ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ປ. ​ເຊ​ເລນ​ສ​ກີ ກ່າວ​ຄຳ​ປາ​ໄສ ຕໍ່​ສະ​ພາ​​ອີ​ຢູ ໂດຍ​ເວົ້າ​ວ່າ ຢູ​ເຄ​ຣນ​ ຈະ​ເປັນ​ຜູ້​​ຊະ​ນະ ແລະ​ກາຍ​ເປ​ັນ​ສ່ວນ​ນຶ່ງ ຂອງ​ສະ​ຫະ​ພາບ​ຢູ​ໂຣບ


(ຈາກ​ຊ້າຍ), ປະ​ທານ​ກຳ​ມາ​ທິ​ການ​ຢູ​ໂຣບ ທ່ານ​ນາງ​ເອີ​ຊູ​ລາ ວອນ ເດິ ເລ​ເຢັນ, ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ແລະ​ປະ​ທານ​ສະ​ພາ​ຢູ​ໂຣບ ທ່ານ​ຊາ​ຣ​ລ​ສ໌ ມີ​ແຊ​ລ ຍ່າງ​ໄປ​ຫາ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ໃນ​ນະ​ຄອນບ​ຣັ​ສ​ເຊິ​ລ​ສ໌ ວັນ​ທີ 9 ກຸມ​ພາ 2023.
(ຈາກ​ຊ້າຍ), ປະ​ທານ​ກຳ​ມາ​ທິ​ການ​ຢູ​ໂຣບ ທ່ານ​ນາງ​ເອີ​ຊູ​ລາ ວອນ ເດິ ເລ​ເຢັນ, ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ແລະ​ປະ​ທານ​ສະ​ພາ​ຢູ​ໂຣບ ທ່ານ​ຊາ​ຣ​ລ​ສ໌ ມີ​ແຊ​ລ ຍ່າງ​ໄປ​ຫາ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ໃນ​ນະ​ຄອນບ​ຣັ​ສ​ເຊິ​ລ​ສ໌ ວັນ​ທີ 9 ກຸມ​ພາ 2023.

​ພວກ​ຜູ້​ນຳ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ ໄດ້​ໃຫ້​ການ​ຕ້ອນ​ຮັບ​ປະ​ທາ​ນາ​ທິ​ບໍ​ດີຢູເຄຣນ ທ່ານໂວ​ໂລ​ດີເມຍ ເຊ​ເລັນ​ສກີ ດ້ວຍ​ການ​ຢືນ​ຂຶ້ນ​ຕົບ​ມືຢ່າງ​ກະ​ຕື​ລື​ລົ້ນ ໃນ​ຂະ​ນະ​ທີ່​ທ່ານ​ໄດ້​ຮ້ອງ​ຂໍ​ເຮືອ​ບິນ​ລົບ​ອາຍ​ພົ່ນ ເພື່ອ​ຕ້ານ​ຢັນ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ ​ທີ່​ດຳ​ເນີນ​ມາ​ເປັນ​ເວ​ລາ​ເກືອບ​ນຶ່ງ​ປີ​ແລ້ວ​ນັ້ນ ແລະ​ຂໍ​ຮ້ອງ​ໃຫ້​ສະ​ພາບ​ຢູ​ໂຣບ​ຮັບ​ເອົາປະເທດທີ່ປະ​ສົບ​ກັບ​ໄພສົງຄາມຂອງ​ທ່ານ ເຂົ້າ​ເປັນ​ສະ​ມາ​ຊິກ.

ທ່ານເຊ​ເລັນ​ສກີ ກ່າວ​ຕໍ່​ສະ​ພາ​ຢູ​ໂຣບ​ທີ່​ນະ​ຄອນບ​ຣັ​ສ​ເຊິ​ລ​ສ໌ວ່າ “ປະ​ເທດ​ຢູ​ເຄ​ຣນ​ທີ່​ພວມ​ໄດ້​ຮັບ​ໄຊ​ຊະ​ນະຈະ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ” ໂດຍ​ປຽບ​ທຽບການ​ຮ້ອງ​ຂໍ​ຂອງ​ທ່ານ​ຕໍ່​ການ​ມີ​ຊະ​ຕາ​ກຳ​ຮ່ວມ​ກັນ​ກັບ​ປະ​ເທດ​ຢູ​ໂຣບ​ອື່ນໆ ໃນ​ການ​ປະ​ເຊີນ​ໜ້າ​ກັບ​ຣັດ​ເຊຍ.

ທ່ານ​ກ່າວ​ວ່າ “ຢູ​ໂຣບ​ຈະ​ເປັນ ແລະຍັງ​ເປັນ​ຢູ​ໂຣບ​ຢູ່​ສະ​ເໝີ ຕາບ​ໃດ​ທີ່​ພວກ​ເຮົາ​ຍັງ​ປົກ​ປັກ​ຮັກ​ສາ​ວິ​ຖີ​ຊີ​ວິດ​ຂອງ​ຢູ​ໂຣບ​ໄວ້​ຢູ່.”

ທ່ານເຊ​ເລັນ​ສກີກ່າວ​ວ່າ ການ​ໂອ້​ລົມ​ກ່ຽວ​ກັບ​ການ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ​ທີ່​ມີ​ສະ​ມາ​ຊິກ 24 ປະ​ເທດ ຂອງ​ຢູ​ເຄ​ຣນ ຄວນ​ຈະ​ເລີ້ມ​ຂຶ້ນ​ໃນ​ທ້າຍ​ປີນີ້ ແລະ​ການ​ໂອ້​ລົມ​ດັ່ງ​ກ່າວ ​ຄວນ​ຈະ​ຊ່ວຍ​ເປັນ​ກຳ​ລັງ​ໃຈໃຫ້​ທະ​ຫານ​ຢູ​ເຄ​ຣນ​ທີ່​ຢູ່​ໃນ​ສະ​ໜາມ​ລົບ. ແຕ່​ປະ​ທານ​ກຳ​ມາ​ທິ​ການ​ຢູ​ໂຣບ ທ່ານ​ນາງ​ເອີ​ຊູ​ລາ ວອນ ເດິ​ເລ​ເຢັນ ໄດ້​ເຕືອນ​ວ່າ “ຍັງ​ບໍ່​ມີ​ກຳ​ນົດ​ເວ​ລາ​ທີ່​ຄັກ​ແນ່​ເທື່ອ” ສຳ​ລັບ​ການ​ເຈ​ລະ​ຈາ​ເພື່ອ​ຮັບ​ເອົາ​ຢູ​ເຄ​ຣນ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ອີ​ຢູ.

ສ່ວນ​ປ​ະ​ທານຂອງ​ສະ​ພາ​ຢູ​ໂຣບ ທ່ານ​ນາງ​ໂຣ​ເບີດ​ຕາ ເມັດ​ໂຊ​ລາ ກ່າວ​ວ່າ ທ່ານ​ນາງຊຸກ​ຍູ້​ໃຫ້​ການ​ຮ້ອງຂໍ​ຂອງ​ທ່ານເຊ​ເລັນ​ສກີ ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ເພີ້ມ​ຕື່ມ. “ພວກ​ເຮົາ​ຮູ້​ດີ ໃນ​ການ​ເສຍ​ສະ​ຫຼະ​ທີ່​ປະ​ຊາ​ຊົນ​ຂອງ​ທ່ານ​ໄດ້​ເຮັດ​ສຳ​ລັບ​ຢູ​ໂຣບແລະ​ພວກ​ເຮົາ​ຕ້ອງ​ໃຫ້​ກຽດ​ຕໍ່​ການ​ເສຍ​ສະ​ຫຼະ​ນີ້ ບໍ່​ພຽງ​ແຕ່​ດ້ວຍ​ຄຳ​ເວົ້າ​ເທົ່າ​ນັ້ນ ແຕ່​ດ້ວຍ​ການ​ກະ​ທຳ​ນຳ​ດ້ວຍ” ທ່ານ​ນາງ​ເມັດ​ໂຊ​ລາ​ໄດ້​ກ່າວ. “ເຮືອ​ບິນ​ອາຍ​ພົ່ນ​ທີ່​ທ່ານ​ຕ້ອງ​ການ ​ເພື່ອ​ປົກ​ປ້ອງເສ​ລີ​ພາບ ຫຼາຍ​ຄົນ​ໆ​ບໍ່ໄດ້ເຫັນ​ຄຸນ​ຄ່າ.”

ທ່ານ​ນາງ​ເມັດ​ໂຊ​ລາ ຮຽກ​ຮ້ອງ​ໃຫ້​ປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ພາບ​ຢູ​ໂຣບ ເອົາ​ມາດ​ຕະ​ການ​ເພີ້ມ​ຕື່ມ. ບັນ​ດາ​ປະ​ເທດ​ສະ​ຫະ​ພາບ​ຢູ​ໂຣບ​ ໄດ້​ສົ່ງ​ການ​ຊ່ວຍ​ເຫຼືອ ​ແລະ​ອຸບ​ປະ​ກອນ​ທາງ​ທະ​ຫານ ​ໄປ​ໃຫ້​ຢູ​ເຄ​ຣນ​ແລ້ວ 53.6 ຕື້​ໂດ​ລາ ແລະ​ໄດ້​ທຳ​ການ​ລົງ​ໂທດ​ 9 ເທື່ອ​ຕໍ່​ວັງ​ເຄ​ຣັມ​ລິນ.

“ພວກ​ເຮົາ​ຢູ່​ທາງ​ຫຼັງ​ຂອງ​ທ່ານ” ທ່ານ​ນາງ​ໄດ້​ກ່າວ. “ພວກ​ເຮົາ​ຢູ່​ກັບ​ທ່ານ​ໃນ​ເວ​ລານັ້ນ ພວກ​ເຮົາ​ຍັງ​ຢູ່​ກັບ​ທ່ານ ​ໃນ​ເວ​ລານີ້ ແລະ​ພວກ​ເຮົາ ​ຍັງ​ຈະ​ຢູ່​ກັບ​ທ່ານ ຕາບ​ໃດ​ທີ່​ຍັງ​ມີ​ຄວາມ​ຕ້ອງ​ການ​ຢູ່.”

ຫຼັງ​ຈາກ​ທ່ານເຊ​ເລັນ​ສກີໄດ້​ກ່າວ​ແລ້ວ ທ່ານ​ກໍ​ໄດ້​ຍົກ​ທຸງ​ສະ​ຫະ​ພາບ​ຢູ​ໂຣບ​ຂຶ້ນ ແລະ​ສະ​ພາ​ຢູ​ໂຣບ​ໝົດ​ທັງ​ຄະ​ນະ​ກໍ​ໄດ້​ພາ​ກັນ​ຢືນ​ຂຶ້ນ​ດ້ວຍ​ຄວາມ​ງຽບ ໃນ​ຂະ​ນະ​ທີ່​ເພງ​ຊາດ​ຂອງຢູ​ເຄ​ຣນ​ດັງຂຶ້ນ​ ແລະ​ເພງ​ຊາດ​ຂອງ​ອີ​ຢູ “Ode to Joy” ບັນ​ເລງ​ຕໍ່​ຈາກນັ້ນ.

ອ່ານ​ຂ່າວ​ນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG