ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານເຊເລັນສກີ ຍ້ອງຍໍໜ່ວຍທະຫານ ແຕ່ການໂຈມຕີຕອບໂຕ້ຊ້າ ອາດຂັດຂວາງການຊ່ວຍເຫຼືອຂອງ ສ​ຫລ


ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ມອບ Gold Star Order ໃຫ້ແກ່ພັນລະຍາຂອງພັນໂທ ໂອເລ ເບບີ (Oleh Babiy), ເຊິ່ງໄດ້ຮັບການສະຖາປະນາເປັນວີລະບູລຸດຂອງຢູເຄຣນ ພາຍຫຼັງໄດ້ເສຍຊີວິດ, ໃນລະຫວ່າງການພົບປະກັບເຈົ້າໜ້າທີ່ສືບລັບປ້ອງກັນປະເທດ, ວັນທີ 7 ກັນຍາ 2023. (ໜ່ວຍງານຂ່າວຂອງປະທານາທິບໍດີຢູເຄຣນ)
ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ມອບ Gold Star Order ໃຫ້ແກ່ພັນລະຍາຂອງພັນໂທ ໂອເລ ເບບີ (Oleh Babiy), ເຊິ່ງໄດ້ຮັບການສະຖາປະນາເປັນວີລະບູລຸດຂອງຢູເຄຣນ ພາຍຫຼັງໄດ້ເສຍຊີວິດ, ໃນລະຫວ່າງການພົບປະກັບເຈົ້າໜ້າທີ່ສືບລັບປ້ອງກັນປະເທດ, ວັນທີ 7 ກັນຍາ 2023. (ໜ່ວຍງານຂ່າວຂອງປະທານາທິບໍດີຢູເຄຣນ)

ປະທານາທິບໍດີ​ຢູ​ເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ (Volodymyr Zelenskyy) ​ໃນ​ວັນ​ພະຫັດ​ວານ​ນີ້ ​ໄດ້​ຍ້ອງຍໍໜ່ວຍ​ງານ​ທະຫານ 3 ໜ່ວຍທີ່ປະຕິບັດການຢ່າງ “ມີ​ປະສິດທິ​ຜົນ​ຫຼາຍ” ຕໍ່ກອງ​ທະຫານຣັດ​ເຊຍ ​ໃນ​ແນວລົບທາງພາກ​ຕາ​ເວັນ​ອອກ ​ແລະ ພາກ​ໃຕ້​ຂອງ​ຢູ​ເຄຣນ ໂດຍ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ໂຈມ​ຕີຕອບໂຕ້ຢ່າງຕໍ່ເນື່ອງ​ຂອງກີຢິບ.

ໜ່ວຍກຳລັງປ້ອງກັນຊາດ​ໜ່ວຍນຶ່ງ​ກຳລັງ​ສູ້​ລົບ​ຢູ່ທາງ​ພາກ​ຕາ​ເວັນ​ອອກ ​ແລະອີກສອງໜ່ວຍ​ຢູ່ທາງ​ພາກ​ໃຕ້, ທ່ານເຊເລັນສກີ (Zelenskyy) ກ່າວ​ໃນ​ຄຳ​ປາ​ໄສ​ທາງ​ວິ​ດີ​ໂອ​ຕອນ​ກາງ​ຄືນ​ຂອງ​ທ່ານ.

"ຂໍຂອບໃຈທະຫານສໍາລັບຜົນໄດ້ຮັບ ທີ່ມີປະສິດທິພາບຫຼາຍ ໃນການທໍາລາຍຜູ້ຍຶດຄອງ," ທ່ານເຊເລັນສກີ (Zelenskyy) ກ່າວ. "ແລະຜົນໄດ້ຮັບ, ແນ່ ນອນ, ແມ່ນສິ່ງທີ່ຢູເຄຣນ ຕ້ອງການຈາກທຸກຄົນໃນຕອນນີ້."

ການຍ້ອງຍໍດັ່ງກ່າວມີຂຶ້ນຫຼັງຈາກກອງທັບຢູເຄຣນກ່າວໃນວັນພະຫັດວານນີ້ວ່າ ກຳ​ລັງປ້ອງກັນທາງອາກາດຂອງຕົນໄດ້ທຳລາຍໂດຣນ 25 ລໍາຈາກ 33 ລຳ ທີ່ຣັດເຊຍໃຊ້ ເພື່ອໂຈມຕີເຂດຊູມີ (Sumy) ແລະ ໂອເດຊາ (Odesa) ໃນຕອນຂ້າມຄືນ.

ທ່ານໂອເລ ຄີເປີ (Oleh Kiper) ຜູ້ປົກຄອງເຂດໂອເດຊາ ກ່າວວ່າ ການໂຈມຕີຂອງຣັດເຊຍ ​ຕໍ່ເມືອງອິສເມລ (Izmail) ​ແມ່ນເປັນເທື່ອທີ 4 ໃນຮອບ 5 ມື້ ເຮັດໃຫ້ມີຜູ້ບາດເຈັບ 1 ຄົນ.

ທ່ານ​ຄີເປີ (Kiper) ກ່າວ​ວ່າ ການ​ໂຈມ​ຕີ​ຍັງ​ໄດ້ສ້າງຄວາມເສຍຫາຍຕໍ່​ພື້ນຖານ​ໂຄງ​ລ່າງຂອງ​ທ່າ​ເຮືອ ​ແລະ​ອາຄານ​ບໍລິຫານອີກດ້ວຍ.

​ເຖິງ​ວ່າ​ຈະ​ໄດ້​ຮັບ​ການ​ຍ້ອງຍໍ​ຈາກທ່ານເຊເລັນສກີ (Zelenskyy) ​ເມື່ອ​ບໍ່​ດົນ​ມາ​ນີ້, ​ແຕ່​ການບຸກໂຈມຕີ​ຕອບ​ໂຕ້ຄືນ​ຂອງ​ຢູເຄຣນ ​ກໍ່ຍັງດຳເນີນໄປ​ຊ້າ​ກວ່າທີ່​ເຈົ້າ​ໜ້າ​ທີ່​ສະຫະລັດຫຼາຍຄົນ​ຄາດ​ຄະ​ເນ​ໄວ້. ນັ້ນ​ໝາຍເຖິງຄຳ​ຮ້ອງ​ຂໍ​ຫຼ້າ​ສຸດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີໂຈ ໄບເດັນ (Joe Biden) ຕໍ່​ລັດ​ຖະ​ສະ​ພາ ເພື່ອ​ໃຫ້​ການ​ຊ່ວຍ​ເຫຼືອເພີ່ມ​ເຕີມຕໍ່ຢູເຄຣນ ແມ່ນ​ກຳ​ລັງ​ປະ​ເຊີນ​ກັບ​ການ​ຄັດ​ຄ້ານ​ທີ່ເພີ່ມຂຶ້ນຈາກ​ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລິ​ກັນ​ບາງ​ຄົນ.

ໃນເດືອນສິງຫາ, ທ່ານໄບເດັນ (Biden) ໄດ້ຮຽກຮ້ອງໃຫ້ລັດຖະສະພາອະນຸ ມັດການໃຊ້ຈ່າຍເພີ່ມເຕີມ 40 ຕື້ໂດລາ, ເຊິ່ງລວມທັງ 24 ຕື້ໂດລາສໍາລັບຢູເຄຣນ ແລະຄວາມຕ້ອງການສາກົນອື່ນໆ ແລະ 16 ຕື້ໂດລາສໍາລັບການບັນ ເທົາທຸກດ້ານໄພພິບັດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG