ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ໄດ້ກ່າວ ໃນວັນອາທິດວານນີ້ວ່າ ປະເທດຂອງທ່ານຍັງຄົງພ້ອມທີ່ຈະເຊັນຂໍ້ຕົກລົງແຮ່ທາດຫາຍາກກັບ ສະຫະລັດ, ແລະ ວ່າ ທ່ານເຊື່ອວ່າທ່ານສາມາດກອບກູ້ສາຍພົວພັນກັບປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກັບຄືນມາໄດ້.
ໃນລະຫວ່າງການໃຫ້ຄຳເຫັນຕໍ່ນັກຂ່າວຫຼັງຈາກການເຕົ້າໂຮມກັນກັບບັນດາຜູ້ນຳຢູໂຣບ ໃນປະເທດ ອັງກິດນັ້ນ, ທ່ານ ເຊເລັນສກີ ໄດ້ກ່າວວ່າ ທ່ານຄິດວ່າ ສະຫະລັດ ກໍຍັງພ້ອມທີ່ຈະເຊັນຂໍ້ຕົກລົງແຮ່ທາດດັ່ງກ່າວ, ແຕ່ອາດ “ຕ້ອງການເວລາເພື່ອວິເຄາະບາງຢ່າງ.”
ທັງສອງຝ່າຍແມ່ນຄາດວ່າ ຈະເຊັນຂໍ້ຕົກລົງໃນອາທິດທີ່ຜ່ານມາ ໃນລະຫວ່າງການຢ້ຽມຢາມທຳນຽບຂາວຂອງທ່ານ ເຊເລັນສກີ, ແຕ່ຂໍ້ຕົກລົງດັ່ງກ່າວ ໄດ້ລົ້ມແຫຼວງຫຼັງຈາກມີການໂຕ້ຖຽງກັນດ້ວຍຄຳເວົ້າຮຸນແຮງລະຫວ່າງການພົບປະກັບທ່ານ ທຣຳ ແລະ ທ່ານ ເຈດີ ແວນສ໌ ຮອງປະທານາທິບໍດີ ສະຫະລັດ.
ທ່ານ ເຊເລັນສກີ ກ່າວໃນວັນອາທິດວານນີ້ວ່າ ຢູເຄຣນ ເພິ່ງພາອາໄສການຊ່ວຍເຫຼືອຂອງ ສະຫະລັດ ແລະ ໃນການຕໍ່ສູ້ຂອງເຂົາເຈົ້າຕໍ່ການບຸກລຸກເປັນເວລາສາມປີຂອງ ຣັດເຊຍ.
ທ່ານ ເຊເລັນສກີ ກ່າວວ່າ “ຂ້າພະເຈົ້າຄິດວ່າ ການຢຸດການຊ່ວຍເຫຼືອດັ່ງກ່າວມີແຕ່ຈະຊ່ວຍທ່ານ ປູຕິນ. ແລະ ຍ້ອນແນວນັ້ນ, ຂ້າພະເຈົ້າຄິດວ່າ ສະຫະລັດ ແລະ ບັນດາຜູ້ແທນໃນໂລກທີ່ສີວິໄລ, ບັນດາຜູ້ນຳຂອງໂລກນີ້, ຈະບໍ່ຊ່ວຍເຫຼືອທ່ານ ປູຕິນ ຢ່າງແນ່ນອນ.”
ທ່ານ ທຣຳ ໄດ້ເອີ້ນທ່ານ ເຊເລັນສກີ ວ່າ ບໍ່ສຳນຶກເຖິງບຸນຄຸນ ໃນລະຫວ່າງການພົບປະຂອງວັນສຸກທີ່ຜ່ານມາ ແລະ ໄດ້ພະຍາຍາມເຮັດຂໍ້ຕົກລົງແຮ່ທາດດັ່ງກັບວິທີເພື່ອຊົດເຊີຍ ສະຫະລັດ ສຳລັບການຊ່ວຍເຫຼືອຫຼາຍພັນລ້ານໂດລາທີ່ເຂົາເຈົ້າໄດ້ສະໜອງໃຫ້ ຢູເຄຣນ.
ທ່ານ ທຣຳ ໄດ້ໂຄສະນາໃນຄວາມຕ້ອງການທີ່ຈະສິ້ນສຸດສົງຄາມ, ແລະ ໄດ້ຈັດການໂອ້ລົມທາງໂທລະສັບກັບທ່ານ ປູຕິນ ນອກຈາກທີ່ເຈົ້າໜ້າທີ່ອາວຸໂສຂອງ ສະຫະລັດ ກໍໄດ້ພົບປະກັບພວກຜູ້ນຳ ຣັດເຊຍ ໃນປະເທດ ຊາອຸດີ ອາຣາເບຍ ເພື່ອປຶກສາຫາລືຄວາມເປັນໄປໄດ້ຂອງຂໍ້ຕົກລົງສັນຕິພາບ ໂດຍປາສະຈາກເຈົ້າໜ້າທີ່ຂອງ ຢູເຄຣນ ເຂົ້າຮ່ວມໃນການເຈລະຈາ.
ທ່ານ ທຣຳ ໄດ້ຂຽນຂໍ້ຄວາມລົງໃນສື່ສັງຄົມ Truth Social ຂອງທ່ານເມື່ອວັນອາທິດວານນີ້ວ່າ “ພວກເຮົາຄວນໃຊ້ເວລາໃນການເປັນຫ່ວງກ່ຽວກັບທ່ານ ປູຕິນ ໜ້ອຍລົງ, ແລະ ໃຊ້ເວລາຫຼາຍຂຶ້ນໃນການເປັນຫ່ວງ ກ່ຽວກັບ ແກັ່ງພວກຜູ້ຍົກຍ້າຍຖິ່ນຖານທີ່ຂົ່ມຂືນແມ່ຍິງ, ພໍ່ຄ້າຢາເສບຕິດ, ຄາດຕະກອນ ແລະ ພວກຄົນຈາກສະຖາບັນໂຣກຈິດທີ່ເຂົ້າມາໃນປະເທດຂອງພວກເຮົາ. ສະນັ້ນພວກເຮົາຈຶ່ງຈະບໍ່ເປັນຄືກັບ ຢູໂຣບ.”
ອັນນັ້ນກໍໄດ້ຕິດຕາມມາດ້ວຍການເຈລະຈາໃນວັນອາທິດວານນີ້ ໃນລອນດອນ ເຊິ່ງໃນຊ່ວງລະຫວ່າງນັ້ນ ນາ ຍົກລັດຖະມົນຕີ ອັງກິດ ທ່ານເຄຍ ສຕາຣເມີ ໄດ້ກ່າວຕໍ່ບັນດາພັນທະມິດ 18 ປະເທດວ່າ ໂດຍທີ່ສະຫະລັດລັ່ງເລໃຈທີີ່ຈະສະໜັບສະໜູນຢູເຄຣນ, ຢູໂຣບກໍເຫັນຕົນເອງ “ຢູ່ທີ່ຈຸດເສັ້ນຂ້າມໃນປະຫວັດສາດ.”
ອ່ານຂ່າວນີ້ເປັນພາສາອັງກິດ
Ukrainian President Volodymyr Zelenskyy said Sunday his country remained ready to sign a rare earth minerals deal with the United States, and that he believes he can salvage relations with U.S. President Donald Trump.
Speaking to reporters after a gathering of European leaders in Britain, Zelenskyy said he thinks the United States will also be ready to sign the minerals deal, but may “need time to analyze some things.”
The two sides had been expected to sign an agreement last week during a Zelenskyy visit to the White House, but the arrangement fell apart after acrimonious verbal exchanges during a meeting with Trump and U.S. Vice President JD Vance.
Zelenskyy said Sunday that Ukraine counts on U.S. aid in its fight against Russia’s three-year-old invasion.
“I think stopping such assistance will only help [Russian President Vladimir] Putin,” Zelenskyy said. “And because of that, I think that the United States and representatives of the civilized world, leaders of this world, definitely won't help Putin."
Trump cast Zelenskyy as ungrateful during their Friday meeting and has sought the minerals deal as a way to reimburse the United States for the billions of dollars in aid it has provided to Ukraine.
Trump has promoted the need to end the war, and has held a phone call with Putin in addition to senior U.S. officials meeting with Russian officials in Saudi Arabia to discuss a potential peace deal without Ukrainian officials involved in the talks.
"We should spend less time worrying about Putin, and more time worrying about migrant rape gangs, drug lords, murderers, and people from mental institutions entering our Country - So that we don't end up like Europe!" Trump posted Sunday on his Truth Social platform.
ຟໍຣັມສະແດງຄວາມຄິດເຫັນ