ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ຫຼ້າສຸດໃນຢູເຄຣນ: ອັງກິດ ຈະສົ່ງລູກສອນໄຟຂີປະນາວຸດໄລຍະໄກ ໄປ​ໃຫ້ກີຢິບ


ແຟ້ມພາບ - ສະມາຊິກທະຫານທ່ານນຶ່ງ ຍ່າງຜ່ານ ລູກສອນໄຟນຳວິຖີ Storm Shadow/Scalp ຢູ່ທີ່ງານສະແດງການບິນ Farnborough, ທາງພາກຕາເວັນຕົກສ່ຽງໃຕ້ ຂອງລອນດອນ ໃນວັນທີ 17 ກໍລະກົດ 2018
ແຟ້ມພາບ - ສະມາຊິກທະຫານທ່ານນຶ່ງ ຍ່າງຜ່ານ ລູກສອນໄຟນຳວິຖີ Storm Shadow/Scalp ຢູ່ທີ່ງານສະແດງການບິນ Farnborough, ທາງພາກຕາເວັນຕົກສ່ຽງໃຕ້ ຂອງລອນດອນ ໃນວັນທີ 17 ກໍລະກົດ 2018

ອັງກິດ ຈະສົ່ງລູກສອນໄຟຂີປະນາວຸດໄລຍະໄກ ໃຫ້ຢູເຄຣນ ເພື່ອຊ່ວຍຕ້ານການຮຸກຮານຂອງຣັດເຊຍ ເປັນເວລາ 14 ເດືອນ, ລັດຖະມົນຕີກະຊວງປ້ອງກັນປະເທດອັງກິດ ທ່ານ ເບນ ວອລເລຊ (Ben Wallace) ກ່າວໃນວັນພະຫັດວານນີ້ວ່າ.

ການສົ່ງ​ລູກ​ສອນ​ໄຟ​ນຳ​ວິຖີ​ Storm Shadow ​ເຊິ່ງມີ​ລັດ​ສະ​ໝີ 250 ກິ​ໂລ​ແມັດ ຖືເປັນ​ການ​ສົ່ງ​ອາວຸດ​ຍຸດ​ໂທ​ປະກອນ​ປະເພດ​ທຳ​ອິດ​ທີ່ ກີຢິບ ​ໄດ້​ຊອກ​ຫາ​ມາ​ເປັນເວລາ​ດົນ​ນານ​ ຈາກພັນທະ​ມິດ​ຕາ​ເວັນ​ຕົກ.

ທ່ານ ວອລເລຊ (Wallace) ກ່າວ​ຕໍ່​ບັນດາ​ສະມາຊິກ​ໃນ​ສະພາຕ່ຳ​ວ່າ ​ລູກ​ສອນ​ໄຟ​ດັ່ງກ່າວ “ກຳລັງ​ຈະ​ເຂົ້າ​ໄປ​ ຫຼື ຢູ່ໃນ​ປະ​ເທດ​ດ້ວຍຕົວມັນເອງ” ​ແຕ່​ບໍ່​ໄດ້​ບອກ​ວ່າ​ມີ​ຈຳນວນ​ເທົ່າໃດ.

ສື່ມວນຊົນອັງກິດລາຍງານວ່າ ລູກສອນໄຟດັ່ງກ່າວ ຈະເຮັດໃຫ້ຢູເຄຣນມີຄວາມສາມາດໃນການໂຈມຕີເຂດ​ທີ່ຢູ່ເບື້ອງຫຼັງຂອງແນວໜ້າ ລວມທັງແຫຼມໄຄຣເມຍ (Crimea) ທີ່ຍຶດຄອງໂດຍຣັດເຊຍ, ເຊິ່ງມົສກູ ຍຶດເອົາ​ໄປໃນປີ 2014. ລາຍງານຂ່າວກ່າວວ່າ ຢູເຄຣນໃຫ້ຄຳໝັ້ນສັນຍາວ່າ ຈະບໍ່ໃຊ້ລູກສອນໄຟໂຈມຕີຣັດເຊຍເອງ.

​ທ່ານ ວອລເລຊ (Wallace) ກ່າວ​ວ່າ ລູກ​ສອນ​ໄຟ​ຈະ​ຖືກ​ນຳ​ໃຊ້​ເພື່ອ​ຍິງ​ຕໍ່ສູ້​ກັບ​ກຳລັງ​ຣັດ​ເຊຍ ​ໃນ "​ເຂດ​ອະທິປະ​ໄຕ​ຂອງ​ຢູ​ເຄຣນ." ທ່ານ​ໄດ້​ຊີ້​ໃຫ້​ເຫັນ​ການ​ສະໜັບສະໜູນ​ຂອງ​ອັງກິດ ​ຕໍ່​ຢູ​ເຄຣນ ວ່າ "ມີ​ຄວາມ​ຮັບ​ຜິດ​ຊອບ, ວັດ​ແທກ, ​ປະສານ​ງານ​ ແລະ​ວ່ອງ​ໄວ. ພວກ​ເຮົາ​ຈະ​ບໍ່​ຖອຍຫລັງ​ໃນ​ຂະນະ​ທີ່ຣັດ​ເຊຍ​ສັງຫານ​ພົນລະ​ເຮືອນ."

ປະທານາທິບໍດີ​ຢູ​ເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ກ່າວ​ວ່າ ມັນ​ຍັງ​ບໍ່​ແມ່ນ​ເວລາ​ທີ່​ກຳລັງ​ຂອງ​ທ່ານ​ ຈະເປີດ​ສາກ​ໂຈມ​ຕີຕອບ​ໂຕ້​ທີ່​ຄາດ​ຫວັງໄວ້​ມາ​ດົນ​ນານ​ ເພື່ອ​ຍຶດຄືນ​ດິນແດນ ​ທີ່​ຍຶດຄອງ​ໂດຍ​ພວກທະຫານ​ຮຸນ​ຮານຣັດ​ເຊຍ.

"ພວກເຮົາຍັງຕ້ອງການເວລາຕື່ມອີກເລັກນ້ອຍ." ທ່ານ ເຊເລັນສກີ ກ່າວໃນການໃຫ້ສໍາພາດກັບສື່ມວນຊົນອັງກິດ ທີ່ເຜີຍແຜ່ໃນວັນພະຫັດ.

ການ​ກະກຽມ​ລວມມີ​ການ​ຝຶກ​ຊ້ອມ​ກຳລັງຢູເຄຣນ ​ໂດຍພັນທະມິດ​ຕາ​ເວັນ​ຕົກ, ພ້ອມ​ທັງການຈັດ​ສົ່ງ​ລູກ​ປືນ, ລົດ​ຖັງ ​ແລະ ລະບົບ​ປ້ອງ​ກັນໄພທາງ​ອາກາດ​ເພື່ອເພີ່ມຂີດຄວາມ​ສາມາດ​ຂອງ​ຝ່າຍຢູເຄຣນ.

ອ່ານຂ່າວນີ້ເປັນພາສາອັງກິດຕື່ມ

XS
SM
MD
LG