ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ​ເຊ​ເລນ​ສ​ກີ ກ່າວ​ວ່າ ທ່ານ​ໄດ້​ຫາ​ລື​ ແຜນ​ການ​ສັນ​ຕິ​ພາບ ກັບ​ພະ​ສັນ​ຕະ​ປາ​ປາ


​ພວກ​ທະ​ຫານ​ຢູ​ເຄ​ຣນ ທີ່​ຕິດ​ຕາມ​ສົບ​ ເພື່ອນ​ທະ​ຫານ Vasyl Medviychuk ໃນ​ລະ​ຫວ່າງ​ພິ​ທີ​ສົ່ງ​ສະ​ການ ທີ່​ບ້ານ Krasnyk ປະ​ເທດ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 23 ທັນ​ວາ 2023.
​ພວກ​ທະ​ຫານ​ຢູ​ເຄ​ຣນ ທີ່​ຕິດ​ຕາມ​ສົບ​ ເພື່ອນ​ທະ​ຫານ Vasyl Medviychuk ໃນ​ລະ​ຫວ່າງ​ພິ​ທີ​ສົ່ງ​ສະ​ການ ທີ່​ບ້ານ Krasnyk ປະ​ເທດ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 23 ທັນ​ວາ 2023.

ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ກ່າວ​ວ່າ ທ່ານ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ແຜນ​ການ​ສັນ​ຕິ​ພາບ​ຂອງ​ຢູ​ເຄ​ຣນ ໃນ​ການ​ໂທ​ລະ​ສັບ​ໄປ​ໂອ້​ລົມ​ກັບ​ພະ​ສັນ​ຕະ​ປາ​ປາ​ແຟ​ຣນ​ຊິ​ສ ໃນ​ວັນ​ພະ​ຫັດ​ວານນີ້.

“ພວກ​ເຮົາ​ໄດ້​ປຶກ​ສາ​ຫາ​ລື ​ກ່ຽວ​ກັບ​ການ​ດຳ​ເນີນ​ງານ​ຮ່ວມ​ກັນ​ຂອງ​ພວກ​ເຮົາ​ເພື່ອ​ເຮັດ​ໃຫ້ ​ແຜນ​ການ​ສັນ​ຕິ​ພາບ​ຂອງ​ຢູ​ເຄ​ຣນ​ ເປັນ​ຮູບ​ປະ​ທຳ” ປະ​ທາ​ນາ​ທິ​ບໍ​ດີ​ເຊ​ເລນ​ສ​ກີ​ກ່າວ ໃນ​ຂໍ້​ຄວາມ​ທີ່​ນຳ​ອອກ​ເຜີຍ​ແຜ່​ທາງ X ຊຶ່ງ​ໃນ​ເມື່ອ​ກ່ອນ​ຮູ້​ກັນ​ໃນ​ຊື່​ທວີດ​ເຕີ້.

ພະ​ສັນ​ຕະ​ປາ​ປາ​ແຟ​ຣ​ນ​ຊິ​ສ ຊົງອວຍ​ພອນ​ໃນ​ຕອນ​ທ້າຍ ການ​ເຂົ້າ​ເຝົ້າ​ປະ​ຈຳ​ສັບ​ປະ​ດາ ທີ່​ຫ້ອງ​ໂຖງ​ພະ​ສັນ​ຕະ​ປາ​ປາ​ພອ​ລ​ທີ 6 ຢູ່​ສຳ​ນັກ​ວາ​ຕິ​ກັນ ເມື່ອ​ວັນ​ທີ 27 ທັນ​ວາ 2023.
ພະ​ສັນ​ຕະ​ປາ​ປາ​ແຟ​ຣ​ນ​ຊິ​ສ ຊົງອວຍ​ພອນ​ໃນ​ຕອນ​ທ້າຍ ການ​ເຂົ້າ​ເຝົ້າ​ປະ​ຈຳ​ສັບ​ປະ​ດາ ທີ່​ຫ້ອງ​ໂຖງ​ພະ​ສັນ​ຕະ​ປາ​ປາ​ພອ​ລ​ທີ 6 ຢູ່​ສຳ​ນັກ​ວາ​ຕິ​ກັນ ເມື່ອ​ວັນ​ທີ 27 ທັນ​ວາ 2023.

“ຫຼາຍກວ່າ 80 ປະ​ເທດ​ແມ່ນ​ພ້ອມ​ແລ້ວ​ທີ່​ຈະ​ເຂົ້າ​ຮ່ວມໃນ​ຂັ້ນ​ຕອນ ໃນ​ລະ​ດັບ​ຜູ້​ຕາງ​ໜ້າ ແລະ​ມັນ​ກໍ​ຈະ​ມີ​ຫຼາຍ​ຕື່ມ​ອີກ” ທ່ານ​ໄດ້​ກ່າວ​ເພີ້ມ.

ໃນ​ການ​ເທດ​ສະ​ໜາ​ ຂອງ​ພະ​ສັນ​ຕະ​ປາ​ປາ​ ເນື່ອງ​ໃນ​ໂອ​ກາດ​ວັນ​ບຸນຄ​ຣິ​ສ​ມາ​ສນັ້​ນ ພະ​ອົງ​ໄດ້​ຊົງ​ຮຽກ​ຮ້ອງ ​ໃຫ້​ຍຸ​ຕິ​ສົງ​ຄາມ​ໃນ​ຢູ​ເຄ​ຣນ ທີ່​ຮວມ​ຢູ່​ໃນ​ບັນ​ຫາ​ຂັດ​ແຍ້ງ​ຕ່າງໆ.

ໃນ​ຕອນ​ແລງວັນ​ພະ​ຫັດ​ວານນີ້ ໄຟ​ໄດ້​ເລີ້ມ​ລຸກ​ໄໝ້​ ຢູ່​ຕຶກ​ຫຼັງ​ນຶ່ງ​ ໃນ​ເມືອງ​ທ່າ​ໂອ​ເດ​ຊາ ແຄມ​ທະ​ເລ​ດຳ ອີ​ງ​ຕາມ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ ຫຼັງ​ຈາກ​ໄດ້​ເຫັນ​ໂດ​ຣນ​ຫຼື​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ມຸ່ງ​ໜ້າ​ໄປ​ຍັງ​ເຂດ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG