ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ເຊ​ເລັນ​ສ​ກີ ກ່າວ​ວ່າ ການ​ຕໍ່​ສູ້​ໃນ​ເມືອງ ຊີ​ວີ​ໂຣ​ໂດ​ເນັດ​ສ໌ ແມ່ນ​ນຶ່ງ​ໃນ​ການ​ຕໍ່​ສູ້​ທີ່​ຍາກ​ທີ່​ສຸດ​ຂອງ​ສົງ​ຄາມ


ຄວັນ ແລະ ດິນ ປິວ​ຂຶ້ນ​ສູ່​ທ້ອງ​ຟ້າ​ຈາກ​ການ​ລະ​ດົມ​ຍິງ​ໃນ​ເມືອງ ຊີ​ວີ​ໂຣ​ໂດ​ເນັດ​ສ໌ ໃນ​ລະ​ຫວ່າງ​ການ​ຕໍ່​ສູ້​ຂອງກອງ​ທະ​ຫານ ຢູ​ເຄ​ຣນ ກັບ ຣັດ​ເຊຍ ໃນ​ພາກ​ພື້ນດອນ​ບາ​ສ, 7 ມິ​ຖຸ​ນາ, 2022. (Photo by Aris Messinis / AFP)
ຄວັນ ແລະ ດິນ ປິວ​ຂຶ້ນ​ສູ່​ທ້ອງ​ຟ້າ​ຈາກ​ການ​ລະ​ດົມ​ຍິງ​ໃນ​ເມືອງ ຊີ​ວີ​ໂຣ​ໂດ​ເນັດ​ສ໌ ໃນ​ລະ​ຫວ່າງ​ການ​ຕໍ່​ສູ້​ຂອງກອງ​ທະ​ຫານ ຢູ​ເຄ​ຣນ ກັບ ຣັດ​ເຊຍ ໃນ​ພາກ​ພື້ນດອນ​ບາ​ສ, 7 ມິ​ຖຸ​ນາ, 2022. (Photo by Aris Messinis / AFP)

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ​ການ​ຕໍ່​ສູ້​ເພື່ອ​ເມືອງ ຊີ​ວີ​ໂຣ​ໂດ​ເນັດ​ສ໌ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ແມ່ນ “ນຶ່ງ​ໃນ​ການ​ຕໍ່​ສູ້​ທີ່​ຫຍຸ້ງ​ຍາກ​ທີ່​ສຸດ” ຂອງ​ສົງ​ຄາມ, ໃນ​ຂະ​ນະ​ທີ່​ໄດ້​ກ່າວ​ຢ້ຳ​ເຖິງ​ຄວາມ​ສຳ​ຄັນ​ຂອ​ງມັ​ນ​ໃນ​ພາກ​ພື້ນ ດອນ​ບາ​ສ ທີ່​ສຳ​ຄັນ​ນັ້ນ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນຄຳ​ປ​າ​ໄສ​ທາງວິ​ດີ​ໂອ​ໃນ​ຕອນ​ແລງວານນີ້​ວ່າ “​ສ່ວນ​ໃຫຍ່, ຊະ​ຕາ​ກຳ​ຂອງ​ພາກ​ພື້ນ ດອນ​ບາສ໌ ຂອງ​ພວກ​ເຮົາ​ແມ່ນ​ໄດ້​ຖືກ​ຕັດ​ສິນ​ຢູ່​ທີ່​ນັ້ນ.”

ກອງ​ກຳ​ລັງ​ຢູ​ເຄ​ຣ​ນ ໄດ້​ຖືກ​ບັງ​ຄັບ​ໄດ້​ຖອນ​ອອກ​ໄປ​ເຂດນອກ​ຂອງ​ເມືອງ ຊີ​ວີ​ໂຣ​ໂດ​ເນັດສ໌ ໃນ​ວັນ​ພຸດ​ວານນີ້ ຍ້ອນ​ການ​ໂຈມ​ຕີ​ທີ່​ດຸ​ເດືອດ​ຂອງ ຣັດ​ເຊຍ.

ຫຼາຍ​ວັນ​ທີ່​ຜ່ານ​ມາ, ກອງ​ກຳ​ລັງ ຢູ​ເຄ​ຣນ ໄດ້​ເປີດ​ການ​ໂຈມ​ຕີ​ຕອບ​ໂຕ້​ທີ່​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ຄວບ​ຄຸມ​ປະ​ມານ​ເຄິ່ງ​ນຶ່ງ​ຂອງ​ເມືອງ​ນັ້ນ, ແຕ່​ຜູ້​ປົກ​ຄອງ​ພາກ​ພື້ນລູ​ຮານ​ສ໌ ທ່ານ ເຊີ​ຮີ ໄຮ​ໄດ ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ RBC-Ukraine ວ່າ ເວ​ລາ​ທີ່ ຣັດ​ເຊຍ ໄດ້​ເລີ່ມກວາດ​ລ້າງ​ເມືອງ​ດັ່ງ​ກ່າວ​ດ້ວຍ​ການ​ລະ​ດົມ​ຍິງ ແລະ ໂຈມ​ຕີ​ທາງ​ອາ​ກາດ​ນັ້ນ, ມັນ​ບໍ່​ມີ​ເຫ​ດ​ຜົນ​ທີ່​ຈະ​ຢູ່​ຕໍ່​ໄປ.

ທ່ານ ໄຮ​ໄດ ໄດ້​ກ່າວ​ວ່າ “ຕອນນີ້ກອງ​ກຳ​ລັງ​ຂອງ​ພວກ​ເຮົາ​ມີ​ແຕ່ໄດ້​ຄວບ​ຄຸມ​ເຂດນອກ​ຂອງ​ເມືອງ​ດັ່ງ​ກ່າວ​ອີກ​ຄັ້ງ​ນຶ່ງ. ແຕ່​ການ​ຕໍ່​ສູ້​ແມ່ນ​ກຳ​ລັງ​ດຳ​ເນີນ​ຢູ່, ກອງ​ກຳ​ລັງ​ຂອງ​ພວກ​ເຮົາ​ແມ່ນ​ກຳ​ລັງ​ປ້ອງ​ກັນ​ເມືອງ ຊີ​ວີ​ໂຣ​ໂດ​ເນັດ​ສ໌, ມັນ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ເວົ້າ​ວ່າ​ ຣັດ​ເຊຍ ໄດ້​ຄວ​ບ​ຄຸມ​ເມືອງ​ດັ່ງ​ກ່າວ​ທັງ​ໝົດ.”

ທ່ານ​ໄດ້​ຍອມ​ຮັບ​ຄວາມ​ຫຍຸ້ງ​ຍາກ​ສຳ​ລັບ​ກອງ​ກຳ​ລັງ ກີ​ຢິບ, ໂດຍ​ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ AP ວ່າ, ທຸກ​ຢ່າ​ງ​ທີ່ກອງ​ທັບ​ບົກຣັດ​ເຊຍ​ມີ​ຄື ປືນ​ໃຫຍ່, ປືນ​ຄົກ, ລົດ​ຖັງ, ເຮືອ​ບິນ ທັງ​ໝົດ​ນັ້ນ, ເຂົາ​ເຈົ້າ​ໄດ້​ໃຊ້ມັນ​ຢູ່​ໃນ​ເມືອງ ຊີ​ວີ​ໂຣ​ໂດ​ເນັດ​ສ ເພື່ອ​ທີ່​ຈະ​ກວາດ​ລ້າງ​ເມືອງ​ດັ່ງ​ກ່າວ​ອອກ​ໄປ​ຈາກ​ໜ້າ​ໂລກ ແລະ ຍຶດ​ເອົາ​ມັນ​ຢ່າງ​ສິ້ນ​ເຊີງ.”

ທ່ານ ໄຮ​ໄດ ໄດ້​ລະ​ບຸ​ວ່າກອງ​ກຳ​ລັງ ຢູ​ເຄ​ຣນ ອາດ​ຖອນ​ກັບ​ໄປ​ຕຳ​ແໜ່ງ​ທີ່​ສາ​ມາດ​ປ້ອງ​ກັນ​ໄດ້, ເຊັ່ນ​ເມືອງ ລີ​ຊີ​ຈານ​ສ໌, ເຊິ່ງ​ແມ່ນ​ເມືອງ​ທີ່​ຕັ້ງ​ຢູ່​ຂ້າມ​ແມ່​ນ້ຳ ຊີ​ເວີ​ສ​ກີ ໂດ​ເນັດ​ສ໌, ​ຕັ້ງ​ຢູ່​ພື້ນ​ທີ່ໆ​ສູງກວ່າ. ທ່ານ​ໄດ້​ແນະ​ນຳ​ກ່ອນ​ໜ້ານີ້​ວ່າ ກອງ​ກຳ​ລັງ ກີ​ຢິບ ຈະ​ຖອນ​ກັບ​ເພື່ອຫຼີກ​ລ່ຽງ​ການ​ຖືກ​ປິດ​ລ້ອມ.

ຫຼັງ​ຈາກ​ຫຼາຍ​ອາ​ທິດ​ຂອງ​ການ​ເພັ່ງເລັ່ງ​ການ​ໂຈ​ມ​ຕີ​ຂອງ​ເຂົາ​ເຈົ້າ​ໃສ່​ພາກ​ຕາ​ເວັນ​ອອ​ກ​ຂອງ ຢູ​ເຄ​ຣນ ນັ້ນ, ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ທ່ານ ເຊີ​ເກ ຊອຍ​ກູ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ກອງ​ກຳ​ລັງ ຣັດ​ເຊຍ ຕອນນີ້​ໄດ້​ຄວບ​ຄຸມ 97 ເປີ​ເຊັນ​ຂອງ​ແຂວງ ລູ​ຮານ​ສ໌.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG