ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ເຊ​ເລັນ​ສ​ກີ ຈະ​ປະ​ຊຸມ​ກັບ​ບັນ​ດາ ​ຜູ້​ນຳກຸ່ມ​ G7


ທະ​ຫານ​ລົດ​ຖັງ ຢູ​ເຄ​ຣນ ເຂົ້າ​ຮ່​ວມ​ໃນ​ການ​ຊ້ອມ​ລົບ ເຊິ່ງ​ເພັ່ງ​ເລັງ​ໃສ່​ການ​ຕໍ່​ສູ້​ກັບ​ກຸ່ມ​ລອບ​ທຳ​ລາຍ, ໃນ​ພາກ​ພື້ນ ເຊີ​ນີ​ຮິບ, 5 ທັນ​ວາ 2023.
ທະ​ຫານ​ລົດ​ຖັງ ຢູ​ເຄ​ຣນ ເຂົ້າ​ຮ່​ວມ​ໃນ​ການ​ຊ້ອມ​ລົບ ເຊິ່ງ​ເພັ່ງ​ເລັງ​ໃສ່​ການ​ຕໍ່​ສູ້​ກັບ​ກຸ່ມ​ລອບ​ທຳ​ລາຍ, ໃນ​ພາກ​ພື້ນ ເຊີ​ນີ​ຮິບ, 5 ທັນ​ວາ 2023.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ແມ່ນ​ມີ​ກຳ​ນົດ​ທີ່​ຈະ​ປາ​ກົດ​ຕົວ​ໃນ​ການ​ປະ​ຊຸມ​ທາງ​ອອນ​ໄລ​ນ໌​ກັບ​ບັນ​ດາ​ຜູ້​ນຳ​ຈາກ​ກຸ່ມ 7 ປະ​ເທດ​ທີ່​ນຳ​ໜ້າ​ດ້ານ​ອຸດ​ສາ​ຫະ​ກຳ​ໃນ​ວັນ​ພຸດມື້ນີ້.

ທ່ານ ເຊ​ເລັນ​ສ​ກີ ຈະ​ມີ​ໂອ​ກາດ​ກ່າວ​ລາຍ​ງານ​ຕໍ່​ບັນ​ດາ​ຜູ້​ນຳ ກ່ຽວ​ກັບ ສະ​ຖາ​ນະ​ການ​ໃນ ຢູ​ເຄ​ຣນ ເກືອບ​ສອງ​ປີ ​ໃນ​ການ​ບຸກ​ລຸກ​ຂອງ ຣັດ​ເຊຍ ທີ່​ໄດ້​ກໍ່​ໃຫ້ຫຼາຍ​ສິບ​ປະ​ເທດ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ດ້ານ​ທະ​ຫານ ແລະ ມະ​ນຸດ​ສະ​ທຳ​ສຳ​ລັບ​ຝ່າຍ ຢູ​ເຄ​ຣນ.

ການ​ປະ​ຊຸມ​ຂອງວັນ​ພຸດມື້ນີ້​ ໄດ້​ມີ​ຂຶ້ນ​ນຶ່ງວັນຫຼັງ​ຈາກ​ທ່ານ ເຊ​ເລັນ​ສ​ກີ ໄດ້​ຍົກ​ເລີກ​ການ​ປາ​ກົດ​ຕົວ​ທາງວິ​ດີ​ໂອກັບ​ບັນ​ດາ​ສະ​ມາ​ຊິກ​ຂອງ​ສະ​ພາ​ສູງ ສະ​ຫະ​ລັດ ເຊິ່ງ​ທ່ານ​ຄາດ​ວ່າ​ຈະ​ສະ​ໜັບ​ສະ​ໜູນ​ສຳ​ລັບ​ການ​ສືບ​ຕໍ່​ຊ່ວຍ​ເຫຼື​ອ​ທາງ​ທະ​ຫານ.

ຜູ້​ນຳ​ສຽງ​ສ່ວນຫຼາຍ​ສະ​ພາ​ສູງ ທ່ານ ຈັກ ຊູ​ເມີ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ “ທ່ານ ເຊ​ເລັນ​ສ​ກີ, ແນວ​ໃດ​ກໍ່​ຕາມ, ບໍ່​ສາ​ມາດ​ເຂົ້າ​ຮ່ວມ, ບາງ​ຢ່າງ​ໄດ້​ເກີດ​ຂຶ້ນ​ໃນ​ນາ​ທີ​ສຸດ​ທ້າຍ ​ຕໍ່​ກອງ​ປະ​ຊຸມ​ລາຍ​ງານ​ຂອງ​ພວກ​ເຮົາ.”

ທ່ານ ຊູ​ເມີ ໄດ້​ກ່າວ​ວ່າ​ທ່ານ ເຊ​ເລັນ​ສ​ກີ ໄດ້​ຮັບ​ການ​ເຊື້ອ​ເຊີນ​ໃຫ້​ມາ​ກ່າວ​ຜ່ານ​ທາງວິ​ດີ​ໂອ​ຢູ່ກອງ​ປະ​ຊຸມ​ລາຍ​ງານ​ລັບ ສະ​ນັ້ນ​ຜູ້​ທີ່​ຢູ່​ໃນ​ກອງ​ປະ​ຊຸມ​ຈຶ່ງ​ສາ​ມາດ “ໄດ້​ຍິນ​ໂດຍ​ກົງ​ຈາກ​ທ່ານ​ຢ່າງ​ຖືກ​ຕ້ອງ​ກ່ຽວ​ກັບ​ສິ່ງ​ທີ່​ມີ​ຄວາມ​ສ່ຽງ” ແລະ ຊ່ວຍ​ເຫຼືອ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ລົງ​ຄະ​ແນນ​ສຽງໃນ​ຮ່າງ​ກົດ​ໝາຍ​ທີ່​ລວມ​ມີ​ການ​ຊ່ວຍ​ເຫຼືອ​ໃໝ່ ຫຼາຍ​ພັນ​ລ້ານ​ໂດ​ລາ​ສຳ​ລັບ ຢູ​ເຄ​ຣນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG