ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ເຊ​ເລັນ​ສ​ກີ ເດີນ​ທາງ​ໄປ ອາ​ລ​ເບ​ເນຍ ໃນ​ການ​ຜັກ​ດັນ​ຄັ້ງຫຼ້າ​ສຸດ ສຳ​ລັບ​ການ​ສະ​ໜັ​ບ​ສະ​ໜູນ​ປ້ອງ​ກັນ​ປະ​ເທດ


ນາ​ຍົກ​ລັດ​ຖະ​ມົນ​ຕີ ອາ​ລ​ເບ​ເນຍ ທ່ານ ເອ​ດີ ຣາ​ມາ, ຂວາ, ຕ້ອນ​ຮັບ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ກ່ອນກອງ​ປະ​ຊຸມ​ໃນ​ນະ​ຄອນຫຼວງ ທິ​ຣາ​ນາ, ອາ​ລ​ເບ​ເນຍ, 28 ກຸ​ມ​ພາ 2024.
ນາ​ຍົກ​ລັດ​ຖະ​ມົນ​ຕີ ອາ​ລ​ເບ​ເນຍ ທ່ານ ເອ​ດີ ຣາ​ມາ, ຂວາ, ຕ້ອນ​ຮັບ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ກ່ອນກອງ​ປະ​ຊຸມ​ໃນ​ນະ​ຄອນຫຼວງ ທິ​ຣາ​ນາ, ອາ​ລ​ເບ​ເນຍ, 28 ກຸ​ມ​ພາ 2024.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ເດີນ​ທາງ​ໄປ​ປະ​ເທດ ອາ​ລ​ເບ​ເນຍ ສຳ​ລັບ​ການ​ປະ​ຊຸມ​ກັບ​ບັນ​ດາ​ຜູ້​ນຳ​ຢູ່​ພາກ​ພື້ນ​ ໃນວັນ​ພຸດມື້ນີ້ ​ຂະ​ນະ​ທີ່​ທ່ານ​ພະ​ຍາ​ຍາມ​ຂໍ​ການ​ສະ​ໜັບ​ສະ​ໜູນ​ເພີ່ມ​ເຕີມ​ ສຳ​ລັບ​ການ​ຕໍ່​ສູ້​ຂອງ​ປະ​ເທດ​ຂອງ​ທ່ານ​ ເພື່ອຕ້ານຢັນ​ການ​ບຸກ​ລຸກ​ຂອງ ຣັດ​ເຊຍ.

ທ່ານ ເຊ​ເລັນ​ສກີ ໄດ້​ກ່າວ​ວ່າ ​ທ່ານ​ຈະ​ຫາລື ກ່ຽວ​ກັບ “ການ​ຮ່ວມ​ມື​ດ້ານ​ກາ​ນ​ປ້ອງ​ກັນ​ປະ​ເທດ ແລະ ການ​ເມືອງ” ພ້ອມ​ກັບ​ແຜນ​ການ​ສັນ​ຕິ​ພາບຂອງ ຢູ​ເຄ​ຣນ ໃນ​ການ​ເຈ​ລະ​ຈາ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອາ​ລ​ເບ​ເນຍ ທ່ານ ເອ​ດີ ຣາ​ມາ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນ​ສື່​ສັງ​ຄົມ X ວ່າ “ຂ້າ​ພະ​ເຈົ້າ​ຈະ​ສະ​ເໜີ​ການສະ​ໜັບ​ສະ​ໜູນ​ສຳ​ລັບ​ຄວາມ​ພະ​ຍາ​ຍາມ​ຂອງ ຢູ​ເຄ​ຣນ ເພື່ອ​ບັນ​ລຸ​ສັນ​ຕິ​ພາບ​ທີ່​ເປັນ​ທຳ ແລະ ຍືນ​ຍົງ, ພ້ອມ​ກັບ​ການ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ສັນ​ຕິ​ພາບ​ໂລກ​ໃນ​ປະ​ເທດ ສວິດ​ເຊີ​ແລນ.”

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ລ​ເບ​ເນຍ ທ່ານ ອີກ​ລີ ຮາ​ຊາ​ນີ ໄດ້​ກ່າວ​ເຖິງ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ເຕັມ​ສ່ວນ​ຂອງ​ລັດ​ຖະ​ບານທ່ານ​ ສຳ​ລັບ​ປະ​ຕິ​ບັດ​ການ​ສັນ​ຕິ​ພາບ​ຂອງ ຢູ​ເຄ​ຣນ ແລະ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ທີ່​ຈະ​ຊ່ວຍ​ເຫຼືອ​ໃນ​ຄວາມ​ພະ​ຍາ​ຍາມ​ສ້າງ​ສາ​ຄືນ​ໃໝ່ ໃນ ຢູ​ເຄ​ຣນ.

ທ່ານ ຮາ​ຊາ​ນີ ໄດ້​ຂຽນ​ໃນສື່​ສັງ​ຄົມ X ວ່າ “ເປັນ​ຊ່ວງເວ​ລາ​ທີ່​ສຳ​ຄັນ​ສຳ​ລັບ​ການ​ສົ່ງ​ເສີມ​ສາຍ​ພົວ​ພັນ​ສອງ​ຝ່າຍ, ແລະ ການ​ສະ​ແດງ​ຄວາມ​ສາ​ມັກ​ຄີ​ກັບ ຢູ​ເຄ​ຣນ ໃນ​ການ​ຕໍ່​ສູ້​ທີ່​ກ້າ​ຫານ​ຂອງ​ເຂົາ​ເຈົ້າ​ກັບ​ການ​ຮຸກ​ຮາ​ນ​ຂອງ ຣັດ​ເຊຍ.”

ກອງ​ທັບ​ຂອງ ຢູ​ເຄ​ຣນ ໄດ້​ກ່າວ​ໃນ​ວັນ​ພຸດມື້ນີ້​ວ່າ ການ​ໂຈ​ມ​ຕີ​ຂອງ ຣັດ​ເຊຍ ໄດ້​ສືບ​ຕໍ່​ໃນ​ຄືນ​ທີ່​ຜ່ານ​ມາ ​ດ້ວຍ​ໂດ​ຣນ 10 ລຳ ແລະ ລູກ​ສອນ​ໄຟ​ນຳ​ວິ​ຖີ​ໃນ​ຈຳ​ນວນ​ທີ່ບໍ່​ໄດ້​ຖືກ​ລະ​ບຸ.

ກອງ​ທັບ​ອາ​ກາດ ຢູ​ເຄ​ຣນ ມີ​ລາຍ​ງານ​ວ່າ​ ໄດ້​ທຳ​ລາຍ​ໂດ​ຣນ 10 ລຳ, ດ້ວຍ​ການ​ສະ​ກັດ​ກັ້ນ​ໄດ້​ເກີດ​ຂຶ້ນ​ໃນ​ພາກ​ພື້ນ ໂອ​ເດ​ຊາ ແລະ ມີ​ໂຄ​ລາ​ອິບ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG