ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ເຊ​ເລັນ​ສ​ກີ ປະ​ຕິ​ຍານ​ວ່າ​ ຈະ​ຍາດ​ເອົາ​ເຂດ​ແດນ​ກັບ​ມາ​ຄືນ ຫຼັງ​ຈາກ ຣັດ​ເຊຍ ຍຶດ​ເອົາ​ເມືອງ ລີ​ຊີ​ຈານ​ສ໌


ຜູ້​ຊາຍ​ຄົນ​ນຶ່ງ​ຍ່າງ​ຜ່ານ​ຕຶກ​ທີ່​ຖືກ​ທຳ​ລາຍ​ໂດຍ​ການ​ໂຈມ​ຕີ​ທາງ​ທາ​ຫານ​ໃນ​ເມືອງ ລີ​ຊີ​ຈານ​ສ໌, ພາກ​ພື້ນ ລູ​ຮານ​ສ໌, ຢູ​ເຄ​ຣນ, 17 ມິ​ຖຸ​ນາ, 2022.
ຜູ້​ຊາຍ​ຄົນ​ນຶ່ງ​ຍ່າງ​ຜ່ານ​ຕຶກ​ທີ່​ຖືກ​ທຳ​ລາຍ​ໂດຍ​ການ​ໂຈມ​ຕີ​ທາງ​ທາ​ຫານ​ໃນ​ເມືອງ ລີ​ຊີ​ຈານ​ສ໌, ພາກ​ພື້ນ ລູ​ຮານ​ສ໌, ຢູ​ເຄ​ຣນ, 17 ມິ​ຖຸ​ນາ, 2022.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ປະ​ຕິ​ຍານ​ວ່າ​ຈະ​ຍາດ​ເອົາ​ເຂດ​ແດນ​ກັບ​ຄືນ​ມາ, ດ້ວຍ​ການ​ຊ່ວຍ​ເຫຼືອ​ອາ​ວຸດ​ທີ່​ທັນ​ສະ​ໄໝ, ຫຼັງ​ຈາກກອງ​ກຳ​ລັງ​ຂອງ​ທ່ານ​ໄດ້​ຖອນ​ອອກ​ຈາກ​ເມືອງ ລີ​ຊີ​ຈານ​ສ໌, ເຊິ່ງ​ແມ່ນ​ເຂດທີ່​ຖືກ​ຄວບ​ຄຸມ​ໂດຍ ຢູ​ເຄ​ຣນ ແຫ່ງ​ສຸດ​ທ້າຍ​ໃນ​ແຂວງ ລູ​ຮານ​ສ໌ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ.

ໃນ​ການ​ກ່າວ​ຄຳ​ປາ​ໄສ​ປະ​ຈຳ​ທຸກ​ຄືນ​ຂອງ​ທ່ານ​ເມື່ອ​ວັນ​ອາ​ທິດ​ວານນີ້, ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ ຣັດ​ເຊຍ ໄດ້​ເພັ່ງ​ເລັງ​ຄວາມ​ສາ​ມາດ​ທາງ​ທະ​ຫານ​ຂອງ​ເຂົາ​ເຈົ້າ​ໃສ່​ພາກ​ພື້ນ ດອນ​ບາ​ສ ໃນ​ພາກ​ຕາ​ເວັນ​ອອກ​ຂອງ ຢູ​ເຄ​ຣນ, ແລະ ກອງ​ກຳ​ລັງ​ ຢູ​ເຄ​ຣນ ຈະ​ຕອບ​ໂຕ້​ຄື​ນ​ດ້ວຍ​ອາ​ວຸດ​ໄລ​ຍະ​ໄກ ທີ່​ຖືກ​ສະ​ໜອງ​ໃຫ້​ໂດຍ​ບັນ​ດາ​ພັນ​ທະ​ມິດ​ຕາ​ເວັນ​ຕົກ ເຊັ່ນ​ລະ​ບົບ​ຍິງ​ຈະຫຼວດເຄື່ອນ​ທີ່ໄດ້​ຢ່າງວ່ອງ​ໄວ​ຈາກ ສະ​ຫະ​ລັດ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ “ຂໍ້​ເທັດ​ຈິງ​ທີ່​ວ່າ​ພວກ​ເຮົາ​ປົກ​ປ້ອງ​ຊີ​ວິດ​ທະ​ຫານ​ຂອງ​ພວກ​ເຮົາ, ປະ​ຊາ​ຊົນ​ຂອງ​ພວກ​ເຮົາ, ແມ່ນ​ມີ​ບົດ​ບາດ​ທີ່​ສຳ​ຄັນ​ຢ່າງ​ເທົ່າ​ທຽມ​ກັນ. ພວກ​ເຮົາ​ຈະ​ສ້າງ​ກຳ​ແພງ​ຂຶ້ນ​ມາ​ຄືນ, ພວກ​ເຮົາ​ຈະ​ຄວ້າ​ໄຊ​ຊະ​ນະ​ເອົາ​ດິນ​ແດນ​ກັບ​ມາ​ຄືນ, ແລະ ປະ​ຊາ​ຊົນ​ຕ້ອງ​ຖືກ​ປົກ​ປ້ອງ​ເໜືອກວ່າ​ທຸກ​ສິ່ງ.”

ກອງ​ທັບ​ຂອງ ຢູ​ເຄ​ຣນ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ​ເຂົາ​ເຈົ້າ​ໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ຖອນ​ນັກ​ລົບ ​ທີ່​ຍັງ​ເຫຼືອ​ຂອງ​ເຂົາ​ເຈົ້າ​ອອກ​ຈາກ​ເມືອງ ລີ​ຊີ​ຈານ​ສ໌ ເພາະ​ວ່າ​ການ​ປະ​ຕິ​ບັດ​ການ​ປ້ອງ​ກັນ ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່ ກັບ​ຈຳ​ນວນກອງ​ທະ​ຫານ ຣັດ​ເຊຍ ທີ່​ມີຫຼາຍກວ່າ ແລະ ອາ​ວຸດ “ຈະ​ນຳ​ໄປ​ສູ່​ຜົນ​ຕາມ​ມາ​ທີ່​ຮ້າຍ​ແຮງ.”

ບັນ​ດາ​ເຈົ້າ​ໜ້າ​ທີ່ ຢູ​ເຄ​ຣນ ມີ​ລາຍ​ງານ​ວ່າ​ໄດ້​ຮຽກ​ຮ້ອງ​ບັນ​ດາ​ພັນ​ທະ​ມິດ​ໃຫ້​ຊ່ວຍ​ສະ​ໜັບ​ສະ​ໜູນ​ຄັງ​ອາ​ວຸດ​ຂອງ​ເຂົາ​ເຈົ້າ​ດ້ວຍ​ອາ​ວຸດ​ທີ່​ທັນ​ສະ​ໄໝ​ກວ່າ​ເກົ່າ ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ມີ​ຄວາມ​ສາ​ມາ​ດ​ເທົ່າ​ກັບ​ກອງ​ທັບ​ຂອງ ຣັດ​ເຊຍ.

ນັບ​ຕັ້ງ​ແຕ່​ໄດ້​ລົ້ມ​ແຫຼວງໃນ​ການ​ບຸກ​ລຸກ ຢູ​ເຄ​ຣນ 4 ເດືອນ​ຂອງ​ເຂົາ​ເຈົ້າ ເພື່ອ​ໂຄ່ນ​ລົ້ມ​ທ່ານ ເຊ​ເລັນ​ສ​ກີ ຫຼື ຍຶດ​ເອົາ​ນະ​ຄອນຫຼວງ ກີ​ຢິບ ນັ້ນ, ຣັດ​ເຊຍ ໄດ້​ເພັງ​ເລັງ​ໃສ່​ການ​ເຂົ້າ​ຄວບ​ຄຸມ​ພາກ​ພື້ນດອນ​ບາ​ສ, ເຊິ່ງ​ລວມ​ມີ​ແຂວງ ລູ​ຮານ​ສ໌ ແລະ ໂດ​ເນັດ​ສ໌. ຢູ​ເຄ​ຣນ ຍັງ​ຮັກ​ສາ​ຫຼາຍ​ເມືອງ​ໄວ້​ຢູ່​ໃນ​ແຂວງ ໂດ​ເນັດ​ສ໌.

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ທ່ານ ເຊີ​ເກ ຊອຍ​ກູ ໄດ້​ແຈ້ງ​ປະ​ທາ​ນາ​ທິ​ບໍ​ດີ ວ​ລາ​ດິ​ເມຍ ປູ​ຕິນ ວ່າ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນ ລູ​ຮານສ໌, ຄື​ລັດ​ຖະ​ບານ​ແບ່ງ​ແຍກ​ດິນ​ແດນ ທີ່​ສະ​ໜັບ​ສະ​ໜູນ ຣັດ​ເຊຍ ທີ່​ອ້າງ​ເອົາ​ການ​ຄວບ​ຄຸມ​ເມືອງ ລູ​ຮານ ໄດ້​ເອີ້ນ​ຕົນ​ເອງ​ນັ້ນ, ແມ່ນ​ໄດ້​ຖືກ​ປົດ​ປ່ອຍ​ແລ້ວ,” ອີງ​ຕາມ​ການ​ກ່າວ​ໃນ​ແອັບ​ພ​ລີ​ເຄ​ຊັ້ນ ເທ​ເລ​ແກ​ຣມ ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG