ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານເຊເລັນສກີ ຫວັງວ່າ ຈະມີການແລກປ່ຽນນັກໂທດ ກັບ ຣັດເຊຍ ໄວຂຶ້ນ

ນັກໂທດສົງຄາມຊາວຢູເຄຣນ ຖືກເປີດເຜີຍອອກມາໃຫ້ເຫັນໃນລະຫວ່າງການແລກປ່ຽນໂຕນັກໂທດ, ທ່າມກາງການໂຈມຕີຕໍ່ ຢູເຄຣນ ຂອງ ຣັດເຊຍ, ໃນສະຖານທີ່ ທີ່ບໍ່ໄດ້ລະບຸ, ຢູເຄຣນ, ໃນພາບທີ່ຖ່າຍອອກມາຈາກວີດີໂອ ເມື່ອວັນທີ 16 ເມສາ 2023. (Coordination Headquarters for the Treatment of Prisoners of War via Reuters)

ປະທານາທິບໍດີ ຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ກ່າວໃນວັນອັງຄານວານນີ້ວ່າ ການ​ຊັກ​ຊ້າ ກ່ຽວກັບການແລກປ່ຽນນັກໂທດກັບມົສກູ ຫວ່າງມໍ່ໆມານີ້ ເນື່ອງຈາກ "ເຫດຜົນ" ທີ່ບໍ່ໄດ້ລະບຸຂອງຝ່າຍ ຣັດເຊຍ, ແຕ່ສະແດງຄວາມຫວັງວ່າ ການແລກປ່ຽນໂຕນັກໂທດດັ່ງກ່າວ ຈະກັບມາດຳເນີນການຄືນໃໝ່ໃນໄວໆນີ້, ອີງຕາມລາຍງານຂອງອົງການຂ່າວ Reuters.

ທັງສອງ​ຝ່າຍ​ໄດ້​ຈັດການ​ແລກປ່ຽນ​ນັກ​ໂທດ​ຈຳນວນ ​ນຶ່ງ​ນັບ​ແຕ່​ຊ່ວງຫຼາຍເດືອນ ທໍາອິດ​ທີ່ ​ຣັດ​ເຊຍ ​ບຸກ​ໂຈມ​ຕີ ​ຢູ​ເຄຣນ ​ໃນ​ເດືອນ​ກຸມພາ​ປີ 2022 ​ແລະເຂົ້າສູ່​ປີ​ນີ້. ແຕ່ການດໍາເນີນງານແບບຈິງຈັງ ຂອງພວກເຂົາເຈົ້າ ຊ້າລົງໃນປີ 2023, ແລະຄັ້ງສຸດທ້າຍໄດ້ເກີດຂຶ້ນໃນຕົ້ນເດືອນສິງຫາແລ້ວນີ້.

"ຄວາມຈິງແລ້ວ ມັນຊ້າລົງຍ້ອນເຫດຜົນຂອງສະຫະພັນຣັດເຊຍເອງ, ແຕ່ວ່າ ສິ່ງເຫຼົ່ານີ້ແມ່ນເຫດຜົນສະເພາະ. ເສັ້ນທາງຈະເປີດໃນໄວໆນີ້” ທ່ານເຊເລັນສກີ ກ່າວຕໍ່ການຖະແຫຼງຂ່າວ ໃນນະຄອນຫຼວງກີຢິບ ໂດຍບໍ່ໄດ້ອ້າງເຖິງ​ເຫດ​ຜົນ​ຂອງ​ຝ່າຍຣັດເຊຍວ່າ​ແມ່ນ​ຫຍັງ.

ທ່ານ​ກ່າວ​ຕື່ມ​ວ່າ, ປັດຈຸ​ບັນ​ນີ້ ຢູ​ເຄຣນ​ພວມ​ດຳ​ເນີນ​ການ​ແລກປ່ຽນ "ຈຳນວນ​ໂຕເລກທີ່ພໍດີ ຂອງເດັກ​ຊາຍພວກ​ເຮົາ​" ​ແລະ​ສະ​ແດງ​ຄວາມ​ຫວັງ​ວ່າ ​ການ​ແລກປ່ຽນ​ຈະ​ປະສົບ​ຜົນສຳ​ເລັດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG