ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານເຊເລັນສກີ ຈະເດີນທາງມານະຄອນຫຼວງວໍຊິງຕັນ ຂະນະທີ່ລັດຖະສະພາສະຫະລັດ ຖົກຖຽງກັນ ກ່ຽວກັບການໃຫ້ການຊ່ວຍເຫຼືອເພີ່ມຕື່ມ ແກ່ຢູເຄຣນ   

ແຟ້ມພາບ - ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ຍ່າງມາກັບ ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ລະຫວ່າງກອງປະຊຸມສຸດຍອດ G7 ຢູ່ຮິໂຣຊິມະ,​ ຍີ່ປຸ່ນ, ວັນທີ 21 ພຶດສະພາ 2023. ທ່ານເຊເລັນສກີ ຄາດວ່າຈະພົບກັບທ່ານໄບເດັນ ທີ່ທຳນຽບຂາວ ຫຼັງຈາກກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ໃນອາທິດໜ້ານີ້ ຢູ່ນິວຢອກ

ຄາດກັນວ່າ ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ຈະເດີນທາງມານະຄອນຫຼວງວໍຊິງຕັນ ໃນອາທິດໜ້າ ຂະນະທີ່ລັດຖະສະພາສະຫະລັດ ຍັງສືບຕໍ່ຖົກຖຽງກັນເລື້ອງເງິນອີກ 21 ຕື້ໂດລາ ເພື່ອຊ່ວຍເຫຼືອຢູເຄຣນສະໜັບ ສະໜູນ ການຕໍ່ສູ້ຕ້ານ ຣັດເຊຍ.

ສະມາຊິກ​ສະພາ​ສະຫະລັດ ​ໄດ້​ມີ​ຄວາມ​ແຕກ​ແຍກ​ກັນ​ຫລາຍ​ຂຶ້ນ​ກ່ຽວ​ກັບ​ວ່າ​ຈະ​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ຢູ​ເຄຣນ​ຕື່ມ​ຫລື​ບໍ່ ​ໃນ​ຂະນະ​ທີ່​ການ​ຕໍ່ສູ້​ຕ້ານ​ການ​ຮຸກ​ຮານ​ຂອງຣັດ​ເຊຍ ​ຍັງ​ດຳ​ເນີນ​ຕໍ່​ໄປ. ປະທານາທິບໍດີ ໂຈ ໄບເດັນ ກໍາລັງຊອກຫາການຊ່ວຍເຫຼືອທາງດ້ານການທະຫານ ມູນຄ່າ 13 ຕື້ໂດລາ ແລະ 8 ຕື້ໂດລາໃນການຊ່ວຍເຫຼືອດ້ານມະນຸດສະທໍາ. ​ແຕ່​ບັນດາ​ສະມາຊິກ​ສະພາ​ຂອງ​ພັກຣີພັບ​ບລິ​ກັນ​ບາງ​ຄົນ ​ບໍ່ເຫັນດີກັບ​ການ​ສົ່ງ​ການ​ຊ່ວຍ​ເຫຼືອ​ເພີ່ມຕື່ມ ໃຫ້​ຢູ​ເຄຣນ.

ຄາດ​ວ່າ ທ່ານເຊເລັນສກີ ຈະ​ພົບ​ປະ​ກັບ​ທ່ານໄບເດັນ ໃນ​ອາທິດ​ໜ້າ ທີ່​ທຳນຽບຂາວ ຫລັງ​ກອງ​ປະຊຸມ​ສະມັດຊາ​ໃຫຍ່ ​ສະຫະ​ປະຊາ​ຊາດ ທີ່​ນະຄອນນິວຢອກ.

ເຖິງແມ່ນວ່າການໂຈມຕີຕອບໂຕ້ຄືນຂອງຢູເຄຣນຕໍ່ການຮຸກຮານຂອງຣັດເຊຍ ຈະຊ້າກວ່າທີ່ຄາດການໄວ້, ທ່ານເຊເລັນສກີ ໃນວັນພະຫັດວານນີ້ ໄດ້ສະເຫຼີມ ສະຫຼອງສິ່ງທີ່ທ່ານອະທິບາຍວ່າ ເປັນການທໍາລາຍ ລະບົບປ້ອງກັນໄພທາງອາ ກາດຂອງຣັດເຊຍໃນແຫຼມ ໄຄຣເມຍ ໂດຍຢູເຄຣນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG