ປະທານາທິບໍດີໂວໂລດີເມຍ ເຊເລນສກີ ກ່າວໃນຄຳປາໄສປະຈຳວັນ ເມື່ອວັນພະຫັດວານນີ້ ຊຶ່ງເວົ້າເຖິງອົງການພະລັງງານປະລະມານູສາກົນ ໂດຍໃຊ້ຊື່ຫຍໍ້ຂອງອົງການດັ່ງກ່າວວ່າ “ບໍ່ມີອຸບປະສັກຂັດຂວາງໃດໆ ບໍ່ໃຫ້ຄະນະປະຕິບັດງານອົງການ IAEA ຈາກການບັນລຸຂໍ້ຕົກລົງ ກ່ຽວກັບໂຮງໄຟຟ້ານິວເຄລຍຊາໂປຣິສເຊຍ.”
ທ່ານກ່າວວ່າ “ຣັດເຊຍຕ້ອງໄດ້ໃຫ້ການອະນຸຍາດໃນທັນທີ ແລະຢ່າງບໍ່ມີເງື່ອນໄຂໃດໆທັງສິ້ນ ໃຫ້ຜູ້ຕາງໜ້າຂອງອົງການ IAEA ເຂົ້າໄປໃນໂຮງໄຟຟ້າດັ່ງກ່າວ” ແຕ່ແນວໃດກໍຕາມ ທ່ານກ່າວຕື່ມວ່າ “ຜູ້ທີ່ໃຊ້ນິວເຄລຍເປັນເຄື່ອງຂູ່ເຂັນ ແນ່ນອນ ຈະບໍ່ສາມາດ ເປັນ ‘ຜູ້ສົ່ງຂ່າວ’ ໃນການປະຕິບັດງານໃດໆກໍຕາມ.”
ທ່ານເຊເລນສກີ ກ່າວຕື່ມວ່າ “ຣັດເຊຍຕ້ອງໃຫ້ການອະນຸຍາດໃນທັນທີ ແລະຢ່າງບໍ່ມີເງື່ອນໄຂໃດໆທັງສິ້ນ ໃຫ້ຜູ້ຕາງໜ້າ ຂອງອົງການ IAEA ເຂົ້າໄປໃນໂຮງໄຟຟ້າ ແລະກໍຖອນທະຫານຂອງຕົນໃນທັນທີ ແລະຢ່າງບໍ່ມີເງື່ອນໄຂໃດໆທັງສິ້ນ ອອກໄປຈາກເຂດແດນຂອງໂຮງໄຟຟ້າດັ່ງກ່າວ. ໂລກມີອຳນາດທີ່ຈະໃຫ້ການຄຳປະກັນຕໍ່ສິ່ງນີ້. ຖ້າໂລກຫາກບໍ່ໃຫ້ການຄ້ຳປະກັນໃນເລື້ອງນີ້ ພວກເຮົາກໍມີພຽງແຕ່ໂຍນເອກກະສານທັງໝົດຂອງອົງການດັ່ງກ່າວ ກ່ຽວກັບເລື້ອງນິວເຄລຍ ແລະຄວາມປອດໄພດ້ານກຳມັນຕະພາບລັງສີລົງໃສ່ຖັງຂີ້ເຫຍື້ອ. ຣັດເຊຍພວມທຳລາຍຄວາມເປັນລະບຽບຮຽບຮ້ອຍຂອງລະຫວ່າງປະເທດ.”
ໃນຕອນເຊົ້າຂອງມື້ວານນີ້ ທ່ານເຊເລນສກີໄດ້ພົບປະ ກັບເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານອານໂຕນີໂອ ກູເຕເຣັສ ແລະປະທານາທິບໍດີເທີກີ ທ່ານເຣເຊບ ຕາຍຢິບ ເອີດວານ ທີ່ເມືອງລີວິບ ໃນພາກຕາເວັນຕົກຂອງປະເທດຢູເຄຣນ.
ທ່ານເຊເລນສກີ ກ່າວວ່າ “ຂ້າພະເຈົ້າໄດ້ເຈລະຈາຫຼາຍໆເລື້ອງໃນມື້ນີ້ ກັບປະທານາທິບໍດີເທີກີ ທ່ານເອີດວານ. ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນຕໍ່ທ່ານໃນການໃຫ້ຄວາມສະໜັບສະໜຸນຕໍ່ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດພວກເຮົາ. ພວກເຮົາໄດ້ຫາລືໃນເລື້ອງປ້ອງກັນປະເທດ ເສດຖະກິດແລະການຮ່ວມມືໃນດ້ານພະລັງງານ. ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນຕໍ່ຜູ້ນຳເທີກີ ທີ່ເຕັມໃຈຈະໃຫ້ການສະໜັບສະໜຸນກ່ຽວກັບການບູລະນະສ້າງສາເມືອງຄາກີບ ແລະຂົງເຂດຄາກີບຄືນໃໝ່. ນີ້ແມ່ນການປະຕິບັດງານຂອງປະເທດທີ່ເຂັ້ມແຂງແທ້ໆ. ເວລານີ້ ມີການເລີ້ມຂັ້ນຕອນທຳອິດແລ້ວ ໂດຍມີການລົງນາມໃນຂໍ້ຕົກລົງດ້ານພື້ນຖານໂຄງລ່າງ.”
ໃນຕອນເຊົ້າຂອງມື້ດຽວກັນນີ້ ທ່ານກູເຕເຣັສ ໄດ້ຮຽກຮ້ອງໃຫ້ໂຮງໄຟຟ້າຊາໂປຣິສເຊຍ ເປັນເຂດປອດທະຫານ ໂດຍໃຫ້ມີການຖອນອຸບປະກອນ ແລະພວກທະຫານອອກໄປຈາກໂຮງໄຟຟ້າດັ່ງກ່າວ.