ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ ເຊເລັນສກີ ກຳລັງມາຢ້ຽມຢາມສະຫະລັດ ເພື່ອເຈລະຈາ ກັບທ່ານໄບເດັນ ແລະກ່າວຄຳປາໄສ ຕໍ່ລັດຖະສະພາ


ແຟ້ມພາບ - ປະທານາທິບໍດີຢູເຄຣນ ໂວໂລດີເມຍ ເຊເລັນສກີ ລົມກັບປະທານາທິບໍດີສະຫະລັດ ໂຈ ໄບເດັນ ຜ່ານທາງໂທລະສັບ, ຂະນະທີ່ການໂຈມຕີຂອງຣັດເຊຍ ຕໍ່ຢູເຄຣນ ດຳເນີນຕໍ່ໄປ ໃນນະຄອນຫຼວງກີຢິບ ຂອງຢູເຄຣນ, ວັນທີ 11 ທັນວາ 2022.
ແຟ້ມພາບ - ປະທານາທິບໍດີຢູເຄຣນ ໂວໂລດີເມຍ ເຊເລັນສກີ ລົມກັບປະທານາທິບໍດີສະຫະລັດ ໂຈ ໄບເດັນ ຜ່ານທາງໂທລະສັບ, ຂະນະທີ່ການໂຈມຕີຂອງຣັດເຊຍ ຕໍ່ຢູເຄຣນ ດຳເນີນຕໍ່ໄປ ໃນນະຄອນຫຼວງກີຢິບ ຂອງຢູເຄຣນ, ວັນທີ 11 ທັນວາ 2022.

ປະທານາທິບໍດີຢູເຄຣນ ໂວໂລດີເມຍ ເຊເລັນສກີ ມີກຳໜົດຈະເດີນທາງມາຢ້ຽມຢາມສະຫະລັດ ໃນວັນພຸດມື້ນີ້ ພ້ອມດ້ວຍການຢ້ຽມຢາມທຳນຽບຂາວ ແລະການກ່າວຄຳປາໄສ ຕໍ່ກອງປະຊຸມລັດຖະສະພາຄົບຄະນະ ກ່ຽວກັບວາລະແຫ່ງຊາດ ໃນຂະນະທີ່ທ່ານເດີນທາງຢ້ຽມຢາມເທື່ອທຳອິດຢູ່ນອກຢູເຄຣນນັບຕັ້ງແຕ່ຣັດເຊຍໄດ້ເລີ້ມບຸກລຸກປະເທດຂອງທ່ານ ໃນເດືອນກຸມພາ ເປັນຕົ້ນມາ.

ທ່ານເຊເລັນສກີ ໄດ້ຂຽນລົງໃນທວີດເຕີ ເມື່ອຕອນເຊົ້າວັນພຸດມື້ນີ້ ວ່າ ທ່ານກຳ ລັງເດີນທາງມາຍັງສະຫະລັດ “ເພື່ອເສີມສ້າງ​ການ​ປັບ​ໂຕ ແລະຄວາມສາມາດໃນການປ້ອງກັນປະເທດຂອງຢູເຄຣນ.”

ເຈົ້າໜ້າທີ່ອະວຸໂສໃນຄະນະລັດຖະບານທ່ານນຶ່ງ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ໄດ້ເຊື້ອເຊີນທ່ານເຊເລັນສກີ ມາພົບປະກັບທ່ານ, ກັບທີມງານດ້ານຄວາມໝັ້ນຄົງແຫ່ງຊາດ ແລະຄະນະລັດຖະບານຂອງທ່ານ. ເຈົ້າໜ້າທີ່ທ່ານນີ້ ໄດ້ກ່າວວ່າ ການເຈລະຈາຈະລວມມີ “ການປຶກ ສາຫາລືແບບລົງເລິກໃນດ້ານຍຸດທະສາດ ໃນເສັ້ນທາງໄປຂ້າງໜ້າທີ່ສະໜາມລົບ,” ອຸປະກອນແລະການຝຶກແອບອັນໃດທີ່ສະຫະລັດ ແລະພັນທະມິດອື່ນໆ ອາດຈະສະໜອງໃຫ້ ພ້ອມທັງການຊ່ອຍເຫຼືອທາງດ້ານເສດຖະກິດ ພະລັງງານ ແລະມະນຸດສະທຳ.

ທ່ານເວົ້າຕື່ມວ່າ “ປະທານາທິບໍດີ ໄບເດັນ ຈະມີໂອກາດທີ່ຈະເນັ້ນຢ້ຳວ່າ ການສະໜັບສະໜຸນນີ້ ບໍ່ພຽງແຕ່ກ່ຽວກັບສິ່ງທີ່ພວກເຮົາໄດ້ເຮັດມາກ່ອນ ແຕ່ສິ່ງທີ່ພວກເຮົາຈະເຮັດໃນມື້ນີ້ ແລະສິ່ງທີ່ພວກເຮົາຈະສືບຕໍ່ເຮັດ ເປັນເວລາດົນຊ່ຳໃດກໍຕາມ.”

ໃນຂະນະດຽວກັນ ທ່ານເຊເລັນສກີ ແມ່ນບໍ່ຮູ້ຈັກວ່າ ໄດ້ອອກໄປຈາກຢູເຄຣນ ແລ້ວຫຼືບໍ່ ທ່ານໄດ້ເດີນທາງອອກໄປນອກນະຄອນຫຼວງກີຢິບ ເພື່ອການຢ້ຽມຢາມມາແລ້ວ ທີ່ລວມທັງ ການເດີນທາງໄປເມືອງບັກມຸຕ ທາງພາກຕາເວັນອອກ ໃນວັນອັງຄານວານນີ້ ບ່ອນທີ່ກອງກຳລັງທະຫານຂອງທ່ານ ໄດ້ຕໍ່ສູ້ຢ່າງໜັກ.

ທ່ານເຊເລັນສກີ ໄດ້ຮຽກຮ້ອງຊ້ຳແລ້ວຊ້ຳອີກ ຕໍ່ສະຫະລັດແລະປະເທດອື່ນໆ ໃຫ້ສະໜອງລະບົບປ້ອງກັນໄພທາງອາກາດ ທີ່ອາດຊ່ອຍຢູເຄຣນ ຮັບມືກັບການໂຈມຕີດ້ວຍລູກສອນໄຟ ແລະໂດຣນ ໂດຍກອງກຳລັງຂອງປະທານາທິບໍດີຣັດເຊຍ ວລາດີເມຍ ປູຕິນ ທີ່ໄດ້ຖະລົ່ມເມືອງຕ່າງໆ ແລະພື້ນຖານໂຄງລ່າງຂອງຕົນໃນທົ່ວປະເທດ.

ເຈົ້າໜ້າທີ່ອະວຸໂສ ໃນຄະນະລັດຖະບານ ໄດ້ກ່າວວ່າ ສະຫະລັດ ຈະປະກາດກ່ຽວກັບຊຸດການຊ່ອຍເຫຼືອໃໝ່ທາງດ້ານການທະຫານ ຈະລວມມີ ລະບົບລູກສອນໄຟ ເພທຣີອັອດ (Patriot) ຊຶ່ງເປັນລະບົບປ້ອງກັນໄພທາງອາກາດທີ່ທັນສະໄໝກວ່າ ສິ່ງທີ່ຢູເຄຣນສາມາດເຂົ້າຫາໄດ້ໃນເມື່ອກ່ອນ. ເຈົ້າໜ້ທີ່ທ່ານນີ້ໄດ້ກ່າວວ່າ ກອງກຳລັງຂອງຢູເຄຣນ ຈະໄດ້ຮັບການຝຶກແບບ ວິທີນຳໃຊ້ລະບົບດັ່ງກ່າວ ຢູ່ໃນປະເທດທີສາມ ໂດຍກ່າວຕື່ມວ່າ ຂັ້ນຕອນນີ້ “ຈະຕ້ອງໃຊ້ເວລາ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG