ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຂ່າວ​ຫຼ້າ​ສຸດ: ການ​ບຸກ​ໂຈມ​ຕີ​ຕອບ​ໂຕ້​ຄືນ ຂອງ​ຢູ​ຄ​ຣນ ທີ່​ມີ​ການ​ຄອງ​ຄອຍ​ຖ້າ​ມາ​ດົນ​ແລ້ວນັ້ນ ເລີ້ມ​ຂຶ້ນ​ແລ້ວ


​ທະ​ຫານ​ຢູ​ເຄ​ຣນ​ກຽມ​ຍິງ​ຈະ​ຫຼວດ ໃນ​ລະ​ຫວ່າງ​ການ​ຝຶກ​ແອບ ບໍ່​ໄກ​ປານ​ໃດ​ຈາກ​ແນວ​ໜ້າ ໃນ​ເຂດ​ໂດ​ແນັດ ເມື່ອ​ວັນ​ທີ 8 ມິ​ຖຸ​ນາ 2023.
​ທະ​ຫານ​ຢູ​ເຄ​ຣນ​ກຽມ​ຍິງ​ຈະ​ຫຼວດ ໃນ​ລະ​ຫວ່າງ​ການ​ຝຶກ​ແອບ ບໍ່​ໄກ​ປານ​ໃດ​ຈາກ​ແນວ​ໜ້າ ໃນ​ເຂດ​ໂດ​ແນັດ ເມື່ອ​ວັນ​ທີ 8 ມິ​ຖຸ​ນາ 2023.

ຢູ​ເຄ​ຣນ ໃນ​ວັນ​ພະ​ຫັດ​ວານນີ້ ປາ​ກົດ​ວ່າ ເລີ້ມ​ເປີດ​ສາກ ​ບຸກ​ໂຈມ​ຕີ​ຕອບ​ໂຕ້​ຄືນ ທີ່​ມີ​ການ​ຄອງ​ຄອຍ​ຖ້າ​ມາ​ເປັນ​ເວ​ລາ​ດົນ​ນານ​ແລ້ວ ເພື່ອ​ຢຶດ​ເອົາ​ດິນ​ແດນ​ໃນ​ພາກ​ຕາ​ເວັນ​ອອກ ແລະ​ພາກ​ໃຕ້​ຂອງ​ປະ​ເທດ ທີ່​ຣັດ​ເຊຍ​ຢຶດເອົາ​ໄປ​ໃນ​ຊຸມ​ຕົ້ນ​ອາ​ທິດ​ຂອງ​ສົງ​ຄາມ ເມື່ອ​ນຶ່ງ​ປີ​ກ່ອນນັ້ນ ຄືນ​ມາ.

ລັດ​ຖະ​ບານ​ກີ​ຢິບ​ບໍ່​ໄດ້​ປະ​ກາດ​ກ່ຽວ​ກັບ​ການ​ເປີດ​ສາກ​ບຸກ​ໂຈມ​ຕີ ແຕ່​ກຳ​ລັງ​ຂອງ​ຕົນ​ໄດ້​ທຳ​ການ​ໂຈມ​ຕີ​ຂະ​ໜາດ​ໃຫຍ່ ດ້ວຍ​ລົດ​ຖັງ ແລະ​ລົດ​ຫຸ້ມ​ເກາະ ຢູ່​ໃນ​ເຂດ​ຊາ​ໂປ​ຣິ​ສ​ເຊຍທາງ​ພາກ​ໃຕ້​ຂອງ​ປະ​ເທດ. ຣັດ​ເຊຍ​ກ່າວ​ວ່າ ຕົນ​ໄດ້​ທັບ​ມ້າງ​ການ​ບຸກ​ຄືບ​ໜ້າ​ໃນ​ຂັ້ນ​ຕົ້ນ​ຂອງ​ຢູ​ເຄ​ຣນ ແລະ​ຍັງ​ສາ​ມາດ​ ຮັກ​ສາ​ສະ​ຖາ​ນະ​ພາບ​ເດີມ​ຂອງ​ດິນ​ແດນ​ໄວ້​ໄດ້​ຢູ່.

ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ ​ໄດ້​ກ່າວ​ກ່ຽວ​ກັບ​ການ​ບຸກໂຈມ​ຕີ​ຕອບ​ໂຕ້​ຄືນມາ​ໄດ້​ຫຼາຍ​ເດືອນ​ແລ້ວ ໃນ​ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າ​ໄດ້​ເຄື່ອນຍ້າຍກຳ​ລັງ​ທະ​ຫານ ​ທີ່​ໄດ້​ຮັບ​ການ​ຝຶກ​ແອບ​ໂດຍ​ປະ​ເທດ​ຕາ​ເວັນ​ຕົກ ແລະ​ໄດ້​ຮັບ​ອາ​ວຸດ​ໃໝ່ໆ​ຈາກ​ສະ​ຫະ​ລັດ​ແລະ​ພັນ​ທະ​ມິດ​ໃນ​ຢູ​ໂຣບ. ຣັດ​ເຊຍ​ໄດ້​ລາຍ​ງານ​ວ່າ ໃນ​ໄລ​ຍະ​ບໍ່​ເທົ່າ​ໃດ​ມື້​ທີ່​ຜ່ານ​ມານີ້ ຢູ​ເຄ​ຣນ​ເລີ້ມທຳ​ການບຸກ​ໂຈມ​ຕີ​ເຂດ​ແນວ​ໜ້າທີ່​ທະ​ຫານ​ຣັດ​ເຊຍ​ຄວບ​ຄຸມ​ຢູ່​ໃນ​ພາກ​ຕ​າ​ເວັນ​ອອກ​ ແລະ​ພາກ​ໃຕ້​ຂອງ​ປະ​ເທດ ດ້ວຍ​ການ​ສູ້​ລົບ​ຢ່າງ​ດຸ​ເດືອດ.

ຢູ​ເຄ​ຣນ​ອາດ​ຈະ​ໃຊ້​ເວ​ລາ​ຫຼາຍໆ​ເດືອນ ເພື່ອ​ຢຶດ​ເອົາ​ດິນ​ແດນ 20 ເປີ​ເຊັນ​ຂອງ​ປະ​ເທດ​ຄືນ ທີ່​ຣັດ​ເຊຍ​ຄວບ​ຄຸມ​ຢູ່​ໃນ​ເວ​ລານີ້.

ເປັນ​ທີ່​ປາ​ກົດ​ວ່າ ທິດ​ທາງ​ນຶ່ງ​ຂອງ​ການ​ໂຈມ​ຕີ ແມ່ນ​ມຸ່ງ​ໜ້າ​ລົງ​ໃຕ້​ໄປ​ຫາ​ທະ​ເລ​ອາ​ຊັອບ ໃນ​ຄວາມ​ພະ​ຍາ​ຍາມ ​ເພື່ອ​ທຳ​ລາຍ​ຂົວ ທີ່​ເຊື່ອມ​ຕໍ່​ແຜ່ນ​ດິນ​ໃຫຍ່​ຂອງ

​ຣັດ​ເຊຍ​ກັບ​ແຫຼມ​ໄຄ​ຣ​ເມຍ ຊຶ່ງ​ມົ​ສ​ກູ​ໄດ້​ເຂົ້າ​ຢຶດ​ເອົາ​ໃນ​ປີ 2014 ແລະ​ຄ້າຍທີ່​ສຳ​ຄັນ​ແຫ່ງ​ນຶ່ງ​ສຳ​ລັບ​ການ​ປະ​ຕິ​ບັດ​ງານ​ທາງ​ທະ​ຫານ​ຂອງ​ພວກ​ເຂົາ.

ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ກ່າວ​ໃນ​ວັນ​ພະ​ຫັດ​ວານ ນີ້​ວ່າ ທ່ານ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢ​າມ​ເຂດ​ເຄີ​ຊອນ ບ່ອນ​ທີ່​ປະ​ຊາ​ຊົນ​ຫຼາຍ​ພັນ​ຄົນ​ພວມ​ຮັບ​ມື​ກັບ​ໄພ​ນ້ຳ​ຖ້ວມ ຫຼັງ​ຈາກ​ໄດ້​ມີ​ການ​ທຳ​ລາຍ​ເຂື່ອນ​ກາ​ຄົບ​ກາ.

ທ່ານ​ເຊ​ເລນ​ສ​ກີ ໄດ້​ນຳ​ເອົາ​ວີ​ດີ​ໂອ​ອອກ​ເຜີຍ​ແຜ່ ກ່ຍວ​ກັບ​ການ​ພົບ​ປະ​ຂອງ​ທ່ານ​ກັບ​ພວກ​ເຈົ້າ​ໜ້າ​ທີ່ແລະ​ເວົ້າ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ແຜນ​ການ​ຍົກ​ຍ້າຍ ຟື້ນ​ຟູ​ລະ​ບົບ​ນິ​ເວດ​ຂອງ​ເຂດ ແລະ​ສະ​ຖາ​ນະ​ການ​ທາງ​ດ້ານ​ທະ​ຫານ​ຢູ່​ໃນ​ບໍ​ລິ​ເວນ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG