ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ເຊ​ເລັນ​ສ​ກີ ຈະ​ກ່າວ​ຄຳ​ປ​າ​ໄສ​ຕໍ່​ບັນ​ດາ​ຜູ້​ນຳ G7 ຫຼັງ​ຈາກ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ໂດຍ ຣັດ​ເຊຍ


ການ​ໂຈມ​ຕີ​ຂອງ ຣັດ​ເຊຍ ຕໍ່​ຢູ​ເຄ​ຣນ ເຮັດ​ໃຫ​ເກີດ​ໂສກ​ນາດ​ຕະ​ກຳ ໃນ​ນະ​ຄອນຫຼວງ ກີ​ຢິບ ແລະ ເມືອງ​ອື່ນ​ທົ່ວ​ຢູ​ເຄ​ຣນ,10 ຕຸ​ລາ 2022.
ການ​ໂຈມ​ຕີ​ຂອງ ຣັດ​ເຊຍ ຕໍ່​ຢູ​ເຄ​ຣນ ເຮັດ​ໃຫ​ເກີດ​ໂສກ​ນາດ​ຕະ​ກຳ ໃນ​ນະ​ຄອນຫຼວງ ກີ​ຢິບ ແລະ ເມືອງ​ອື່ນ​ທົ່ວ​ຢູ​ເຄ​ຣນ,10 ຕຸ​ລາ 2022.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ແມ່ນ​ມີ​ກຳ​ນົດ​ທີ່​ຈະ​ກ່າວ​ຄຳ​ປ​າ​ໄສ​ຕໍ່​ບັນ​ດາ​ຜູ້​ນຳ​ຂອງ​ກຸ່ມ 7 ປະ​ເທດໃນ​ລະ​ຫວ່າງກອງ​ປະ​ຊຸມ​ທາງ​ໄກ​ໃນ​ວັນ​ອັງ​ຄານມື້ນີ້​ທີ່​ຈະ​ມີ​ຂຶ້ນ​ລຸນຫຼັງ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ທີ່​ຮ້າຍ​ແຮງຫຼາຍ​ຄັ້ງ​ໃສ່​ນະ​ຄອນຫຼວງ​ຂອງ ຢູ​ເຄ​ຣນ ໂດຍ​ຣັດ​ເຊຍ ແລະ ເມືອງ​ອື່ນໆ​ທີ່​ຕັ້ງ​ຢູ່​ທົ່ວ​ປະ​ເທດ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ຢູ​ເຄ​ຣນ “ບໍ່​ສາ​ມາດ​ຖືກ​ຂົ່ມ​ຂູ່​ໄດ້,” ແລະ ແທນ​ທີ່​ຈະ​ຮູ້​ສຶກ​ຢ້ານ, ການ​ໂຈມ​ຕີ​ຂອງ ຣັດ​ເຊຍ ໄດ້​ເຮັດ​ໃຫ້ “ທົ່ວ​ໂລກ​ເຝົ້າ​ຕິດ​ຕາມ.”

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ “ພວກ​ເຮົາ​ຈະ​ເຮັດ​ທຸກ​ຢ່າງ​ເພື່ອ​ເສີ​ມ​ຂະ​ຫຍາຍກອງ​ກຳ​ລັງ​ຕິດ​ອາ​ວຸດ​ຂອງ​ພວກ​ເຮົາ. ພວກ​ເຮົາ​ຈະ​ເຮັດ​ໃຫ້​ສະ​ໜາມ​ລົບ​ເຈັບ​ປວດ​ຍິ່ງກວ່າ​ເກົ່າ​ສຳ​ລັບ​ພວກ​ສັດ​ຕູ.”

ຜູ້​ນຳ​ຢູ​ເຄ​ຣນ ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີຫຼັງ​ຈາກ​ການ​ລົມ​ໂທ​ລະ​ສັບ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ວ່າ​ການ​ປ້ອງ​ກັນ​ທາງອາ​ກາດ​ແມ່ນ​ບູ​ລິ​ມະ​ສິດ​ສູງ​ສຸດ​ຂອງ​ທ່ານ, ແລະ​ວ່າ​ທ່ານ​ກຳ​ລັງ​ເພິ່ງ​ພາ​ອາ​ໄສ​ ສະ​ຫະ​ລັດ ສຳ​ລັບ​ການ​ນຳ​ພາ ກ່ຽວ​ກັບ “ການ​ຢືນ​ຢັດ​ທີ່​ແຂງ​ແກ່ນ” ຈາກ​ກຸ່ມ 7 ປະ​ເທດ ຫຼື G-7 ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ພິ​ຈາ​ລະ​ນາ​ການ​ຕອບ​ໂຕ້​ຂອງ​ເຂົາ​ເຈົ້າ ​ຕໍ່​ການ​ໂຈມ​ຕີ​ຂອງ ຣັດ​ເຊຍ.

ທ່ານ ໄບ​ເດັນ ແລະ ພັນ​ທະ​ມິດ​ຕາ​ເວັນ​ຕົກ​ໄດ້​ກ່າວ​ປະ​ນາມ​ການ​ໂຈມ​ຕີ​ດັ່ງ​ກ່າວ​ຢ່າງວ່ອງ​ໄວ ແລະ ໄດ້​ປະ​ຕິ​ຍານ​ທີ່​ຈະ​ສືບ​ຕໍ່​ສົ່ງ​ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ໄປ​ໃຫ້​ກອງ​ກຳ​ລັງຂອງ ຢູ​ເຄ​ຣນ ເພື່ອ​ຊ່ວຍ​ຂັບ​ໄລ່​ການ​ບຸກ​ລຸກ​ຂອງ ມົ​ສ​ກູ, ເຊິ່ງ​ຕອນນີ້​ແມ່ນ​ເດືອນ​ທີ 8 ແລ້ວ.

ຖະ​ແຫຼງ​ການ​ຂອງ​ທຳ​ນຽບ​ຂາວ​ໄດ້​ກ່າວ​ວ່າ ທ່ານ ໄບ​ເດັນ ໄດ້​ບອກ​ທ່ານ ເຊ​ເລັນ​ສ​ກີ ວ່າ​ສະ​ຫະ​ລັດ​ຈະ​ສະ​ໜອງ​ລະ​ບົບ​ປ້ອງ​ກັນທາງ​ອາ​ກາດ​ທີ່​ທັນ​ສະ​ໄໝ​ໃຫ້.

ທ່ານ ໄບ​ເດັນ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ໃນ​ຕອນ​ເຊົ້າ​ວັນ​ຈັນ​ວານນີ້​ວ່າ ການ​ຍິງ​ລູກ​ສອນ​ໄຟ​ຄັ້ງຫຼ້າ​ສຸດ​ ຂອງ ຣັດ​ເຊຍ “ອີກ​ຄັ້ງ​ນຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ໂຫດ​ຫ້ຽມ​ອຳ​ມ​ະ​ຫິດ​ຂອງ​ສົງ​ຄາມ​ທີ່​ຜິດ​ກົດ​ໝາຍ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ຕໍ່​ປະ​ຊາ​ຊົນ ຢູ​ເຄ​ຣນ.

ທ່ານ​ໄດ້​ກ່າວ​ວ່າ “ການ​ໂຈມ​ຕີ​ທີ່​ວ່ານີ້​ມີ​ແຕ່​ຈະ​ເສີມ​ສ້າງ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ພວກ​ເຮົາ​ເພີ່ມ​ເຕີມ ​ເພື່ອ​ຢືນ​ຄຽງ​ຂ້າງ​ກັບ​ປະ​ຊາ​ຊົນ​ແຫ່ງ​ຢູ​ເຄ​ຣນ ໃຫ້​ດົນ​ເທົ່າ​ທີ່​ມັນ​ຈະ​ແກ່​ຍາວ​ອອກ​ໄປ. ໂດຍ​ຢູ່​ຄຽງ​ຂ້າ​ກັບ​ບັນ​ດາ​ພັນ​ທະ​ມິດ ແລະ ຄູ່​ຮ່ວມ​ຂອງ​ພວກ​ເຮົາ, ພວກ​ເຮົາ​ຈະ​ສືບ​ຕໍ່​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່ ຣັດ​ເຊຍ ສຳ​ລັບ​ການ​ຮຸກ​ຮານ​ຂອງ​ເຂົາ​ເຈົ້າ, ນຳ​ເອົາ​ທ່ານ ປູ​ຕິນ ແລະ ຣັດ​ເຊຍ ມາ​ຮັບ​ຜິດ​ຊອບ​ສຳ​ລັບ​ຄວາມ​ໂຫດ​ຮ້າຍ​ ແລະ ອາ​ຊະ​ຍາ​ກຳ​ສົງ​ຄາມ​ຂອງ​ເຂົາ​ເຈົ້າ, ແລະ ສະ​ໜອງ​ການ​ຊ່ວຍ​ເຫຼືອ​ທີ່​ຈຳ​ເປັນ​ສຳ​ລັບ​ກອງ​ກຳ​ລັງ​ຢູ​ເຄ​ຣນ​ ເພື່ອ​ປ້ອງ​ກັນ​ປະ​ເທດ​ຂອງ​ເຂົາ​ເຈົ້າ ແລະ ເສ​ລີ​ພາບ​ຂອງ​ເຂົາ​ເຈົ້າ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG