ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ແນເປົ້າໝາຍໂຈມຕີໃສ່ ຢູເຄຣນ ດ້ວຍລູກສອນໄຟ ແລະເຮືອບິນບໍ່ມີຄົນຂັບ


ແຟ້ມຮູບ-ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ເຂົ້າກວດກາເບິ່ງປ້ອມສໍາລັບກອງກໍາລັງປ້ອງກັນ ທີ່ຕັ້ງຢູ່ໃກ້ກັບຊາຍແດນຣັດເຊຍ ໃນພາກພື້ນຊູມີ, ຢູເຄຣນ, ວັນທີ 27 ມີນາ 2024. (Ukrainian Presidential Press Service/Handout via REUTERS)
ແຟ້ມຮູບ-ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ເຂົ້າກວດກາເບິ່ງປ້ອມສໍາລັບກອງກໍາລັງປ້ອງກັນ ທີ່ຕັ້ງຢູ່ໃກ້ກັບຊາຍແດນຣັດເຊຍ ໃນພາກພື້ນຊູມີ, ຢູເຄຣນ, ວັນທີ 27 ມີນາ 2024. (Ukrainian Presidential Press Service/Handout via REUTERS)

ຢູ​ເຄ​ຣນກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ກອງ​ກຳ​ລັງຂອງ​ຣັດ​ເຊຍ ໄດ້​ໂຈມ​ຕີ​ປະ​ເທດ​ຕົນໃນ​ຕອນກາງຄືນ​ທີ່ຜ່ານ​ມາ ດ້ວຍ​ລູກ​ສອນ​ໄຟ​ນຳ​ວິຖີ 3 ລູກ ແລະ​ເຮືອ​ບິນບໍ່ມີຄົນຂັບ ຊາເຮດ (Shehed) ອີກ 4 ​ລຳ.

ກອງທັບ​ອາກາດ​ຢູ​ເຄຣນ​ລາຍ​ງານ​ວ່າ​ ພວກເຂົາເຈົ້າໄດ້​ທຳລາຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ທັງໝົດ​ 4 ​ລຳ​ ໂດຍ​ການ​ສະກັດ​ກັ້ນ​ທີ່​ເກີດ​ຂຶ້ນ​ຢູ່ໃນ​ເຂດ ຄາເມລນິສກີ (Khmelnytskyi), ໄຊໂຕເມຍ (Zhytomyr), ຄິໂຣໂວຣາດ (Kirovohrad) ແລະ ເຊິຣ໌ຄາຊີ (Cherkasy).

ທ່ານອັນດຣີ ເຣໂຄວິຈ໌ (Andriy Raykovych), ຜູ້ປົກຄອງພາກພື້ນ ຄິໂຣໂວຣາດ ກ່າວ​ວ່າ ​ໄດ້ເກີດ​ໄຟ​ໄໝ້​ຂະໜາດ​ນ້ອຍຂຶ້ນ​ ຈາກ​ການ​ໂຈມ​ຕີດັ່ງກ່າວ, ​ແຕ່ບໍ່​ມີ​ລາຍງານຂອງຜູ້ທີ່ໄດ້ຮັບ​ບາດ​ເຈັບ.

ກອງທັບ​ອາກາດ​ກ່າວ​ວ່າ ລູກ​ສອນ​ໄຟ​ໄດ້​ແນເປົ້າໝາຍ​ໃສ່​ຂົງເຂດ ດອນເນດສ໌ ​ທີ່ຕັ້ງຢູ່ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ. ແຕ່ບໍ່ມີລາຍງານກ່ຽວກັບຄວາມເສຍຫາຍຕ່າງໆໃນທັນທີ.

ປະທານາທິບໍດີ​ຢູ​ເຄຣນ ທ່ານໂວໂລດີເມຍ ເຊເລັນສກີ, ​ໃນ​ວັນ​ອັງຄານ​ວານ​ນີ້ ​ໄດ້​ລົງ​ນາມ​ໃນ​ຮ່າງ​ກົດໝາຍທີ່​ຈະ​ຫຼຸດ​ອາຍຸ​ຂອງການ​ເຂົ້າຮັບໜ້າທີ່​ທາງ​ທະຫານລົງ ຈາກ 27 ປີ ມາ​ເປັນ 25 ປີ.

ຮ່າງ​ກົດໝາຍດັ່ງກ່າວ ໄດ້​ເພີ້ມ​ຈຳນວນ​ພົນລະ​ເຮືອນ​ທີ່​ກອງທັບ​ຢູ​ເຄຣນສາມາດ​ລະດົມ​ເຂົ້າ​ໃນ​ການ​ສູ້​ລົບໄດ້, ​ເຊິ່ງເປັນ​ບາງ​ສິ່ງທີ່​ກອງທັບ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານ​ດຳ​ເນີນ​ມາດຕະການມາ​ເປັນ​ເວລາ​ຫຼາຍ​ເດືອນແລ້ວ.

ຮ່າງ​ກົດໝາຍ​ສະບັບ​ນີ້ ​ມີ​ຂຶ້ນ​ໃນ​ຂະນະ​ທີ່​ປະ​ເທດ​ນີ້ ​ປະສົບ​ກັບ​ການສູນ​ເສຍ​ທາງ​ທະຫານມາ​ຫຼາຍ​ກວ່າ 2 ປີ ລຸນຫຼັງຖືກ​ຮຸກ​ຮານ​ໂດຍ ຣັດ​ເຊຍ.

ທ່ານ ເຊເລັນສກີ ​ໄດ້ເຊັນ​ລົງ​ນາມ​ໃນ​ຮ່າງ​ກົດໝາຍ​ດັ່ງກ່າວປະມານນຶ່ງ​ປີ ​ຫລັງ​ຈາກ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ​ລັດຖະສະພາ​ຢູ​ເຄຣນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG