ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຢູ​ເຄ​ຣນ ອົບ​ພະ​ຍົບ​ປະ​ຊາ​ຊົນ ​ອອກ​ຈາກ​ເມືອງ ຄູ​ປຽນ​ສ໌ ທ່າມ​ກາງ​ການ​ໂຈມ​ຕີ ​ຂອງ ຣັດ​ເຊຍ


ອາ​ສາ​ສະ​ໝັກ​ອົງ​ການ​ກາ​ແດງ ເຄື່ອນ​ຍ້າຍ​ແມ່​ຍິງ​ຄົນ​ນຶ່ງ​ອອກ​ຈາກ​ເມືອງ​ ຄູ​ປຽນ​ສ໌, ພາກ​ພື້ນ ຄາ​ກີບ, ຢູ​ເຄ​ຣນ, 08 ມີ​ນາ 2023.
ອາ​ສາ​ສະ​ໝັກ​ອົງ​ການ​ກາ​ແດງ ເຄື່ອນ​ຍ້າຍ​ແມ່​ຍິງ​ຄົນ​ນຶ່ງ​ອອກ​ຈາກ​ເມືອງ​ ຄູ​ປຽນ​ສ໌, ພາກ​ພື້ນ ຄາ​ກີບ, ຢູ​ເຄ​ຣນ, 08 ມີ​ນາ 2023.

ຢູ​ເຄ​ຣນ ໄດ້​ອົບ​ພະ​ຍົບ​ພົນ​ລະ​ເຮືອນອ​ອກ​ຈາກ​ເມືອງ ຄູ​ປຽນ​ສ໌, ໃນ​ພາກ​ພື້ນ​ຕາ​ເວັນ​ອອກ​ສຽງ​ເໜືອ, ຫຼາຍ​ເດືອນຫຼັງ​ຈາກ​ເຂົາ​ເຈົ້າ​ໄດ້​ບັງ​ຄັບ​ທະ​ຫານ ຣັດ​ເຊຍ ອອ​ກ​ຈາກ​ເມືອງ​ດັ່ງ​ກ່າວ. ເມືອງ​ທີ່​ຖືກ​ໂຈມ​ຕີ​ນັ້ນຕອນນີ້​ແມ່ນ​ຢູ່​ພາຍ​ໃຕ້​ການ​ປິດ​ລ້ອມ​ອີກ​ເທື່ອ​ນຶ່ງ ​ຈາກ​ການ​ລະ​ດົມ​ຍິງ​ໂຈມ​ຕີ​ດ້ວຍ​ປືນ​ໃຫຍ່​ໂດຍ ຣັດ​ເຊຍ.

ໄຊ​ຊະ​ນະ​ຂອງ ຢູ​ເຄ​ຣນ ໃນ​ພາກ​ພື້ນ ຄາ​ກີບ ເມື່ອ​ເດືອນ​ກັນ​ຍາ​ທີ່​ຜ່ານ​ມາ ​ໄດ້​ຊ່ວຍປ່ຽນ​ໃຫ້​ຢູ​ເຄ​ຣນ ມີ​ຄວາມ​ໄດ້​ປຽບ​ໃນ​ສົງ​ຄາມໃນ​ເວ​ລາ​ນັ້ນ, ແຕ່​ຕອນນີ້​ການ​ໂຈມ​ຕີ​ຂອງ ມົ​ສ​ກູ ໄດ້​ເຮັດ​ໃຫ້​ມັນ​ເປັນ​ໄປ​ບໍ່​ໄດ້​ສຳ​ລັບ​ຊີ​ວິດ​ປົກ​ກະ​ຕິ​ຈະ​ກັບ​ຄືນ​ມາ. ສະ​ຖາ​ບັນ​ເພື່ອ​ການ​ສຶກ​ສາ​ກ່ຽວ​ກັບ​ສົງ​ຄາມ​ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ ໄດ້​ກ່າວ​ວ່າ​ການ​ໂຈມ​ຕີ​ຕ່າງໆ​ໄດ້​ກີດ​ກັ້ນ ຢູ​ເຄ​ຣນ ຈາກ​ການ​ສົ່ງ​ກຳ​ລັງ​ທະ​ຫານ​ຂອງ​ເຂົາ​ເຈົ້າ ​ຈາກ​ທີ່​ນັ້ນ ​ໄປ​ຈຸດ​ອື່ນໆ​ ທີ່​ຕັ້ງ​ຢູ່​ໃນ​ເຂດ​ແນວ​ໜ້າ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ ຢູ​ເຄ​ຣນ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ ຣັດ​ເຊຍ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ​ ພວກ​ເຂົາ​ໄດ້​ໂຈມ​ຕີ​ທີ່​ຕັ້ງ​ທາງ​ທະ​ຫານ ຢູ​ເຄ​ຣນ ຢູ່​ອ້ອມ​ເມືອງ ຄູ​ປ​ຽນ​ສ໌, ແລະ ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ທ້ອງ​ຖິ່ນ​ຂອງ ຢູ​ເຄ​ຣນ ໄດ້​ຢືນ​ຢັນ​ວ່າ ​ມັນ​ໄດ້​ມີ​ການ​ຍິງ​ກັນ​ໃນ​ພາກ​ພື້ນ​ດັ່ງ​ກ່າວ.

ໃນ​ວັນ​ເສົາ​ທີ່​ຜ່ານ​ມາ, ທ່ານ ໂອ​ເລ ຊີ​ນີ​ຮູບອ​ຟ, ຫົວ​ໜ້າ​ຫ້ອງ​ການ​ທະ​ຫານ​ພາກ​ພື້ນ ຢູ​ເຄ​ຣນ, ໄດ້​ອະ​ທິ​ບາຍ​ການ​ຕໍ່​ສູ້ ​ໃກ້​ກັບ​ເມືອງ ຄູ​ປຽນ​ສ໌ ວ່າ​ “ຮ້ອນ​ແຮງ​ທີ່​ສຸດ” ໃນ​ເວ​ລານີ້ ແລະ ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ທີ່​ຍັງ​ເຫຼືອ​ຢູ່​ໜີ​ອອກ​ໄປ.

ທ່ານ ຊີ​ນີ​ຮູບອ​ຟ ໄດ້​ກ່າວ​ໃນ​ໂທ​ລະ​ພາບ​ແຫ່ງ​ຊາດ​ວ່າ “ກອງ​ກຳ​ລັງ​ສັດ​ຕູ​ແມ່ນ​ກຳ​ລັງ​ພະ​ຍາ​ຍາມ​ໂຈມ​ຕີ ທີ່​ຕັ້ງ​ຕ່າງໆ​ຂອງ​ທະ​ຫານ​ພວກ​ເຮົາ ​ຢ່າງບໍ່​ລົດ​ລະ. ຍ້ອນ​ແນວ​ນັ້ນ​ພວກ​ເຮົາ​ຈຶ່ງ​ໄດ້​ປະ​ກາດ​ການ​ບັງ​ຄັບ​ອົບ​ພະ​ຍົບ.”

ໃນ​ຄຳ​ປາ​ໄສ​ທາງວິ​ດີ​ໂອ​ ເມື່ອ​ຄືນ​ວັນ​ເສົາ​ທີ່​ຜ່ານ​ມາ, ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັ​ນ​ສ​ກີ ໄດ້​ລະ​ບຸ​ພາກ​ພື້ນ ຄາ​ກີບ ວ່າ​ເປັນ​ນຶ່ງ​ໃນຫຼາຍ​ສະ​ຖານ​ທີ່ໆ​ປະ​ສົບ​ກັບການ​ໂຈມ​ຕີ​ທີ່ “ໂຫດ​ຮ້າຍ​ທຸກວັນ, ທຸກ​ຄືນ.”

ທ່ານ​ໄດ້​ກ່າວ​ວ່າ “ໃນ​ເວ​ລາບໍ່​ຮອດ​ສອງ​ເດືອນ​ເຄິ່ງ, ລູກ​ສອນ​ໄຟ​ຂອງ​ສັດ​ຕູຫຼາຍກວ່າ 40 ລູ​ກ​ໄດ້​ຕົກ​ໃສ່​ເມືອງ ຄາ​ກີບ.” ຄາ​ກີບ ແມ່ນ​ເມືອງ​ທີ່​ໃຫຍ່​ສຸດ​ເປັນ​ອັນ​ດັບ​ສອງ​ຂອງ​ປະ​ເທດ ແລະ ເປັນ​ເມືອງ​ເອກ​ຂອງ​ພາກ​ພື້ນ, ເຊິ່ງກອງ​ກຳ​ລັງ ຣັດ​ເຊຍ ໄດ້​ພະ​ຍາ​ຍາມ​ແຕ່​ລົ້ມ​ແຫຼວ ທີ່​ຈະ​ຍຶດ​ເອົາ ຫຼັ​ງ​ຈາກ​ພວກ​ເຂົາ​ໄດ້​ບຸກ​ລຸກ ຢູ​ເຄ​ຣນ ນຶ່ງ​ປີ​ທີ່​ຜ່ານ​ມາ.

ການ​ຕໍ່​ສູ້​ຍັງ​ໄດ້​ສືບ​ຕໍ່​ 130 ກິ​ໂລ​ແມັດຫ່າງອອກ​ໄປ​ໃນ​ເມືອງ ບາກ​ມຸດ, ທັງ​ຢູ່​ເຂດນອກ​ເມືອງ ແລະ ໃນ​ຖະ​ໜົນ​ບາງ​ແຫ່ງ​ຂອງ​ເຂົາ​ເຈົ້າ, ແລະ ໃນ​ເມືອງ ເຄີ​ສັນ ທາງ​ພາກ​ໃຕ້​ຂອງ​ປະ​ເທດ, ບ່ອນ​ທີ່​ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ, “ການ​ລະ​ດົມ​ຍິງ​ຂອງ ຣັດ​ເຊຍ ໄດ້​ສັງ​ຫານ​ປະ​ຊາ​ຊົນ​ໃນ​ເມືອງ ເຄີ​ສັນ ຜູ້​ທີ່ໄດ້ໄປ​ຮ້ານ​ຂາຍ​ເຄື່ອງ​ເພື່ອ​ຊື້​ຂອງ​ກິນ​ເທົ່າ​ນັ້ນ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG