ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ເຊເລັນສກີ ກ່າວວ່າ ຟີລິບປິນ ມີສ່ວນຮ່ວມໃນກອງປະຊຸມສັນຕິພາບ


ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ, ຊ້າຍ, ໄດ້ຮັບການຕ້ອນຮັບໂດຍປະທານາທິບໍດີຟີລິບປິນ ທ່ານເຟີດີນານ ມາໂກສ ຈູເນ່ຍ ຢູ່ທີ່ທໍານຽບປະທານາທິບໍດີ ມາລາການັງ (Malacanang) ໃນນະຄອນຫຼວງມະນິລາ, ວັນທີ 3 ມິຖຸນາ 2024.
ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ, ຊ້າຍ, ໄດ້ຮັບການຕ້ອນຮັບໂດຍປະທານາທິບໍດີຟີລິບປິນ ທ່ານເຟີດີນານ ມາໂກສ ຈູເນ່ຍ ຢູ່ທີ່ທໍານຽບປະທານາທິບໍດີ ມາລາການັງ (Malacanang) ໃນນະຄອນຫຼວງມະນິລາ, ວັນທີ 3 ມິຖຸນາ 2024.

ປະທານາທິບໍດີ​ຢູ​ເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຟີ​ລິບ​ປິນ ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສັນຕິພາບ​ທີ່ຈະຖືກຈັດຂຶ້ນໂດຍ​ສະ​ວິດເຊີແລນ ໃນ​ເດືອນ​ນີ້, ​ແລະ​ທ່ານກໍ​ໄດ້​ຂອບ​ໃຈ ​ຟີ​ລິບ​ປິນ ທີ່​ໃຫ້ການ​ສະໜັບສະໜູນແກ່ປະເທດຂອງຕົນ.

ຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ ທ່ານເຟີດີນານ ມາໂກສ ຈູເນ່ຍ ​ເປັນ​ເຈົ້າ​ພາບ ຈັດການຫາລື​ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ, ທ່ານ ເຊເລັນສກີ ກ່າວ​ໃນສື່ສັງຄົມ X ວ່າ ຢູ​ເຄ​ຣນ ມີ​ແຜນທີ່​ຈະ​ເປີດ​ສະ​ຖານ​ທູດ​ຢູ່​ນະ​ຄອນຫຼວງ​ມະ​ນິ​ລາພາຍ​ໃນ​ປີນີ້.

ທ່ານ ເຊເລັນສກີ ກ່າວ​ວ່າ “ຂ້າ​ພະ​ເຈົ້າຂໍສະແດງຄວາມ​ຂອບ​ໃຈຕໍ່ ຟີ​ລິບ​ປິນ ​ທີ່​ໄດ້ໃຫ້ການ​ສະ​ໜັບ​ສະ​ໜູນ​ເອກະລາດອະ​ທິ​ປະ​ໄຕ ​ແລະ​ຜືນ​ແຜ່ນ​ດິນ​ຂອງ​ຢູເຄຣນ ສຳ​ລັບ​ຈຸດ​ຢືນ​ທີ່​ແຈ່ມ​ແຈ້ງ​ກ່ຽວ​ກັບ​ການ​ຮຸກ​ຮານ​ປະ​ເທດ​ພວກ​ເຮົາຂອງ ຣັດເຊຍ, ແລະ ສໍາລັບການ​ສະ​ຫນັບ​ສະ​ຫນູນ​ມະ​ຕິສຳ​ຄັນຕ່າງໆ​ຂອງອົງການ​ສະ​ຫະ​ປະ​ຊາ​ຊາດ.

ຜູ້ນຳຂອງຢູເຄຣນ ໄດ້ເດີນທາງໄປ​ສິງກະ​ໂປ​ໃນ​ວັນ​ອາທິດ​ວານ​ນີ້ ​ແລະ​ກ່າວ​ຕໍ່​ກອງ​ປະຊຸມ​ດ້ານຄວາມ​ໝັ້ນຄົງ​ວ່າ ຈີນກໍາລັງພະຍາຍາມ​ຊ່ວຍເຫຼືອ​ຣັດ​ເຊຍ​ເພື່ອ​ຂັດຂວາງ​ກອງ​ປະຊຸມ​ສັນຕິພາບ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ລະຫວ່າງວັນ​ທີ 15 ຫາ 16 ມິຖຸນາ​, ​ໂດຍ​ຈີນ​ກໍາລັງດໍາເນີນການ​ກົດ​ດັນບັນດາ​ຜູ້ນຳ​ຂອງປະ​ເທດ​ຕ່າງໆ​ເພື່ອບໍ່​ໃຫ້​ເຂົ້າ​ຮ່ວມກອງປະຊຸມດັ່ງກ່າວ.

ຈີນ ​ໄດ້​ຮຽກຮ້ອງ​ໃຫ້​ຈັດ​ກອງ​ປະຊຸມ​ສັນຕິພາບ​ດ້ວຍ​ການ​ເຂົ້າ​ຮ່ວມ​ຢ່າງ​ສະ​ເໝີ​ພາບ​ຂອງ​ທຸກ​ຝ່າຍ, ​ເຊິ່ງລວມມີ ຣັດ​ເຊຍ ​ທີ່​ບໍ່​ໄດ້​ຮັບການເຊື້ອ​ເຊີນ. ຣັດ​ເຊຍ ​ຍັງ​ໄດ້​ຮ້ອງ​ແຜນ​ການ​ສັນ​ຕິ​ພາບ​ຂອງ ທ່ານ ເຊເລັນສກີ ທີ່​ກໍາລັງຮຽກ​ຮ້ອງ​ໃຫ້​ ຣັດ​ເຊຍ ​ຖອນ​ໂຕ​ອອກ​ຈາກ​ດິນ​ແດນ​ຢູ​ເຄ​ຣນ​ວ່າ ​ບໍ່​ມີໂອ​ກາດ​ທີ່​ຈະ​ປະ​ສົບ​ຄວາມ​ສຳ​ເລັດ.

​ເຖິງແມ່ນຈະ​ມີ​ການ​ປະກາດເຖິງ​ຄວາມ​ເປັນ​ກາງ, ແຕ່ການ​ຄ້າ​ຂອງ ​ຈີນ ​ກັບ ຣັດ​ເຊຍ ​ແມ່ນມີການ​ເຕີບ​ໃຫຍ່ຂະຫຍາຍໂຕ​ຂຶ້ນ, ເຊິ່ງໄດ້ສົ່ງຜົນ​ເຮັດ​ໃຫ້​ ມົສກູ ​ສາມາດ​ແກ້​ໄຂ​ມາດ​ຕະການ​ລົງ​ໂທດ​ທາງ​ເສດຖະກິດ​ຂອງ​ບັນດາປະເທດ​ຕາ​ເວັນ​ຕົກໄດ້.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG