ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ເຊ​ເລັນ​ສ​ກີ ຄາດ​ວ່າ​ ຣັດ​ເຊຍ ຈະ​ເຮັດ​ໃຫ້​ສົງ​ຄາມ ຮ້າຍ​ແຮງ​ຂຶ້ນ ກ່ອນ​ການ​ລົງ​ຄະ​ແນນ​ສຽງຂອງ ສະ​ຫະ​ພາບ ຢູ​ໂຣບ


ເດັກ​ນ້ອຍຢືນ​ຢູ່​ຕໍ່​ໜ້າ​ຕຶກ​ອາ​ຄານ​ທີ່​ຖືກ​ທຳ​ລາຍ​ຍ້ອນ​ການ​ໂຈມ​ຕີ​ໃນ​ເມືອງ ເຊີ​ນີ​ຮີບ, ຢູ​ເຄ​ຣນ.19 ມິ​ຖຸ​ນາ, 2022.
ເດັກ​ນ້ອຍຢືນ​ຢູ່​ຕໍ່​ໜ້າ​ຕຶກ​ອາ​ຄານ​ທີ່​ຖືກ​ທຳ​ລາຍ​ຍ້ອນ​ການ​ໂຈມ​ຕີ​ໃນ​ເມືອງ ເຊີ​ນີ​ຮີບ, ຢູ​ເຄ​ຣນ.19 ມິ​ຖຸ​ນາ, 2022.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ “ພວກ​ເຮົາ​ຄວນ​ຄາດ​ຄະ​ເນ​ການ​ປະ​ຕິ​ບັດ​ການ​ໂຈມ​ຕີ​ຫຼາຍກວ່າ​ເກົ່າ​ຈາກ ຣັດ​ເຊຍ” ໃນ​ອາ​ທິດນີ້​ໃນ​ຂະ​ນະ​ທີ່​ບັນ​ດາ​ຜູ້​ນຳ​ຢູ​ໂຣບ ພົບ​ປະ​ກັນ​ເພື່ອ​ພິ​ຈາ​ລະ​ນາ​ວ່າ​ຈະ​ສະ​ໜັບ​ສະ​ໜູນ​ສະ​ຖາ​ນະ​ພາບ​ການເປັນ​ຜູ້​ຂໍ​ສະ​ໝັກ​ເຂົ້າ​ສະ​ຫະ​ພາບ​ຢູ​ໂຣບ ສຳ​ລັບ​ຢູ​ເຄ​ຣນ ຫຼືບໍ່.

ທ່ານ ເຊ​ເລັນ​ສ​ກີ​ ໄດ້​ກ່າວ​ໃນ​ຄຳ​ປາ​ໄສ​ປະ​ຈຳ​ທຸກໆ​ຄືນ​ຂອງ​ທ່ານ​ເມື່ອ​ວັນ​ອາ​ທິດ​ວານນີ້​ວ່າ “ແລະ ມັນ​ບໍ່​ແມ່ນ​ພຽງ​ຢູ​ເຄ​ຣນ​ເທົ່າ​ນັ້ນ, ແຕ່​ຍັງ​ຕໍ່​ກັບ​ບັນ​ດາ​ປະ​ເທດ​ຢູ​ໂຣບ​ອື່ນໆ​ອີກ. ພວກ​ເຮົາ​ກຳ​ລັງ​ກະ​ກຽມ. ພວກ​ເຮົາ​ພ້ອມ​ແລ້ວ. ພວກ​ເຮົາ​ກຳ​ລັງ​ເຕືອນ​ບັນ​ດາ​ຄູ່​ຮ່ວມ​ທັງຫຼາຍ.”

ຄະ​ນະ​ກຳ​ມາ​ທິ​ການ​ຢູ​ໂຣບ ໄດ້​ສະ​ເໜີ​ໃນ​ອາ​ທິດ​ທີ່​ຜ່ານ​ມາ​ວ່າໃຫ້​ ຢູ​ເຄ​ຣນ ໄດ້​ຮັບ​ສະ​ຖາ​ນະ​ພາບ​ຜູ້​ຂໍ​ສະ​ໝັກ​ເຂົ້າ​ກຸ່ມ. 27 ປະ​ເທດ​ສະ​ມາ​ຊິກ​ດັ່ງ​ກ່າວ​ຈະ​ປຶກ​ສາ​ຫາ​ລື​ບັນ​ຫາ​ທີ່​ວ່າ​ນັ້ນ ແລະ ທຳ​ການ​ລົງ​ຄະ​ແນນ​ສຽງ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສຸດຍອດຂອງວັນ​ພະ​ຫັດ ແລະ ວັນ​ສຸກນີ້. ຖ້າ​ຢູ​ເຄ​ຣນ​ໄດ້​ຮັບ​ສ​ະ​ຖາ​ນະ​ພາບ​ຜູ້​ສະ​ໝັກ, ຂັ້ນ​ຕອນ​ສຳ​ລັ​ບ​ການ​ເຂົ້າ​ຮ່ວມ​ສະ​ຫະ​ພາບ​ຢູ​ໂຣບ​ຢ່າງ​ເຕັມ​ທີ່​ຈະ​ໃຊ້​ເວ​ລາຫຼາຍ​ປີ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ “ການ​ຕໍ່​ສູ້​ຢ່າງ​ດຸ​ເດືອນ​ໃນ​ພາກ​ພື້ນ ດອນ​ບາ​ສ,” ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ​ນັ້ນ ແມ່ນ​ໄດ້​ເປັນ​ຈຸດ​ເພັ່ງ​ເລັງ​ຂອງ​ການ​ປະ​ຕິ​ບັ​ດ​ການ​ຂອງ​ຣັດ​ເຊຍ​ໃນ​ສອງ​ສາມ​ເດືອນ​ທີ່​ຜ່ານ​ມາ.

ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ ເນ​ໂຕ້ ທ່ານ ເຈັນ​ສ ສ​ໂຕ​ລ​ເທັນ​ເບີກ ໄດ້​ເຕືອນ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ສົງ​ຄາມ​ຂອງ ຣັດ​ເຊຍ ໃນ ຢູ​ເຄ​ຣນ ອາດ​ຍາວ​ນານ, ແຕ່​ໄດ້​ກ່າວ​ວ່າ​ບັນ​ດາ​ພັນ​ທະ​ມິດ​ຕາ​ເວັນ​ຕົກ​ບໍ່​ຄວນຫຼຸດ​ຜ່ອນ​ການ​ສະ​ໜັບ​ສະ​ໜູນ​ຂອງ​ເຂົາ​ເຈົ້າ​ສຳ​ລັບ​ກອງ​ກຳ​ລັງ​ຂອງ ກີ​ຢິບ.

ທ່ານ ສ​ໂຕ​ລ​ເທັນ​ເບີກ ໄດ້​ກ່າວໃນໜັງ​ສື​ພິມ​ປະ​ຈຳ​ອາ​ທິດ Bild am Sonntag ວ່າ “ພວກ​ເຮົາ​ຕ້ອງ​ກຽມ​ພ້ອມ​ສຳ​ລັບ​ຂໍ້​ເທັດ​ຈິງ​ທີ່​ວ່າ​ມັນ​ອາດ​ໃຊ້​ເວ​ລາຫຼາຍ​ປີ, ພວກ​ເຮົາ​ຕ້ອງບໍ່​ຢຸດ​ການ​ສະ​ໜັບ​ສະ​ໜູນ ຢູ​ເຄ​ຣນ, ແມ່ນ​ກະ​ທັ້ງ​ທີ່​ຄ່າ​ໃຊ້​ຈ່າຍ​ແມ່ນ​ສູງ, ບໍ່​ພຽງ​ແຕ່​ສຳ​ລັບ​ການ​ສະ​ໜັບ​ສະ​ໜູນ​ທາງ​ທະ​ຫານ​ເທົ່າ​ນັ້ນ, ແຕ່​ຍ້ອນ​ລາ​ຄາ​ພະ​ລັງ​ງານ ແລະ ອາ​ຫານ​ທີ່​ເພີ່ມ​ຂຶ້ນ​ກໍ່​ຕາມ.”

ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ທ່ານ ບໍ​ຣິ​ສ ຈອນ​ສັນ, ຜູ້​ທີ່​ໄດ້​ເດີນ​ທາງ​ໄປ​ນະ​ຄອນຫຼວງ ກີ​ຢິບ ໃນ​ວັນ​ສຸກ​ທີ່​ຜ່ານ​ມາ​ດ້ວຍ​ການ​ສະ​ເໜີຊ້ອມ​ລົບ​ສຳ​ລັບ​ກອງ​ກຳ​ລັງ ຢູ​ເຄ​ຣນ ນັ້ນ, ຍັງ​ໄດ້​ເຕືອນ​ຕໍ່​ຄວາມ​ສ່ຽງ ກ່ຽວ​ກັບ “ຄວາມ​ອິດ​ເມື່ອຍ​ຂອງ​ຢູ​ເຄ​ຣນ” ໃນ​ຂະ​ນະ​ທີ່​ສົງ​ຄາມ​ກ້າວ​ເຂົ້າ​ສູ່​ຂີດ​ໝາຍ​ເດືອນ​ທີ 4 ໃນ​ບໍ່​ເທົ່າ​ໃນ​ວັນ​ຈະ​ມາ​ເຖິງນີ້.

ໃນ​ບົດ​ຄວາມ​ຄິດ​ເຫັນ​ໃນ​ໜັງ​ສື​ພິມ Sunday Times ຂອງ ລອນດອນ ນັ້ນ, ທ່ານ ຈອນ​ສັນ ໄດ້​ກ່າວ​ວ່ານີ້​ໝາຍ​ເຖິງ​ການ​ຮັບ​ປະ​ກັນວ່າ “ຢູ​ເຄ​ຣນ ຈະ​ໄດ້​ຮັບ​ອາ​ວຸດ, ອຸ​ປະ​ກອນ, ລູກ​ປືນ ແລະ ການ​ຝຶກ​ຊ້ອມ​ໄວ​ກວ່າ​ພວກ​ບຸກ​ລຸກຫຼາຍ.”

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ​ທ່ານ​ໄດ້​ໄປ​ຢ້ຽມ​ຢາມກອງ​ກຳ​ລັງ​ໃນ​ພາກ​ພື້ນ ມິ​ໂຄ​ລາ​ອິບ ທາງ​ພາກ​ໃຕ້​ຂອງ​ປະ​ເທດ, ປະ​ມານ 550 ກິ​ໂລ​ແມັດ​ທາງ​ພາກ​ໃຕ້​ຂອງ ກີ​ຢິບ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG