ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ເຊ​ເລັນ​ສ​ກີ​ ຈະ​ກ່າວ​ຄຳ​ປາ​ໄສ​ຕໍ່ ລັດ​ຖ​ະ​ສ​ະ​ພາ ສະ​ຫະ​ລັດ ໃນ​ຂະ​ນະ​ທີ່ ທ່ານ ໄບ​ເດັນ ຈະ​ປະ​ກາດ​ການ​ຊ່ວຍ​ເຫຼືອເພີ່ມ​ເຕີມ ຕໍ່ ຢູ​ເຄ​ຣນ


ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ​ປະ​ກາດ​ວ່າ ພ້ອມ​ກັບ​ສະ​ຫະ​ພາບ ຢູ​ໂຣບ ແລະ ກຸ່ມ 7 ປະ​ເທດ, ສະ​ຫະລັດ ຈະ​ທຳ​ການ​ເຄື່ອນ​ໄຫວ​ເພື່ອຖອນສະ​ຖາ​ນະ​ພາບ​ການ​ຄ້າ​ຂອງ​ປະ​ເທດ ​ທີ່​ໄດ້​ຮັບການ​ສະ​ໜັບ​ສະ​ໜູນຫຼາຍ​ທີ່ສຸດ​ ສຳ​ລັບ ຣັດ​ເຊຍ ຍ້ອນ​ການ​ບຸກ​ລຸກ ຢູ​ເຄຣນ​ ຂອງ​ເຂົາ​ເຈົ້າ. 11 ມ​ີ​ນາ, 2022,
ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ​ປະ​ກາດ​ວ່າ ພ້ອມ​ກັບ​ສະ​ຫະ​ພາບ ຢູ​ໂຣບ ແລະ ກຸ່ມ 7 ປະ​ເທດ, ສະ​ຫະລັດ ຈະ​ທຳ​ການ​ເຄື່ອນ​ໄຫວ​ເພື່ອຖອນສະ​ຖາ​ນະ​ພາບ​ການ​ຄ້າ​ຂອງ​ປະ​ເທດ ​ທີ່​ໄດ້​ຮັບການ​ສະ​ໜັບ​ສະ​ໜູນຫຼາຍ​ທີ່ສຸດ​ ສຳ​ລັບ ຣັດ​ເຊຍ ຍ້ອນ​ການ​ບຸກ​ລຸກ ຢູ​ເຄຣນ​ ຂອງ​ເຂົາ​ເຈົ້າ. 11 ມ​ີ​ນາ, 2022,

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ແມ່ນ​ມີ​ກຳ​ນົດ​ທີ່​ຈະ​ກ່າວ​ຄຳ​ປາ​ໄສ​ຕໍ່​ລັດ​ຖະ​ສະ​ພາ ສະ​ຫະ​ລັດ ໃນ​ວັນ​ພຸດມື້ນີ້, ໃນ​ຂະ​ນະ​ທີ່​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ແມ່ນ​ຄາດ​ວ່າ​ຈະ​ປະ​ກາດ​ເງິນ 800 ລ້ານ​ໂດ​ລາ​ໃນ​ການ​ຊ່ວຍ​ເຫຼືອ​ດ້ານ​ຄວາມ​ໝັ້ນ​ຄົງ​ໃໝ່ ແລະ ບັນ​ດາ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ອົງ​ການ NATO ຈະເຕົ້າ​ໂຮມ​ກັນ ​ໃນ​ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌ ເພື່ອ​ປຶກ​ສາ​ຫາ​ລື ກ່ຽວ​ກັບ ການ​ສົ່ງ​ເສີມ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ພັນ​ທະ​ມິດ ລຸນຫຼັງ​ການ​ບຸກ​ລຸກ​ ຢູ​ເຄ​ຣນ ຂອງ ຣັດ​ເຊຍ.

ຄຳ​ປາ​ໄສ​ຂອງ​ທ່ານ ເຊ​ເລັນ​ສ​ກີ, ເຊິ່ງ​ໄດ້​ກ່າວ​ຜ່ານ​ທາງວິ​ດີ​ໂອ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ, ລຸນຫຼັງ​ການ​ກ່າວ​ຄຳ​ປາ​ໄສ ​ທີ່​ຄ້າຍ​ຄື​ກັນ​ຕໍ່​ສະ​ພາ​ຕ່ຳ​ຂອງ ອັງ​ກິດ, ສະ​ພາ​ແຫ່ງ​ຊາດ​ຂອງ​ ກາ​ນາ​ດາ ແລະ ສະ​ພາ ຢູ​ໂຣບ ໃນ​ບໍ່​ເທົ່າ​ໃດ​ອາ​ທິດ​ທີ່​ຜ່ານ​ມາ ໃນ​ຂະ​ນະ​ທີ່​ທ່ານ​ໄດ້​ທຳ​ການ​ຜັກ​ດັນ ສຳ​ລັບ​ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ ແລະ ມະ​ນຸດ​ສະ​ທຳ​ເພີ່ມ​ເຕີມ ​ຈາກ​ປະ​ຊາ​ຄົມ​ສາ​ກົນ.

ທ່ານ ໄບ​ດັນ ແມ່ນ​ມີ​ກຳ​ນົດ​ທີ່​ຈະ​ກ່າວ​ຄຳ​ປາ​ໄສ​ຢູ່​ທຳ​ນຽບ​ຂາວ​ສອງ​ສາມ​ຊົ່ວ​ໂມງຫຼັງ​ຈາກ​ນັ້ນ, ເພື່ອ​ເປີດ​ເຜີຍ​ການ​ຊ່ວຍ​ເຫຼືອ​ໃໝ່ ​ຕໍ່ ຢູ​ເຄ​ຣນ ທີ່​ຈະ​ດັນ​ຈຳ​ນວນ​ການ​ຊ່ວຍ​ເຫຼື​ອ​ທັງ​ໝົດ​ໂດຍ ສະ​ຫະ​ລັດ ໃນ​ລະ​ຫວ່າງ​ອາ​ທິດ​ທີ່​ຜ່ານ​ມາ​ເປັນ 2 ຕື້​ໂດ​ລາ.

ທ່ານ ໄບ​ເດັນ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ “ການ​ມຸ່ງ​ຮ້າຍ​ຂອງ​ທ່ານ ປູ​ຕິນ ຕໍ່ ຢູ​ເຄ​ຣນ ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ທົ່ວ​ ອາ​ເມ​ຣິ​ກາ ສາ​ມັກ​ຄີ​ກັນ.

ທ່ານ​ມີ​ກຳ​ນົດ​ທີ່​ຈະ​ເຂົ້າ​ຮ່ວມ​ກັບ​ບັນ​ດາ​ປະ​ມຸກ​ລັດ​ຄົນ​ອື່ນໆ​ໃນ​ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌ ປະ​ເທດ ແບ​ລ​ຈຽມ ສຳ​ລັບ​ກອງ​ປະ​ຊຸມ​ສຸດຍອດ​ທີ່​ຈະ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ມີ​ນານີ້, ເຊິ່ງ​ເປັນ​ວັນ​ຄົບ​ຮອບ​ນຶ່ງ​ເດືອນ​ທີ່ ຣັດ​ເຊຍ ເປີດ​ການ​ໂຈມ​ຕີ ຢູ​ເຄ​ຣນ ຫຼັງ​ຈາກ​ໄດ້​ປະ​ຕິ​ເສດ​ ເປັນ​ເວ​ລາຫຼາຍ​ເດືອນ​ວ່າ ​ເຂົາ​ເຈົ້າ​ຈະ​ເຮັດຈະ​ເຊັ່ນ​ນັ້ນ.

ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ NATO ທ່ານ​ ເຈັນ​ສ໌ ສ​ໂຕ​ລ​ເທັນ​ເບີກ ໄດ້​ຮຽກ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ດັ່ງ​ກ່າວ, ໂດຍ​ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ​ວ່າ ບັນ​ດາ​ພັນ​ສະ​ມາ​ຊິກ​ຂອງ​ພັນ​ທະ​ມິດ “ຈະ​ຈັດ​ການ​ບັນ​ຫາ​ການ​ບຸກ​ລຸກ ຢູ​ເຄ​ຣນ ຂອງ ຣັດ​ເຊຍ, ການ​ສະ​ໜັບ​ສະ​ໜູນ​ຂອງ​ພວກ​ເຮົາ​ ສຳ​ລັບ ຢູ​ເຄ​ຣນ, ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃນ​ການ​ຍັບ​ຢັ້ງ​ ແລະ ປ້ອງ​ກັນ​ຂອງ​ອົງ​ການ NATO ຕໍ່​ໄປ​.”

ກ່ອນ​ການ​ເຈ​ລະ​ຈາ​ທີ່​ວ່າ​ນັ້ນ, ບັນ​ດາ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ NATO ຈະ​ປະ​ຊຸມສຳ​ລັບ​ສິ່ງ​ທີ່​ທ່ານ ສ​ໂຕ​ລ​ເທັນ​ເບີກ ໄດ້​ກ່າວ​ວ່າ ຈະ​ເປັນ “ການ​ປຶກ​ສາ​ຫາ​ລື​ທີ່​ສຳ​ຄັນ ກ່ຽວ​ກັບ ມາດ​ຕະ​ການ​ທີ່​ໜັກ​ແໜ້ນ ເພື່ອ​ສົ່ງ​ເສີມ​ຄວາມ​ປອດ​ໄພ​ຂອງ​ພວກ​ເຮົາ​ສຳ​ລັບ​ໄລ​ຍະ​ຍາວ, ໃນທຸກຂອບ​ເຂດ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG