ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ເຊ​ເລັນ​ສ​ກີ ຂໍ​ຄວາມ​ຊ່ວຍ​ເຫຼືອ​ເພີ່ມ​ເຕີມ​ຈາກ ຢູ​ໂຣບ


ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ຢ້ຽມ​ຢາມ​ພາກ​ພື້ນ ຄາ​ກີບ ທີ່​ຖືກ​ໂຈມ​ຕີ. ທ່ານມີ​ກຳ​ນົດ​ທີ່​ຈະ​ກ່າວ​ຄຳ​ປາ​ໄສ​ຕໍ່​ສະ​ພາ​ຢູ​ໂຣບ ໃນ​ວັນ​ທີ 30 ພຶດ​ສະ​ພາ 2022.
ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ຢ້ຽມ​ຢາມ​ພາກ​ພື້ນ ຄາ​ກີບ ທີ່​ຖືກ​ໂຈມ​ຕີ. ທ່ານມີ​ກຳ​ນົດ​ທີ່​ຈະ​ກ່າວ​ຄຳ​ປາ​ໄສ​ຕໍ່​ສະ​ພາ​ຢູ​ໂຣບ ໃນ​ວັນ​ທີ 30 ພຶດ​ສະ​ພາ 2022.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ແມ່ນ​ມີ​ກຳ​ນົດ​ທີ່​ຈະ​ກ່າ​ວ​ຄຳ​ປາ​ໄສ​ຕໍ່​ສະ​ພາ​ຢູ​ໂຣບໃນ​ວັນ​ຈັນ​ມື້ນີ້ ໃນ​ຂະ​ນະ​ທີ່​ທ່ານ​ໄດ້​ທຳ​ການ​ຜັກ​ດັນ​ສຳ​ລັບ​ການ​ຊ່ວຍ​ເຫຼືອ ຢູ​ເຄ​ຣນ ເພີ່ມ​ເຕີມ ແລະ ທຳ​ການ​ກົດ​ດັນຫຼາຍກວ່າ​ເກົ່າ​ຕໍ່ ຣັດ​ເຊຍ ເພື່ອ​ສິ້ນ​ສຸດ​ການ​ບຸກ​ລຸກ​ຂອງ​ເຂົາ​ເຈົ້າ.

ປະ​ທານ​ສະ​ພາ​ຢູ​ໂຣບ ທ່ານ ຊາ​ລ​ສ໌ ມິ​ແຊ​ລ ໄດ້​ກ່າວ​ໃນ​ຈົດ​ໝາຍ​ສະ​ບັບ​ນຶ່ງ​ກ່ອນກອງ​ປະ​ຊຸມ​ສອງວັນ​ວ່າ ຢູ​ເຄ​ຣນ ແ​ມ່ນ “ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ກ້າ​ຫານ​ທີ່​ໜ້າ​ເຫຼືອ​ເຊື່ອ ແລະ ກຽດ​ສັກ​ສີ​ຍ້ອນ​ການ​ຮຸກ​ຮານ ແລະ ການ​ກະ​ທຳ​ທີ່​ໂຫດ​ຮ້າຍ​ຂອງ​ຣັດ​ເຊຍ.”

ທ່ານ ມິ​ແຊ​ລ ໄດ້​ກ່າວ​ວ່າ “ນຶ່ງ​ໃນ​ຄວາມ​ເປັນ​ຫ່ວງ​ທີ່​ຮີບ​ດ່ວນ​ທີ່​ສຸດ​ຂອງ​ພວກ​ເຮົາ​ແມ່ນ​ການ​ຊ່ວຍ​ເຫຼືອ​ລັດ ຢູ​ເຄ​ຣນ, ພ້ອມ​ກັບ​ຄູ່​ຮ່ວມ​ຕ່າງ​ປະ​ເທດ​ຂອງ​ພວກ​ເຮົາ, ດ້ວຍ​ຄ​ວາມ​ຕ້ອ​ງ​ການ​ດ້ານ​ການ​ເງິນ​ຂອງ​ເຂົາ​ເຈົ້າ. ພວກ​ເຮົາ​ຍັງ​ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວິ​ທີ​ທີ່​ດີ​ທີ່​ສຸດ ເພື່ອ​ຈັດ​ແຈງ​ການ​ສະ​ໜັບ​ສະ​ໜູນ​ຂອງ​ພວກ​ເຮົາ​ສຳ​ລັບ​ການ​ສ້າງ​ສາ​ຄືນ​ຂອງ​ຢູ​ເຄ​ຣນ, ໃນ​ຂະ​ນະ​ທີ່​ຄວາ​ມ​ພະ​ຍາ​ຍາມ​ຄັ້ງ​ໃຫຍ່​ໃນ​ທົ່ວ​ໂລກ​ຈະ​ຖືກ​ຮຽກ​ຮ້ອງ​ເພື່ອ​ສ້າງ​ຄືນ​ປະ​ເທດ​ດັ່ງ​ກ່າວ.”

ທ່ານ ມິ​ແຊ​ລ ໄດ້​ກ່າວ​ວ່າ​ກອ​ງ​ປະ​ຊຸມ​ຕ່າງໆ​ຈະ​ລວມ​ມີ​ການ​ແກ້​ໄຂ​ລາ​ຄາ​ນ້ຳ​ມັນ​ທີ່​ສູງ ທີ່​ເຊື່ອມ​ໂຍງ​ກັບ​ຄວາມ​ຂັດ​ແຍ້ງ​ນັ້ນ ແລະ ຄວາມ​ຈຳ​ເປັນ​ເພື່ອ “ທີ່​ຈະ​ເລັ່ງ​ການ​ຫັນ​ປ່ຽນ​ພະ​ລັງ​ງານ​ຂອງ​ພວກ​ເຮົາ” ເພື່ອ​ທີ່​ຈະ​ຍຸ​ຕິ​ການ​ເພິ່ງ​ພາ​ອາ​ໄສ​ນ້ຳ​ມັນ​ເຊື້ອ​ໄຟ​ຣັດ​ເຊຍ ໂດຍ​ຢູ​ໂຣບ, ເຊັ່ນ​ດຽວ​ກັບ​ປຶກ​ສ​າ​ຫາ​ລື​ວິ​ທີ​ຕ່າງໆ​ເພື່ອ​ຮັບ​ມື​ກັບ​ບັນ​ຫາ​ທັງຫຼາຍ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ອາ​ຫານ ແລະ ການ​ຂຶ້ນ​ລາ​ຄາ​ຕ່າງໆ.

ດ້ວຍກອງ​ກຳ​ລັງ​ຣັດ​ເຊຍ​ດຳ​ເນີນ​ການ​ໂຈມ​ຕີ​ຢ່າງ​ໜັກ​ໃສ່​ເມືອງ ຊີ​ວີ​ໂຣ​ໂດ​ເນັດ​ສ, ເຊິ່ງ​ແມ່ນ​ເມືອງ​ສຸດ​ທ້າຍ​ທີ່​ຖືກ​ຄວບ​ຄຸມ​ໂດຍ​ຢູ​ເຄ​ຣນ ໃນ​ພາກ​ພື້ນ​ລູ​ຮານ​ສ ນັ້ນ, ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນ​ຄຳ​ປາ​ໄສ​ທາງວິ​ດີ​ໂອ​ເມື່ອ​ຄືນ​ວັນ​ອາ​ທິດ​ວານນີ້​ວ່າ ການ​ຍຶດ​ເມືອງ​ດັ່ງ​ກ່າວ “ແມ່ນ​ວຽກ​ງານ​ພື້ນ​ຖານ​ສຳ​ລັບ​ພວກຜູ້​ຍຶດ​ຄອງ” ແລະ ວ່າ​ຢູ​ເຄ​ຣນ ຈະ​ເຮັດ​ທຸກ​ຢ່າງ​ທີ່​ສາ​ມາດ​ເຮັດ​ໄດ້​ເພື່ອ​ “​ຕ້ານ​ຢັນ​ການ​ບຸກ​ຄືບ​ໜ້ານີ້.”

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າການ​ໂຈມ​ຕີ​ຂອງ​ຣັດ​ເຊຍ ໄດ້​ສ້າງ​ຄວາມ​ເສຍ​ຫາຍ 90 ເປີ​ເຊັນ​ຕໍ່​ຕຶກ​ອາ​ຄານ​ທັງຫຼາຍ​ໃນ​ເມືອງ ຊີ​ວີ​ໂຣ​ດໍ​ເນັດ​ສ໌, ຕັດ​ການ​ໂທ​ລະ​ຄົມ​ມະ​ນາ​ຄົມ ແລະ ທຳ​ລາຍ​ເຮືອນຫຼາຍກວ່າສອງ​ສ່ວນ​ສາມ​ຂອງ​ເມືອງ​ດັ່ງ​ກ່າວ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຣັດ​ເຊຍ ທ່ານ ເຊີ​ເກ ລາ​ວ​ຣ​ອ​ຟ ໄດ້​ກ່າວ​ຕໍ່​ໂທ​ລະ​ພາບຝ​ຣັ່ງ TF1 ໃນ​ວັນ​ອາ​ທິດ​ວານນີ້​ວ່າ “ບູ​ລິ​ມະ​ສິດ​ທີ່ບໍ່​ມີ​ເງື່ອນ​ໄຂ​ຂອງ ຣັດ​ເຊຍ ແມ່ນ​ການ​ປົດ​ປ່ອຍ​ພາກ​ພື້ນ ໂດ​ເນັດ​ສ໌ ແລະ ລູ​ຮານ​ສ໌.” ທ່ານ​ໄດ້​ກ່າວ​ວ່າ ຣັດ​ເຊຍ ພິ​ຈາ​ລະ​ນາ​ເຂດ​ດັ່ງ​ກ່າວ​ເປັນ “ລັດ​ເອ​ກະ​ລາດ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG