ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ໄດ້ກ່າວໃນແລງວັນອາທິດວານນີ້ວ່າ ໃນອາທິດຈະມາເຖິງນີ້ ອາດມີຄວາມຫຍຸ້ງຍາກຄືກັບອາທິດທີ່ຜ່ານມາເວລາທີ່ການໂຈມຕີດ້ວຍລູກສອນໄຟຂອງ ຣັດເຊຍ ໄດ້ກໍ່ໃຫ້ເກີດຄວາມເສຍຫາຍຢ່າງກວ້າງຂວາງຕໍ່ສາຍໄຟຟ້າຂອງປະເທດ.
ໃນການກ່າວໃນລະຫວ່າງຄຳປາໄສປະຈຳທຸກຄືນຜ່ານທາງວິດີໂອນັ້ນ, ທ່ານ ເຊເລັນສກີ ໄດ້ກ່າວວ່າ ກອງທັບຂອງ ຢູເຄຣນ ແລະ ໜ່ວຍງານລັດອື່ນໆແມ່ນກຳລັງທຳການກະກຽມ ແລະ ທ່ານໄດ້ຂອບໃຈພະນັກງານໄຟຟ້າຜູ້ທີ່ສາມາດນຳເອົາການບໍລິການໄຟຟ້າກັບຄືນມາ.
ທ່ານ ເຊເລັນສກີ ໄດ້ກ່າວວ່າ “ພວກເຮົາເຂົ້າໃຈວ່າພວກກໍ່ການຮ້າຍຕອນນີ້ແມ່ນກຳລັງວາງແຜນການໂຈມຕີຄັ້ງໃໝ່. ພວກເຮົາຮູ້ເລື່ອງນີ້ຕາມຂໍ້ເທັດຈິງ. ແລະ ຕາບໃດທີ່ພວກເຂົາມີລູກສອນໄຟ, ບໍ່ເປັນຈັ່ງໂຊກ, ພວກເຂົາຈະບໍ່ຫຼຸດຜ່ອນລົງ.”
ການໂຈມຕີທາງອາກາດຂອງ ຣັດເຊຍ ໄດ້ແນຕີເປົ້າໝາຍພື້ນຖານໂຄງລ່າງໃນ ຢູເຄຣນ ຢ່າງຊ້ຳແລ້ວຊ້ຳອີກ, ຕັດການບໍລິການທີ່ສຳຄັນໃນຂະນະທີ່ລະດູໜາວຫຍັບໃກ້ເຂົ້າມາ. ພວກເຈົ້າໜ້າທີ່ ຣັດເຊຍ ໄດ້ປະຕິເສດການແນເປົ້າໃສ່ພົນລະເຮືອນດ້ວຍການໂຈມຕີແບບນັ້ນ.
ບັນດາສະມາຊິກສະພາສັງກັດພັກຣີພັບບລີກັນ ສະຫະລັດ ທີ່ຫາກໍໄດ້ອຳນາດມາໃໝ່ໆແມ່ນມີກຳນົດທີ່ຈະເອົາບົດບາດເປັນຜູ້ນຳພາໃນສະພາຕ່ຳໃນເດືອນມັງກອນນີ້ ໂດຍໄດ້ສັນຍາໃນວັນອາທິດວານນີ້ວ່າ ລັດຖະສະພາຈະສືບຕໍ່ສະໜັບສະໜູນກອງທັບ ຢູເຄຣນ ໃນການຕໍ່ສູ້ຂອງເຂົາເຈົ້າກັບ ຣັດເຊຍ ແຕ່ໄດ້ກ່າວວ່າມັນຈະມີການກວດສອບກ່ຽວກັບການຊ່ວຍເຫຼືອເພີ່ມເຕີມ ກ່ອນທີ່ເຂົາເຈົ້າຈະຂົນສົ່ງໄປໃຫ້ກອງກຳລັງຂອງ ກີຢິບ.
ສະມາຊິກສະພາຕ່ຳ ທ່ານ ໄມເກິລ ແມັກຄອລ ຈາກລັດເທັກຊັສ ແລະ ທ່ານ ໄມຄ໌ ເທີເນີ ຈາກລັດ ໂອໄຮໂອ ໄດ້ກ່າວຕໍ່ລາຍການ This Week ຂອງໂທລະພາບ ABC ວ່າມັນຈະມີການສືບຕໍ່ຈາກສອງພັກການເມືອງ ຄືພັກຣີພັບບລິກັນ ແລະ ເດໂມແຄຣັດ ສຳລັບ ຢູເຄຣນ ໃນຂະນະທີ່ພັກ ຣີພັບບລີກັນ ເຂົ້າຮັບຕຳແໜ່ງສຽງສ່ວນຫຼາຍ ໃນສະພາຕ່ຳ, ເຖິງແມ່ນວ່າ ມັນຈະມີການຄັດຄ້ານບາງຢ່າງຈາກທັງສອງພັກ ກໍໄດ້ເກີດຂຶ້ນມາ.
ທ່ານ ເທີເນີ, ທີ່ມີຄວາມເປັນໄປໄດ້ວ່າຈະເປັນປະທານຄົນໃໝ່ຂອງຄະນະກຳມະການສືບລັບສະພາຕ່ຳນັ້ນ, ໄດ້ກ່າວວ່າ “ພວກເຮົາຈະຮັບປະກັນວ່າເຂົາເຈົ້າຈະໄດ້ສິ່ງທີ່ເຂົາເຈົ້າຕ້ອງການ. ພວກເຮົາມີການສະໜັບສະໜູນຈາກສອງພັກການເມືອງ.”
ທ່ານ ແມັກຄອລ, ທີ່ມີຄວາມເປັນໄປໄດ້ວ່າ ຈະເປັນຫົວໜ້າຄະນະກຳມະການພົວພັນຕ່າງປະເທດສະພາຕ່ຳ, ໄດ້ກ່າວວ່າ “ຖ້າພວກເຮົາເອົາສິ່ງທີ່ເຂົາເຈົ້າຕ້ອງການໃຫ້, ເຂົາເຈົ້າຈະໄດ້ຊະນະ.”