ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານເຊ​ເລັນ​ສ໌​ກີ ຜັກ​ດັນ​ໃຫ້​ໄດ້ອາວຸດເພີ່ມ ແລະ ເລີ່ມເຈລະຈາ ເລື້ອງເຂົ້າເປັນ ສະມາຊິກສະຫະພາບ ຢູ​ໂຣບ


ປະທານາທິບໍດີຢູເຄຣນ, ທ່ານໂວ​ໂລ​ດິ​ເມຍ ເຊ​ເລັນ​ສ໌​ກີ (ກາງ) ແລະລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຝ​ຣັ່ງ, ທ່ານ Sebastien Lecornu, (ຂວາ) ຍ່າງ​ຢູ່​ທາງ​ແລ່ນເຮືອ​ບິນ​ຢູ່​ສະ​ໜາມ​ບິນ Orly ຂອງ​ຝ​ຣັ່ງ, ວັນ​ທີ 8 ກຸມ​ພາ, 2023.
ປະທານາທິບໍດີຢູເຄຣນ, ທ່ານໂວ​ໂລ​ດິ​ເມຍ ເຊ​ເລັນ​ສ໌​ກີ (ກາງ) ແລະລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຝ​ຣັ່ງ, ທ່ານ Sebastien Lecornu, (ຂວາ) ຍ່າງ​ຢູ່​ທາງ​ແລ່ນເຮືອ​ບິນ​ຢູ່​ສະ​ໜາມ​ບິນ Orly ຂອງ​ຝ​ຣັ່ງ, ວັນ​ທີ 8 ກຸມ​ພາ, 2023.
ປະທານາທິບໍດີຢູເຄຣນ, ທ່ານໂວ​ໂລ​ດິ​ເມຍ ເຊ​ເລັນ​ສ໌​ກີ ກໍາລັງເດີນທາງໄປບ​ຣັ​ສເຊີ​ລ​ສ໌ ເພື່ອ​ໃຫ້​ເຫດ​ຜົນສໍາລັບຄວາມ​ຕ້ອງ​ການອາວຸດເພີ່ມ ໃນການຕໍ່ສູ້ຕ້ານກັບການບຸກ​ລຸກຂອງຣັດເຊຍ ແລະເລີ່ມຕົ້ນການເຈລະຈາ ກ່ຽວກັບການເປັນສະມາຊິກສະຫະພາບຢູ​ໂຣບ ສໍາລັບປະເທດທີ່ຖືກສົງຄາມທໍາລາຍຂອງ​ທ່ານ.

ຫ້ອງການຂອງທ່ານ​ເອມ​ມາ​ນູ​ແອ​ລ ມາກ​ຣົງ ໄດ້ປະກາດວ່າ ທ່ານເຊ​ເລັນ​ສ໌​ກີ ຈະໄປ ພ້ອມກັບປະທານາທິບໍດີຝຣັ່ງ, ທ່ານ​ເອມ​ມາ​ນູ​ແອ​ລ ມາກ​ຣົງ​ ໃນເວ​ລາ​ຕ່ຳ​ມາ ຂອງ ວັນພະຫັດມື້ນີ້ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ແລະກ່າວປາໄສຕໍ່ສະພາຂອງ​ສະ​ຫະ​ພາບ​ຢູ​ໂຣບ ຫລື EU.

ຖ້າ​ຫາກ​ວ່າ​ ບັນ​ຫາ​ດ້ານ​ຄວາມປອດ​ໄພ ​ອຳ​ນວຍໃຫ້ ທ່ານເຊ​ເລັນ​ສ໌​ກີ ກໍຈະ​ກ່າວ​ຄຳ ປາ​ໄສ ຢູ່​ກອງ​ປະ​ຊຸມ​ສຸດ​ຍອດ​ຂອງກຸ່ມ​ທີ່​ມີ 27 ປະ​ເທດນີ້ ​ໃນການຜັກ​ດັນ​ຂອງທ່ານ ​ເພື່ອ​ຮັບ​ປະ​ກັນວ່າ ທ່ານ​ຈະ​ໄດ້​ລົດ​ຖັງ​, ເຮືອ​ບິນ​ອາຍ​ພົ່ນ ແລະ​ລູກ​ສອນ​ໄຟ​.

ຜູ້ນຳ​ຢູ​ເຄຣນທ່ານນີ້ ກຳລັງ​ເດີນທາງ​ໄປ​ຢ້ຽມຢາມ 3 ປະ​ເທດ ​ເພື່ອ​ຊອກ​ຫາ​ການ​ສະໜັບສະໜຸນ ​ຈາກ​ບັນດາ​ປະ​ເທດ​ພັນທະ​ມິດ​ໃນ​ຢູ​ໂຣບ ຂະນະ​ທີ່​ວັນ​ຄົບຮອບ 1 ປີ​ແຫ່ງ​ການ​ບຸກ​ລຸກ​ຂອງຣັດ​ເຊຍ​ໃກ້​ຈະ​ມາ​ເຖິງ. ພວກເຈົ້າ​ໜ້າ​ທີ່​ຢູ​ເຄຣນກ່າວ​ວ່າ ​ເຂົາ​ເຈົ້າ​ຄາດ​ວ່າ​ ຣັດ​ເຊຍ​ຈະເປີດ ​ການ​ບຸກ​ໂຈມ​ຕີ​ຄັ້ງ​ໃໝ່​ ຢູ່​ພາກ​ຕາ​ເວັນ​ອອກ​ໃນ​ຮອບ​ວັນ​ຄົບຮອບ 24 ກຸມພາ​ນີ້.

ທ່ານເຊ​ເລັນ​ສ໌​ກີ ໄດ້ບິນໄປຍັງລອນດອນ ໃນວັນພຸດວານນີ້ ເພື່ອ ກ່າວຂອບໃຈຕໍ່ ປະຊາຊົນ ອັງກິດທີ່​ໄດ້ໃຫ້​ການສະຫນັບສະຫນຸນຂອງເຂົາເຈົ້າ ໃນການຕ້ານ​ຢັນ ການບຸກລຸກຂອງຣັດ​ເຊຍ ໃນຮອບເກືອບນຶ່ງປີ ຢູ່ປະເທດຂອງທ່ານ ແລະ ຄາດຄະເນວ່າ ຢູເຄຣນຈະຊະນະສົງຄາມ.

"ພວກເຮົາຮູ້ວ່າເສລີພາບຈະຊະນະ, ພວກເຮົາຮູ້ວ່າ ຣັດເຊຍຈະສູນເສຍ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານເຊ​ເລັນ​ສ໌​ກີ ທີ່ກ່າວຕໍ່ລັດຖະສະພາອັງກິດ. ທ່ານ​ກ່າ​ວອີກວ່າ “ພວກ​ເຮົາ​ຮູ້​ວ່າ​ ໄຊ​ຊະ​ນະ​ຈະ​ປ່ຽນ​ແປງ​ໂລກ, ແລະ​ນີ້​ຈະ​ເປັນ​ການ​ປ່ຽນ​ແປງ ​ທີ່​ໂລກ​ຕ້ອງ​ການ​ມາ​ແຕ່​ດົນ​ນານ. ສະ​ຫະ​ລາດ​ຊະອາ​ນາ​ຈັກ ​ກໍາ​ລັງ​ເດີນ​ທາງໄປ​ພ້ອມ​ກັບ​ພວກ​ເຮົາ ​ໄປ​ສູ່ໄຊ​ຊະ​ນະ​ທີ່​ສໍາ​ຄັນ​ທີ່​ສຸດ​ ໃນ​ຊີ​ວິດ​ຂອງ​ພວກ​ເຮົາ.”

ທ່ານເຊ​ເລັນ​ສ໌​ກີ ຍັງໄດ້ພົບກັບກະສັດຊາລ​ສ໌ (Charles) ທີ່ພະລາຊະວັງບັກ​ຄິງ​ແຮມ ໃນອັນທີ່ເປັນການເດີນທາງຄັ້ງທີສອງຂອງທ່ານເຊ​ເລັນ​ສ໌​ກີ ອອກ​ໄປຕ່າງປະເທດ ນັບ ຕັ້ງແຕ່ມີການບຸ​ກ​ລຸກຂອງຣັດ​ເຊຍເລີ້ມຕົ້ນຂຶ້ນ. ​ໃນ​ເດືອນ​ທັນວາ​ຜ່ານ​ມາ, ຜູ້ນຳ​ຢູ​ເຄ​ຣນ ທ່ານນີ້ ​ໄດ້​ມາ​ວໍ​ຊິງ​ຕັນ​ ເພື່ອ​ພົບ​ປະ​ກັບ​ປະທານາທິບໍດີ ໂຈ ໄບ​ເດັນ ​ແລະ ກ່າວ​ຄຳ​ປາ​ໄສ​ຕໍ່​ລັດຖະສະພາ.

ໃນຕອນ​ບ່າຍໆ ຂອງວັນພຸດວານນີ້, ​ທ່ານເຊ​ເລັນ​ສ໌​ກີ ໄດ້ພົບປະກັບປະທານາທິ ບໍດີ ຝຣັ່ງ, ທ່ານ​ເອມ​ມາ​ນູ​ແອ​ລ ​ມາກ​ຣົງ ແລະນາຍົກລັດຖະມົນຕີເຢຍຣະມັນ, ທ່ານ​ໂອ​ລາ​ຟ ໂຊ​ລ​ສ໌ (Olaf Scholz) ໃນປາຣີ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG