ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານເຊເລັນສ໌ກີ ຍອມຮັບວ່າ ການປ້ອງກັນເຂດພາກຕາເວັນອອກ ຂອງປະເທດນັ້ນ ແມ່ນຍາກລຳບາກຫຼາຍ


ໃນພາບນີ້ ສະໜອງໂດຍ ສຳນັກງານປະທານາທິບໍດີ ຂອງຢູເຄຣນ ໃນວັນທີ 18 ມິຖຸນາ 2022, ສະແດງໃຫ້ເຫັນ ປະທານາທິບໍດີ ຢູເຄຣນ ໂວໂລດີເມຍ ເຊເລັນສ໌ກີ, ຂວາ, ມອບລາງວັນໃຫ້ແກ່ທະຫານຄົນນຶ່ງ ໃນຂະນະທີ່ທ່ານເດີນທາງໄປຢ້ຽມຢາມຂົງເຂດ ມີໂກລາ​ອິບ (Mykolaiv) ທີ່ຖືກກະທົບໂດຍສົງຄາມ.
ໃນພາບນີ້ ສະໜອງໂດຍ ສຳນັກງານປະທານາທິບໍດີ ຂອງຢູເຄຣນ ໃນວັນທີ 18 ມິຖຸນາ 2022, ສະແດງໃຫ້ເຫັນ ປະທານາທິບໍດີ ຢູເຄຣນ ໂວໂລດີເມຍ ເຊເລັນສ໌ກີ, ຂວາ, ມອບລາງວັນໃຫ້ແກ່ທະຫານຄົນນຶ່ງ ໃນຂະນະທີ່ທ່ານເດີນທາງໄປຢ້ຽມຢາມຂົງເຂດ ມີໂກລາ​ອິບ (Mykolaiv) ທີ່ຖືກກະທົບໂດຍສົງຄາມ.

ປະທານາທິບໍດີ ຢູເຄຣນ ໂວໂລດີເມຍ ເຊເລັນສ໌ກີ ໄດ້ຍອມຮັບຮູ້ເຖິງຄວາມພະ ຍາຍາມທີ່ຍາກລຳບາກ ໃນການປົກປ້ອງຂົງເຂດທາງພາກຕາເວັນອອກຂອງປະ ເທດ ແຕ່ກໍໄດ້ກ່າວວ່າ ກອງກຳລັງຂອງຣັດເຊຍ ຈະສືບຕໍ່ພົບກັບການຕໍ່ຕ້ານຈາກຊາວຢູເຄຣນ.

ໃນການກ່າວຄຳປາໄສ ເມື່ອຕອນກາງຄືນວັນຈັນວານນີ້ ທ່ານເຊເລັນສ໌ກີ ໄດ້ກ່າວວ່າ ກອງກຳລັງຂອງຢູເຄຣນ ພວມຕໍ່ສູ້ເພື່ອປ້ອງກັນເມືອງຕ່າງໆທາງພາກຕາເວັນອອກ ເຊັ່ນ ລີຊີຈານສ໌ ແລະ ຊີວີໂຣໂດເນັສ ພ້ອມທັງຂົງເຂດທັງໝົດ.

“ພວກເຮົາມີການຕໍ່ສູ້ທີ່ຍາກລຳບາກທີ່ສຸດ ຢູ່ທີ່ແຫ່ງນັ້ນ. ແຕ່ພວກເຮົາມີພວກຜູ້ຊາຍແລະແມ່ຍິງ ທີ່ເຂັ້ມແຂງຢູ່ທີ່ນັ້ນ” ທ່ານເຊເລັນສ໌ກີ ໄດ້ກ່າວໄປ ແລະກ່າວຕື່ມອີກວ່າ “ພວກຜູ້ຢຶດຄອງ ກໍໄດ້ຮັບການຕອບໂຕ້ ຕໍ່ການກະທຳຂອງພວກເຂົາແກ່ພວກເຮົາ.”

ຜູ້ປົກຄອງລູຮານສ໌ ທ່ານເຊີຮີ ຮາຍໄດ (Serhiy Haidai) ໄດ້ກ່າວຜ່ານທາງໂທລະພາບແຫ່ງຊາດ ໃນວັນຈັນວານນີ້ ວ່າ ສະຖານະການໃນແຂວງພາກຕາ ເວັນອອກ ແມ່ນ “ຫຍຸ້ງຍາກຢ່າງຍິ່ງ.”

ທ່ານໄດ້ກ່າວວ່າ ກອງກຳລັງຂອງຣັດເຊຍ ຄວບຄຸມພື້ນທີ່ສ່ວນໃຫຍ່ໃນເມືອງຊີວີໂຣໂດເນັສ ຂອງແຂວງແຫ່ງນີ້ ທີ່ມີການຕໍ່ສູ້ກັນຢູ່ນັ້ນ ກອງກຳລັງຂອງຢູເຄຣນ ຍັງຄົງຄວບຄຸມພື້ນທີ່ພຽງເລັກນ້ອຍ ຢູ່ອ້ອມແອ້ມໂຮງງານເຄມີ ອາຊອຕ (Azot) ບ່ອນທີ່ພວກນັກລົບຢູເຄຣນ ແລະພົນລະເຮືອນ 500 ຄົນ ໄດ້ພາກັນໄປຫລົບລີ້ໄພຢູ່ນັ້ນ ດັ່ງທີ່ທ່ານຮາຍໄດ ໄດ້ກ່າວ.

ໃນຂະນະດຽວກັນ ໃນເບື້ອງຕົ້ນ ຣັດເຊຍ ກໍບໍ່ປະສົບຜົນສຳເລັດ ໃນການໂຄ່ນລົ້ມລັດຖະບານຂອງທ່ານເຊເລັນສ໌ກີ ແລະບໍ່ສາມາດຍຶດເອົານະຄອນຫຼວງກີຢິບ ໄດ້ ຊຶ່ງການສູ້ລົບທີ່ໜັກໜ່ວງ ກຳລັງເກີດຂຶ້ນຢູ່ທາງພາກຕາເວັນອອກຂອງປະ ເທດ ທີ່ເປັນຈຸດສູນກາງຂອງເມືອງອຸດສາຫະກຳ ຊີວີໂຣໂດເນັສ ໃນແຂວງລູຮານສ ອັນເປັນພາກສ່ວນນຶ່ງຂອງຂົງເຂດດອນບັສ ທີ່ຣັດເຊຍພະຍາຍາມທີ່ຈະຄວບຄຸມ.

ເມື່ອຕອນເຊົ້າວັນຈັນວານນີ້ ທ່ານເຊເລັນສ໌ກີ ໄດ້ກ່າວຫາ ຣັດເຊຍ ກ່ຽວກັບການເອົາ ອາຟຣິກາ ເປັນ “ໂຕປະກັນ” ດ້ວຍການກີດຂວາງການນຳສົ່ງເຂົ້າເບລ ແລະ ສົ່ງຜົນເຮັດໃຫ້ລາຄາອາຫານ ໃນທະວີບດັ່ງກ່າວສູງຂຶ້ນນັບມື້.

ໃນການກ່າວຄຳປາໄສ ຜ່ານທາງວີດີໂອ ຕໍ່ບັນດາຜູ້ນຳຂອງສະຫະພາບອາຟຣິກາ ທ່ານເຊເລັນສ໌ກີ ໄດ້ກ່າວວ່າ “ສົງຄາມນີ້ ອາດມອງເຫັນວ່າ ຢູ່ຫ່າງໄກຈາກພວກທ່ານ ແລະປະເທດຂອງພວກທ່ານ ແທ້ໆ. ແຕ່ຄວາມຫາຍະນະ ລາຄາອາຫານທີ່ສູງຂຶ້ນເລື້ອຍໆ ແມ່ນໄດ້ມາເຖິງເຮືອນຊານຂອງຄອບຄົວຊາວອາຟຣິກາທັງຫຼາຍ.”

ທ່່ານໄດ້ກ່າວຕໍ່ໄປວ່າ ຢູເຄຣນ ກຳລັງຈັດ “ການເຈລະຈາໃນຫຼາຍລະດັບ ທີ່ສະຫລັບຊັບຊ້ອນ” ເພື່ອພະຍາຍາມຍຸຕິການກີດຂວາງ​ຕໍ່ທ່າເຮືອຕ່າງໆຂອງຢູເຄຣນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG