ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ເຊເລັນສກີ ກ່າວວ່າ ກອງກຳລັງ ຣັດເຊຍ ດຳເນີນ “ການກໍ່ການຮ້າຍໂດຍເຈຕະນາ”


ໃນພາບນີ້ທີ່ສະໜອງໃຫ້ໂດຍຫ້ອງການສື່ມວນຊົນຂອງປະທານາທິບໍດີ ຢູເຄຣນ, ສະແດງໃຫ້ເຫັນປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ກ່າວຄຳປາໄສຈາກນະຄອນຫຼວງກີຢິບ, 15 ເມສາ 2022.
ໃນພາບນີ້ທີ່ສະໜອງໃຫ້ໂດຍຫ້ອງການສື່ມວນຊົນຂອງປະທານາທິບໍດີ ຢູເຄຣນ, ສະແດງໃຫ້ເຫັນປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ກ່າວຄຳປາໄສຈາກນະຄອນຫຼວງກີຢິບ, 15 ເມສາ 2022.

ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ໄດ້ກ່າວຫາ ກອງກຳລັງ ຣັດເຊຍ ກ່ຽວກັບ ການ “ຕັ້ງໃຈກໍ່ການຮ້າຍ” ດ້ວຍການໂຈມຕີຂອງປືນຄົກ ແລະ ປືນໃຫຍ່ຕ່າງໆ ໃສ່ໝູ່ບ້ານທີ່ພັກອາໄສ ຂອງປະຊາຊົນໃນເມືອງ ຄາຄີບ, ໃນຂະນະທີ່ກອງກຳລັງຢູເຄຣນ ໃນເມືອງ ມາຣິວໂປລ ທາງພາກໃຕ້ ຂອງປະ ເທດ ບໍ່​ປະ​ຕິ​ບັດ​ຕາມເສັ້ນຕາຍທີ່ຈະວາງອາວຸດຂອງເຂົາເຈົ້າລົງ.

ທ່ານເຊເລັນສກີ, ໃນຄຳປາໄສທາງວິດີໂອເມື່ອແລງວັນອາທິດວານນີ້, ໄດ້ກ່າວວ່າທ່ານຄາດວ່າ ຣັດເຊຍ ຈະເປີດການໂຈມຕີໃນພາກພື້ນດອນບາສ ທາງພາກຕາເວັນອອກຂອງປະເທດ “ໃນອະນາຄົດອັນໃກ້ໆນີ້.”

ການຖອນຕົວຂອງໄປຂອງກອງກຳລັງຣັດເຊຍ ໃນເຂດຕ່າງໆຢູ່ອ້ອມນະຄອນ ຫຼວງກີຢິບຂອງຢູເຄຣນ, ແລະ ພາກສ່ວນອື່ນໆໃນພາກເໜືອ ເມື່ອບໍ່ເທົ່າໃດອາທິດທີ່ຜ່ານມາ ໄດ້ກໍ່ໃຫ້ມີການປະເມີນຜົນ ຈາກບັນດາເຈົ້າໜ້າທີ່ກອງທັບປະເທດຕາເວັນຕົກວ່າ ຣັດເຊຍ ໄດ້ເພີ່ມກຳລັງໃໝ່ ແລະ ສົ່ງອຸປະກອງທາງທະຫານທີ່ວ່ານັ້ນ ໄປພາກຕາເວັນອອກຂອງຢູເຄຣນຄືນ.

ການຍືດເອົາພາກພື້ນດອນບາສ, ເຊິ່ງລວມມີເມືອງລູຮານສ ແລະ ໂດເນັດສ, ພ້ອມກັບເມືອງທ່າເຮືອມາຣີ​ອູໂປລ ໃນພາກໃຕ້, ຈະເຮັດໃຫ້ຣັດເຊຍ ເຂົ້າຄວບຄຸມເສັ້ນທາງຢູ່ພື້ນດິນໄປແຫຼມໄຄຣເມຍ, ເຊິ່ງພວກເຂົາໄດ້ຍຶດເອົາໃນປີ 2014.

ທ່ານເຊເລັນສກີ, ໃນການສຳພາດກັບໂທລະພາບ CNN ທີ່ຖືກອັດໃນວັນສຸກທີ່ ຜ່ານມາ ແລະ ອອກອາກາດໃນວັນອາທິດວານນີ້, ໄດ້ກ່າວວ່າສຳລັບຢູເຄຣນ ການຕໍ່ສູ້ສຳລັບພາກພື້ນດອນບາສ ຈະເປັນສິ່ງສຳຄັນ, ແລະວ່າຖ້າຣັດເຊຍຍຶດເອົາເຂດທີ່ວ່ານັ້ນ ພວກເຂົາອາດຈະພະຍາຍາມຍຶດເອົານະຄອນຫຼວງກີຢິບອີກຄັ້ງນຶ່ງ.

ທ່ານເຊເລັນສກີ ໄດ້ກ່າວວ່າ “ມັນສຳຄັນຫຼາຍສຳລັບພວກເຮົາທີ່ຈະບໍ່ອະນຸຍາດໃຫ້ພວກເຂົາ, ຍຶດພື້ນທີ່ຂອງພວກເຮົາ, ເພາະວ່າການຕໍ່ສູ້ນີ້ ສາມາດທີ່ຈະສ້າງຜົນກະທົບຕໍ່ວິທີທາງຂອງສົງຄາມທັງໝົດ.”

ຣັດເຊຍຕອນນີ້ໄດ້ຮຽກຮ້ອງໃຫ້ພວກນັກລົບທີ່ຍັງເຫຼືອຢູ່ໃນເມືອງມາຣີ​ອູໂປລ ຍອມຈຳນົນ, ໂດຍເວົ້າວ່າ ພວກເຂົາໄດ້ຄວບຄຸມເຂດຕົວເມືອງ ຂອງເມືອງດັ່ງກ່າວ, ໃນຂະນະທີ່ທະຫານຢູເຄຣນປະມານ 2,500 ຄົນ ແລະ ທະຫານຮັບຈ້າງ 400 ຄົນ ຍັງຄົງຄວບ​ຄຸມຢູ່​ທີ່ໂຮງງການເຫຼັກ ອາຊອຟສຕາລ (Azovstal) ທີ່ຍາວຢຽດ.

ນາຍົກລັດຖະມົນຕີຢູເຄຣນ ທ່ານ ເດນິສ ຊມີຮາລ (Denys Schmyhal) ໄດ້ກ່າວຕໍ່ລາຍການ This Week ຂອງໂທລະພາບ ABC ໃນວັນອາທິດວານນີ້ວ່າກອງກຳລັງຂອງປະເທດຈະ “ຕໍ່ສູ້ໄປຈົນທີ່ສຸດ” ໃນເມືອງມາຣີ​ອູໂປລ.

ທ່ານໄດ້ກ່າວວ່າ “ເມືອງດັ່ງກ່າວຍັງບໍ່ໄດ້ແຕກເທື່ອ,” ຫຼາຍຊົ່ວໂມງຫຼັງຈາກການໝົດອາຍຸ ຂອງຂີດເສັ້ນຕາຍ ທີ່ຣັດເຊຍໄດ້ປະກາດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG