ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ເຊເລັນສກີ ເດີນທາງໄປຢ້ຽມຢາມ ກຳລັງທະຫານຢູເຄຣນ ໃນເມືອງເຄີສັນ


ໃນພາບນີ້ ໄດ້ສະໜອງໂດຍ ສຳນັກງານຂ່າວ ຂອງປະທານາທິບໍດີຢູເຄຣນ, ທີ່ສະແດງໃຫ້ເຫັນພວກທະຫານອາລັກຂາ ຢູ່ອ້ອມຂ້າງ ປະທານາທິບໍດີ ຢູເຄຣນ ໂວໂລດີເມຍ ເຊເລັນສກີ ຂະນະທີ່ທ່ານຍ່າງຢູ່ໃນສູນກາງຈະຕຸລັດ ໃນລະຫວ່າງ ການໄປຢ້ຽມຢາມເມືອງເຄີສັນ ຂອງຢູເຄຣນ, ວັນທີ 14 ພະຈິກ 2022.
ໃນພາບນີ້ ໄດ້ສະໜອງໂດຍ ສຳນັກງານຂ່າວ ຂອງປະທານາທິບໍດີຢູເຄຣນ, ທີ່ສະແດງໃຫ້ເຫັນພວກທະຫານອາລັກຂາ ຢູ່ອ້ອມຂ້າງ ປະທານາທິບໍດີ ຢູເຄຣນ ໂວໂລດີເມຍ ເຊເລັນສກີ ຂະນະທີ່ທ່ານຍ່າງຢູ່ໃນສູນກາງຈະຕຸລັດ ໃນລະຫວ່າງ ການໄປຢ້ຽມຢາມເມືອງເຄີສັນ ຂອງຢູເຄຣນ, ວັນທີ 14 ພະຈິກ 2022.

ປະທານາທິບໍດີຢູເຄຣນ ໂວໂລດີເມຍ ເຊເລັນສກີ ໄດ້ກ່າວຖະແຫລງໃນວັນຈັນວານນີ້ ຕໍ່ກຳລັງທະຫານ ໃນເມືອງເຄີສັນຂອງຢູເຄຣນ ທີ່ຫາກໍໄດ້ຖືກປົດປ່ອຍ ໃໝ່ໆ ແລະທ່ານໄດ້ກ່າວວ່າ ຢູເຄຣນ “ພ້ອມແລ້ວສຳລັບສັນຕິພາບ. ສັນຕິພາບສຳລັບປະເທດຂອງພວກເຮົາທັງໝົດ.”

ການອອກມາປາກົດໂຕ ຂອງທ່ານເຊເລັນສກີ ໃນເມືອງເຄີສັນ ມີຂຶ້ນບໍ່ເທົ່າໃດວັນ ຫຼັງຈາກທີ່ກຳລັງທະຫານຂອງຣັດເຊຍ ໄດ້ຖອຍໜີຈາກເມືອງ ໃນພາກຕາເວັນອອກສຽງໃຕ້ແຫ່ງນີ້ ຊຶ່ງເປັນນຶ່ງໃນການສູນເສຍທີ່ໃຫຍ່ສຸດຂອງສົງຄາມສຳລັບປະທານາທິບໍດີ ຣັດເຊຍ ວລາດີເມຍ ປູຕິນ ທີ່ພວກທະຫານຂອງທ່ານ ໄດ້ຄວບຄຸມເມືອງເອກຂອງຂົງເຂດດັ່ງກ່າວ ນັບຕັ້ງແຕ່ໃກ້ການເລີ້ມຕົ້ນຂອງສົງຄາມໃນເດືອນກຸມພາ.

ປະທານາທິບໍດີສະຫະລັດ ໂຈ ໄບເດັນ ໃນການກ່າວຢູ່ທີ່ກອງປະຊຸມຖະແຫລງຂ່າວ ໃນອິນໂດເນເຊຍ ໄດ້ເອີ້ນການເຂົ້າຢຶດເອົາເມືອງເຄີສັນຂອງຢູເຄຣນ ວ່າ “ໄຊຊະນະທີ່ສຳຄັນ” ສຳລັບລັດຖະບານກີຢິບ.

“ຂ້າພະເຈົ້າເຮັດຫຍັງບໍ່ໄດ້ ມີແຕ່ຍົກຍ້ອງຄວາມກ້າຫານ ຄວາມມຸ້ງໝັ້ນ ແລະຄວາມອາດສາມາດຂອງປະຊາຊົນຊາວຢູເຄຣນ ແລະກອງທັບຂອງຢູເຄຣນ” ທ່ານໄບເດັນ ໄດ້ກ່າວ ແລະກ່າວຕື່ມວ່າ “ພວກເຂົາເຈົ້າມະຫັດສະຈັນແທ້ໆ.”

ແຕ່ທ່ານໄດ້ກ່າວວ່າ ບັນດາພັນທະມິດປະເທດຕາເວັນຕົກທີ່ສະໜັບສະໜຸນຢູເຄຣນ ຈະບໍ່ບັງຄັບຢູເຄຣນ ໃຫ້ຕົກລົງຕໍ່ການຍຸຕິສົງຄາມ. ທ່ານໄດ້ກ່າວວ່າ ຈະບໍ່ມີ “ຫຍັງເລີຍກ່ຽວກັບຢູເຄຣນ ໂດຍປາດສະຈາກຢູເຄຣນ” ຕົກລົງເຫັນດີນຳມັນ.

ໂຄສົກຂອງວັງເຄຣມລິນ ດີມິດທຣີ ເປສຄັອຟ (Dmitry Peskov) ໄດ້ປະຕິເສດທີ່ຈະໃຫ້ຄຳເຫັນ ໃນວັນຈັນວານນີ້ ກ່ຽວກັບການໄປຢ້ຽມຢາມເມືອງເຄີສັນ ຂອງທ່ານເຊເລັນສກີ ແຕ່ກໍໄດ້ກ່າວວ່າ “ດິນແດນແຫ່ງນີ້ ເປັນສ່ວນນຶ່ງຂອງສະຫະພັນຣັດເຊຍ.”

ຣັດເຊຍ ໄດ້ພະນວກເອົາຂົງເຂດດັ່ງກ່າວຢ່າງຜິດກົດໝາຍ ເມື່ອເດືອນແລ້ວນີ້ ພ້ອມກັນກັບດິນແດນແຫ່ງອື່ນໆ ສາມເຂດໃນຢູເຄຣນ.

ການໄປຢ້ຽມຢາມຂອງທ່ານເຊເລັນສກີ ມີຂຶ້ນ ຂະນະທີ່ບັນດາຜູ້ນຳໜ່ວຍງານສືບລັບຂອງ ສະຫະລັດ ແລະຣັດເຊຍ ໄດ້ພົບປະກັນ ໃນວັນຈັນວານນີ້ ຢູ່ປະເທດເທີກີ ໃນການເຈລະຈາລະດັບສູງສຸດແບບເຊິ່ງໜ້າ ທີ່ໄດ້ຍອມຮັບຮູ້ກັນລະຫວ່າງທັງສອງປະເທດ ນັບຕັ້ງແຕ່ການບຸກລຸກຢູເຄຣນຂອງຣັດເຊຍ ເປັນຕົ້ນມາ.

ເຈົ້າໜ້າທີ່ທຳນຽບຂາວ ໄດ້ກ່າວວ່າ ຜູ້ອຳນວຍການອົງການສືບລັບ CIA ບີລ ເບີນສ໌ (Bill Burns) ໄດ້ພົບປະກັບຫົວໜ້າອົງການສືບລັບຂອງຣັດເຊຍ ເຊີເກ ນາຣີຊກິນ ເພື່ອເຕືອນກ່ຽວກັບຜົນທີ່ຕິດຕາມມາ ຖ້າຫາກຣັດເຊຍ ຈະ​ສົ່ງອາວຸດ ນິວເຄລຍ ເຂົ້າໄປໃນຢູເຄຣນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG