນີ້ໄດ້ຫຼຸດຄວາມເປັນໄປໄດ້ໃນການໂຈມຕີຢ່າງຫຼວງຫຼາຍ ຂອງພວກກອງທັບ ຣັດເຊຍ.”
ທ່ານຍັງໄດ້ສັນຍາທີ່ຈະຍຶດການຄວບຄຸມດິນແດນທັງໝົດຂອງ ຢູເຄຣນ ຄືນ, ໃນຂະນະທີ່ ຣັດເຊຍ ທຳການຜັກດັນເພື່ອຍຶດເອົາພາກພື້ນ ດອນບາສ ໃນພາກຕາເວັນອອກຂອງປະເທດ.
ທ່ານ ເຊເລັນສກີ ໄດ້ກ່າວວ່າ “ພວກເຮົາກຳລັງຕໍ່ສູ້ເພື່ອພາກໃຕ້ຂອງເຮົາທັງໝົດ, ເພື່ອພາກພື້ນ ດອນບາສ ຂອງ ຢູເຄຣນ ທັງໝົດ, ເຊິ່ງແມ່ນການປະເຊີນໜ້າກັນ ທີ່ໂຫດຮ້າຍທີ່ສຸດໃນປັດຈຸບັນນີ້ ຢູ່ທີ່ນັ້ນ, ໃກ້ກັບເມືອງ ສລອຟຢານ ແລະ ບາກມຸດ. ພວກເຮົາກຳລັງຕໍ່ສູ້ເພື່ອພາກພື້ນ ຄາກີບ. ພວກບຸກລຸກບໍ່ຄວນຄິດວ່າຊ່ວງເວລາຂອງເຂົາເຈົ້າ ຢູ່ດິນແດນນີ້ແມ່ນຈະຍາວນານ ແລະ ວ່າຄວາມເໜືອກວ່າໃນປືນໃຫຍ່ຂອງເຂົາເຈົ້າແມ່ນຖາວອນ.”
ບັນດາເຈົ້າໜ້າທີ່ ຢູເຄຣນ ໃນຕອນເຊົ້າວັນພຸດວານນີ້ໄດ້ບອກປະຊາຊົນທີ່ຍັງເຫຼືອຢູ່ໃນແຂວງ ໂດເນັດສ໌, ເຊິ່ງແມ່ນສ່ວນນຶ່ງຂອງພາກພື້ນ ດອນບາສ ນັ້ນ, ໃຫ້ຫຼົບໜີໄປຢູ່ເຂດປອດໄພ ໃນຂະນະທີ່ ຣັດເຊຍ ເປີດການໂຈມຕີຄັ້ງໃໝ່ຢູ່ທີ່ນັ້ນ.
ຜູ້ຄຸ້ມຄອງກອງທັບໃນພາກພື້ນ ໂດເນັດສ໌ ທ່ານ ປາວໂລ ຄີຣີເລັນໂກ (Pavlo Kyrylenko) ໄດ້ກ່າວຕໍ່ສື່ມວນຊົນ ຢູເຄຣນ ວ່າ “ຣັດເຊຍ ໄດ້ປ່ຽນພາກພື້ນໂດເນັດສ໌ ທັງໝົດໃຫ້ເຫັນຈຸດສູນກາງການຕໍ່ສູ້ ເຊິ່ງມັນອັນຕະລາຍທີ່ຈະໃຫ້ພົນລະເຮືອນອາໄສຢູ່.”
ທ່ານໄດ້ກ່າວວ່າ “ຂ້າພະເຈົ້າຮຽກຮ້ອງໃຫ້ທຸກຄົນອົບພະຍົບອອກໄປ. ການອົບພະຍົບຈະຊ່ວຍຊີວິດ.”
ຣັດເຊຍ ແມ່ນໄດ້ຄວບຄຸມແຂວງ ໂດເນັດສ໌ ຫຼາຍກວ່າເຄິ່ງນຶ່ງແລ້ວ ຫຼັງຈາກໄດ້ເວົ້າວ່າໃນສອງສາມວັນທີ່ຜ່ານມາ ເຂົາເຈົ້າໄດ້ຍຶດເອົາແຂວງລູຮານສ໌ ທີ່ຢູ່ໃກ້ຄຽງນັ້ນທັງໝົດເລີຍ.
ຜູ້ປົກຄອງແຂວງ ລູຮານສ໌ ທ່ານ ເຊີຮີ ໄຮໄດ ໄດ້ປະຕິເສດການກ່າວອ້າງທີ່ວ່ານັ້ນ ໃນວັນພຸດທີ່ຜ່ານມາ, ໂດຍເວົ້າວ່າມັນຍັງມີການຕໍ່ສູ້ຢ່າງໜັກເກີດຂຶ້ນຢູ່ອ້ອມເມືອງລີຊີຈານສ໌. ກອງກຳລັງຢູເຄຣນ ໄດ້ຖອນອອກຈາກເມືອງນັ້ນ ໃນວັນອາທິດທີ່ຜ່ານມາ ໃນສິ່ງທີ່ບັນດາເຈົ້າໜ້າທີ່ ຢູເຄຣນ ໄດ້ອະທິບາຍວ່າ ເປັນການເຄື່ອນໄຫວດ້ານກົນລະຍຸດ ເພື່ອຮັກສາກອງທະຫານສຳລັບການຕໍ່ສູ້ໃນອະນາຄົດ.