ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ​ເຊ​ເລນ​ສ໌​ກີ ຈະ​ກ່າວ​ຄຳ​ປາ​ໄສ​ ທາງ​ອອນ​ລາຍ​ນ໌ ຕໍ່​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ


ແຟ້ມ - ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ໌​ກີ ກ່າ​ວ​ຄຳ​ປ​າ​ໄສ ທີ່​ນະ​ຄອນ​ກີ​ຢິບ ປະ​ເທດຢ​ູ​ເຄ​ຣນ ຈາກວີ​ດີ​ໂອ ທີ່​ນະ​ໜອງ​ໂດຍ​ອົງ​ການ​ຂ່າວ​ ຂອງ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ແລະ​ນຳ​ອອກ​ເຜີຍ​ແຜ່ ທາງ​ເຟ​ສ​ບຸກ ເມື່ອ​ວັນ​ທີ 12 ມີ​ນາ 2022.
ແຟ້ມ - ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ໌​ກີ ກ່າ​ວ​ຄຳ​ປ​າ​ໄສ ທີ່​ນະ​ຄອນ​ກີ​ຢິບ ປະ​ເທດຢ​ູ​ເຄ​ຣນ ຈາກວີ​ດີ​ໂອ ທີ່​ນະ​ໜອງ​ໂດຍ​ອົງ​ການ​ຂ່າວ​ ຂອງ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ແລະ​ນຳ​ອອກ​ເຜີຍ​ແຜ່ ທາງ​ເຟ​ສ​ບຸກ ເມື່ອ​ວັນ​ທີ 12 ມີ​ນາ 2022.

ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ໌​ກີ ຈະ​ກ່າວ​ຄຳ​ປາ​ໄສ​ທາງ​ອອນ​ລາຍ​ນ໌ ຕໍ່​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ໃນ​ຂະ​ນະ​ທີ່​ສົງ​ຄາມລະ​ຫວ່າງ​ຣັດ​ເຊຍ​ກັບ​ປະ​ເທດ​ຂອງ​ທ່ານ ເພີ້ມ​ທະ​ວີ​ຄວາມ​ຮ້າຍ​ແຮງ​ຂຶ້ນ

ທ່ານ​ເຊ​ເລນ​ສ໌​ກີຈະ​ກ່າວ​ຄຳ​ປາ​ໄສ​ຕໍ່​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ແລະ​ສະ​ພາ​ສູງ ໃນ​ວັນ​ພຸດມື້​ອື່ນນີ້ ອີງ​ຕາມ​ການ​ປະ​ກາດ​ຂອງ​ພວກ​ຜູ້​ນຳ​ພັກ​ເດ​ໂມ​ແຄ​ຣັດ. ການ​ກ່າວ​ຄຳ​ປາ​ໄສ​ນີ້​ຈະ​ມີ​ການ​ຖ່າຍ​ທອດ​ສົດ​ທາງ​ອິນ​ເຕີ​ແນັດ​ໃຫ້​ປະ​ຊາ​ຊົນ​ໄດ້​ເຫັນ.

ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ປະ​ທານ​ສະ​ພາ​ຕ່ຳ​ສະ​ຫະ​ລັດ ກ່າວ​ໃນ​ວັນ​ຈັນ​ວານນີ້ ທີ່​ຂົວ​ບ​ຣຸກ​ລິນ ກັບ​ສະ​ມາ​ຊິກ​ສະ​ພາ​ຈາກ​ນິວຢອກ ໂດຍ​ເວົ້າ​ວ່າ “ມັນ​ເປັນ​ກຽດ​ທີ່ມີ​ຜູ້​ນຳ​ທ່ານນີ້ ຂອງ​ປະ​ເທດນີ້ ບ່ອນ​ທີ່​ປະ​ຊາ​ຊົນ​ພວມ​ທຳ​ການ​ຕໍ່​ສູ້​ເພື່ອ​ປະ​ຊາ​ທິ​ປະ​ໄຕ​ຂອງ​ພວກ​ເຂົາ​ເຈົ້າ ແລະ​ປະ​ຊາ​ທິ​ປະ​ໄຕ​ຂອງ​ພວກ​ເຮົາ.”

ທ່ານ​ນາງ​ເພ​ໂລ​ຊີ ກ່າວ​ວ່າ ທ່ານ​ເຊ​ເລນ​ສ໌​ກີໄດ້​ຮ້ອງ​ຂໍ ​ໃຫ້​ມີ​ການ​ປະ​ຊຸມ​ເວ​ລາ​ພວກ​ເຂົາ​ເຈົ້າ​ໂອ້​ລົມ​ກັນໃນ​ທ້າຍ​ອາ​ທິດ​ລ​ແວ ແລະ​ສະ​ມາ​ຊິກ​ສະ​ພາຮູ້​ສຶກ “ຕື່ນ​ເຕັ້ນ​” ທີ່ມີ​ທ່ານ​ມາ​ກ່າວ​ຄຳ​ປາ​ໄສ​ຕໍ່​ລັດ​ຖະ​ສະ​ພາ.

ການ​ຖະ​ແຫຼງ​ດັ່ງ​ກ່າວນີ້​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ປະ​ຊາ​ຊົນ​ຊາວ​ຢູ​ເຄ​ຣນ​ພວມ​ທຳ​ການ​ຕໍ່​ສູ້​ເພື່ອ​ຄວາມ​ຢູ່​ລອດ​ຂອງ​ປະ​ເທດ​ເຂົາ​ເຈົ້າ ໃນ​ສົງ​ຄາມທີ່ທະ​ວີຄວາມ​ຮ້າຍ​ແຮງ​ຂຶ້ນ ​ຂະ​ນະ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ເພີ້ມ​ການ​ບຸກ​ໂຈມ​ຕີ ຮວມ​ທັງ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຕໍ່​ນະ​ຄອນ​ຫຼວງ​ກີ​ຢິບ. ພົ​ນ​ລະ​ເຮືອນ​ໃນ​ຢູ​ເຄ​ຣນ​ພວມ​ຈັບ​ອາ​ວຸດ​ຂຶ້ນ​ຕໍ່​ສູ້​ເພື່ອ​ຕ້ານ​ຢັນ​ກັບ​ອຳ​ນາດ​ການ​ປົກ​ຄອງ​ຂອງ​ປູ​ຕິນ ແຕ່​ສົງ​ຄາມ​ດັ່ງ​ກ່າວ​ເຮັດ​ໃຫ້​ມີ​ຜູ້​ອົບ​ພະ​ຍົບ​ຫຼົບ​ໄພ​ຫຼາຍກວ່າ 2 ລ້ານ 5 ແສນ​ຄົນ​ຈາກ​ປະ​ເທດ​ຢູ​ເຄ​ຣນ.

ທ່ານ​ນາງ​ເພ​ໂລ​ຊີ ແລະ​ທ່ານ​ຊັກ ຊູ​ເມີ ຜູ້​ນຳ​ສຽງ​ສ່ວນ​ຫຼາຍ​ໃນ​ສະ​ພາ​ສູງ​ສະ​ຫະ​ລັດ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ໃນ​ວັນ​ຈັນ​ວານນີ້ ເພື່ອ​ປະ​ກາດ​ໃຫ້​ຊາບ​ກ່ຽວ​ກັບ​ຄຳ​ປາ​ໄສ ໂດຍ​ເວົ້າ​ວ່າ “ລັດ​ຖະ​ສະ​ພາ ປະ​ເທດ​ຂອງ​ພວກ​ເຮົາ ແລະ​ໂລກ ແມ່ນ​ມີ​ຄວາມ​ປະ​ທັບ​ໃຈ ​ຕໍ່​ປະ​ຊາ​ຊົນ​ຊາວ​ຢູ​ເຄ​ຣນ.”

ພວກ​ທ່ານ​ກ່າວ​ວ່າ ສະ​ມາ​ຊິກ​ສະ​ພາ​ທັງ​ໝົດ ໃຫ້​ມາ​ຮ່ວມ​ຮັບ​ຟັງ​ການ​ກ່າວ​ຄຳ​ປາ​ໄສ​ຜ່​ານ​ທາງວີ​ດີ​ໂອ ທີ່​ຫໍ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ. ມັນ​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ໃຫ້​ການ​ອະ​ນຸ​ມັດ​ເມື່ອ​ໄວໆ​ມານີ້ ການ​ຊ່ວຍ​ເຫຼືອ​ສຸກ​ເສີນ​ທາງ​ທະ​ຫານ​ແລະ​ມະ​ນຸດ​ສະ​ທຳ​ຕໍ່​ຢູ​ເຄ​ຣນ ໃນ​ມູ​ນ​ຄ່າ 13 ພັນ 600 ລ້ານ​ໂດ​ລາ.

ຄາດ​ກັນ​ວ່າ​ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ໃນ​ແຜນ​ການ​ໃຊ້​ຈ່າຍ​ຂະ​ໜາດ​ໃຫຍ່​ທີ່​ບັນ​ຈຸ​ການ​ຊ່ວຍ​ເຫຼືອ​ແກ່​ຢູ​ເຄ​ຣນ​ໃຫ້​ເປັນ​ກົດ​ໝາຍ​ໃນ​ວັນ​ອັງ​ຄານມື້ນີ້. ໃນ​ລະ​ຫວ່າງ​ການ​ໂອ້​ລົມ​ຂອງ​ທ່ານ​ນາງ​ເພ​ໂລ​ຊີ ເມື່​ອາ​ທິດ​ແລ້ວນີ້ ທ່ານ​ເຊ​ເລນ​ສ໌​ກີ​ກ່າວ​ວ່າ ປະ​ເທດ​ຂອງ​ທ່ານ​ແມ່ນ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອ​ໃນ​ການ​ບູ​ລະ​ນະ​ສ້າງ​ເພື່ອຟື້ນ​ໂຕ​ຄືນ​ຈາກ​ສົງ​ຄາມ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG