ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂ່າວ​ຫຼ້າ​ສຸດ​ຈາກ​ຢູ​ເຄ​ຣນ: ທ່ານ​ເຊ​ເລນ​ສ​ກີ​ ເຕືອນ​ກ່ຽວ​ກັບ ການ​ໂຈມ​ຕີ​ຂອງ​ຣັດ​ເຊຍ ຕໍ່​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ ​ຢູ​ເຄ​ຣນ


ພວກ​ຄົນ​ງານ​ພວມ​ເກັບ​ຊາກ​ເພ​ພັງ​ຂອງ​ຂົວ​ແຫ່ງ​ນຶ່ງ ໃກ້​ກັບ​ໂຮງ​ຮຽ​ສອນ​ສາ​ສະ​ໜາ​ອອກ​ໂທດອກ ຊາ​ວີ​ຢາ​ໂຕ​ເກີດ (Svyatogirsk) ທີ່​ເມືອງຊາ​ວີ​ຢາ​ໂຕ​ເກີດ (Svyatogirsk) ໃນ​ເຂດ​ໂດ​ແນັດ ເມື່ອ​ວັນ​ທີ 22 ມິ​ຖຸ​ນາ 2023.
ພວກ​ຄົນ​ງານ​ພວມ​ເກັບ​ຊາກ​ເພ​ພັງ​ຂອງ​ຂົວ​ແຫ່ງ​ນຶ່ງ ໃກ້​ກັບ​ໂຮງ​ຮຽ​ສອນ​ສາ​ສະ​ໜາ​ອອກ​ໂທດອກ ຊາ​ວີ​ຢາ​ໂຕ​ເກີດ (Svyatogirsk) ທີ່​ເມືອງຊາ​ວີ​ຢາ​ໂຕ​ເກີດ (Svyatogirsk) ໃນ​ເຂດ​ໂດ​ແນັດ ເມື່ອ​ວັນ​ທີ 22 ມິ​ຖຸ​ນາ 2023.

ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເ​ລນ​ສ​ກີ ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ຣັດ​ເຊຍ​ອາດ​ຈະ​ພວມ​ກະ​ກຽມ ທຳ​ການ​ໂຈມ​ຕີ ​ຕໍ່​ໂຮງ​ໄຟ​ຟ້າ​ນິວເຄ​ລຍ​ຂອງ​ຢູ​ເຄ​ຣນ ຊຶ່ງ​ເປັນ​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ​ທີ່​ໃຫຍ່​ທີ່​ສຸດ​ໃນ​ຢູ​ໂຣບ.

“ການຖອນ​ໂຕ​ຈາກໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ​ຊາ​ໂປ​ຣິ​ສ​ເຊຍ ແມ່ນ​ສິ່ງ​ທີ່​ຕ້ອງ​ເຮັດ” ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ​ກ່າວ ໃນ​ຄຳ​ປາ​ໄສ​ປະ​ຈຳ​ວັນ​ຂອງ​ທ່ານ. ‘ຜູ້​ໃດ​ກໍ​ຕາມ​ທີ່​ເຮັດ​ບໍ່​ຮູ້​ບໍ່​ເຫັນ ​ກ່ຽວກັບ​ການ​ຢຶດ​ຄອງ​ຂອງ​ຣັດ​ເຊຍ​ຕໍ່​ສະ​ຖານ​ທີ່​ດັ່ງ​ກ່າວ ຕໍ່​ການ​ວາງ​ລະ​ເບີດ​ຢູ່​ໃນ​ດິນ​ແດນ ແລະ​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ ທີ່​ຈິງ​ແລ້ວ​ແມ່ນ​ມີ​ສ່ວນ​ບໍ່​ພຽງ​ແຕ່​ການ​ກະ​ທຳ​ແບບ​ຊົ່ວ​ຮ້າຍ​ຂອງ​ຣັດ​ເຊຍ​ດັ່ງ​ກ່າວນີ້ ແຕ່​ກໍ​ຍັງ​ເປັນ​ການ​ກໍ່​ການ​ຮ້າຍໂດຍ​ທົ່ວ​ໄປ​ນຳ.

ທ່ານ​ເຊ​ເລນ​ສະ​ກີ​ໄດ້​ເຕືອນ​ກ່ຽວ​ກັບ​ຜົນ​ທີ່​ຈະ​ຕິດ​ຕາມ​ມາ​ໃນ​ການ​ໂຈມ​ຕີ​ດັ່ງ​ກ່າວ. “ເປັນ​ທີ່​ເຫັນ​ໄດ້​ງ່າຍໆ ກຳ​ມັນ​ຕະ​ພາບ​ລັງ​ສີ ບໍ່​ໄດ້​ຖາມ​ເລີຍ​ວາ ແມ່ນ​ໃຜ​ເປັນ​ກາງ ແລະ​ສາ​ມາດ​ໄປ​ເຖິງ​ໃຜ​ແດ່​ໃນ​ໂລກນີ້” ຜູ້​ນຳ​ຂອງ​ຢູ​ເຄ​ຣນ​ກ່າວ.

ເຈົ້າ​ໜ້າ​ທີ່​ຣັດ​ເຊຍ ກ່າວໃນ​ວັນ​ພະ​ຫັດ​ນີ້​ວ່າ ​ການ​ໂຈມ​ຕີຂ້າມ​ຄືນ​ໂດຍກຳ​ລັງ​ຂອງຢູ​ເຄ​ຣນ ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຂົວ​ທີ່​ເຊື່ອມ​ຕໍ່​ແຫລມ ​ໄຄ​ຣ​ເມຍ ກັບ​ເຂດ​ເຄີ​ຊອນ ໃນ​ພາກ​ໃຕ້​ຂອງ​ຢູ​ເຄ​ຣນ.

ຂົວ​ຊອງ​ກາ (Chongar) ແມ່ນ​ນຶ່ງ​ໃນ​ຈຳ​ນວນ​ບໍ່​ເທົ່າ​ໃດ​ເສັ້ນ​ທາງ​ ທີ່​ກຳ​ລັງ​ຣັດ​ເຊຍ​ໄດ້​ໃຊ້ ເພື່ອ​ການ​ເຄື່ອນ​ໄຫວ​ລະ​ຫວ່າງ​ແຫຼມ​ໄຄ​ຣ​ເມຍ ແລະ​ເຂດ​ອື່ນໆ​ຂອງ​ຢູ​ເຄ​ຣ​ນທີ່​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ຣັດ​ເຊຍ. ຣັດ​ເຊຍ​ໄດ້​ຢຶດ​ຄອງ​ແຫຼມ​ໄຄ​ຣ​ເມຍ ນັບ​ຕັ້ງ​ແຕ່​ໄດ້​ຜະ​ໜວກ​ເອົາ​ເຂດ​ດັ່ງ​ກ່າວ​ໃນ​ປີ 2014 ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ໄດ້​ຮັບ​ການ​ປະ​ຕິ​ເສດ ໂດຍ​ປະ​ຊາ​ຄົມ​ລະ​ຫວ່າງ​ປະ​ເທດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG