ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທ່ານ ເຊ​ເລັນ​ສ​ກີ ເອີ້ນ​ການ​ຊ່ວຍ​ເຫຼືອ​ຂອງ ສະ​ຫະ​ລັດ ເປັນ​ການ​ລົງ​ທຶນ​ໃນ​ຄວາມ​ປອດ​ໄພ​ ແລະ ປະ​ຊາ​ທິ​ປະ​ໄຕ​ຂອງໂລກ


ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັ​ນ​ສ​ກີ ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ຮ່ວມ​ຂອງ​ລັດ​ຖະ​ສະ​ພາ ສະ​ຫະ​ລັດ ໃນ​ຫ້ອງ​ປະ​ຊຸມ​ຂອງ​ສະ​ພາ​ຕ່ຳ, ຫໍ​ລັດ​ຖະ​ສະ​ພາ ສະ​ຫະ​ລັດ, ນະ​ຄອນຫຼວງ ວໍ​ຊິງ​ຕັນ, 21 ທັນ​ວາ 2022.
ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັ​ນ​ສ​ກີ ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ຮ່ວມ​ຂອງ​ລັດ​ຖະ​ສະ​ພາ ສະ​ຫະ​ລັດ ໃນ​ຫ້ອງ​ປະ​ຊຸມ​ຂອງ​ສະ​ພາ​ຕ່ຳ, ຫໍ​ລັດ​ຖະ​ສະ​ພາ ສະ​ຫະ​ລັດ, ນະ​ຄອນຫຼວງ ວໍ​ຊິງ​ຕັນ, 21 ທັນ​ວາ 2022.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັ​ນ​ສ​ກີ ໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ນະ​ຄອນຫຼວງ ວໍ​ຊິງ​ຕັນ ຂອງ​ທ່ານ​ ໃນ​ວັນ​ພຸດ​ວານນີ້​ດ້ວຍ​ການ​ກ່າວ​ຄຳ​ປາ​ໄສ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ກະ​ຕື​ລື​ລົ້ນ ​ຕໍ່​ໜ້າ​ກອງ​ປະ​ຊຸມ​ຮ່ວມ​ຂອງ​ລັດ​ຖະ​ສະ​ພາ ສະ​ຫະ​ລັດ, ໂດຍ​ກ່າວ​ວ່າ​ການ​ດີ້ນ​ຮົນ​ຂອງ ຢູ​ເຄ​ຣນ “ຈະ​ຖືກ​ອະ​ທິ​ບາຍ​ໃນ​ໂລກ​ທີ່​ເດັກ​ນ້ອຍ ແລະ ລູກຫຼານ​ຂອງ​ເຮົາ​ອາ​ໄສ​ຢູ່.”

ທ່ານ​ໄດ້​ກ່າວ​ວ່າ “ເຖິງ​ແມ່ນ​ວ່າ​ຈະ​ເບິ່ງ​ຄືວ່າ​ຍາກຫຼື​ເປັນ​ໄປ​ບໍ່​ໄດ້​ ແລະ ໃນສະ​ຖາ​ນະ​ການ​ທີ່​ມືດ​ມົວ​ກໍ່​ຕາມ, ຢູ​ເຄ​ຣນ ຈະ​ບໍ່​ພັ​ງ​ທະ​ລາຍ. ຢູ​ເຄ​ຣນ​ ແມ່ນ​ແຂງ​ແກ່ນ.”

ທ່ານ​ ເຊ​ເລັນ​ສ​ກີ, ຜູ້​ທີ່​ໄດ້​ກ່າວ​ຄຳ​ປາ​ໄສ​ເປັນ​ພາ​ສາ​ອັງ​ກິດ​ນັ້ນ, ໄດ້​ຂອບ​ໃຈ ສະ​ຫະ​ລັດ ສຳ​ລັບ​ການ​ສະ​ໜັບ​ສະ​ໜູນ ​ດ້ານ​ອຸ​ປະ​ກອນ​ທາງ​ທະ​ຫານ ແລະ ການ​ເງິນ​ຂອງ​ເຂົາ​ເຈົ້າ.

ທ່ານ​ໄດ້​ຮັບ​ປະ​ກັນ​ຕໍ່​ລັດ​ຖະ​ສະ​ພາ​ວ່າ “ເງິນ​ຂອງ​ພວກ​ທ່ານ ບໍ່​ແມ່ນ​ການ​ກຸ​ສົນ. ມັນ​ແມ່ນ​ການ​ລົງ​ທຶນ​ໃນ​ຄວາມ​ປອດ​ໄພ​ ແລະ ປະ​ຊາ​ທິ​ປ​ະ​ໄຕ​ຂອງ​ໂລກ ທີ່​ພວກ​ເຮົາ​ໄດ້​ຮັບ​ມື ​ໃນ​ວິ​ທີ​ທີ່​ເປັນ​ໄດ້ຫຼາຍ​ທີ່​ສຸດ.”

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ​ ໃນ​ຂະ​ນະ​ທີ່ ຣັດ​ເຊຍ ມີ​ຄວາມ​ໄດ້​ປຽບ​ ດ້ານ​ປືນ​ໃຫຍ່, ລູກ​ປືນ, ລູກ​ສອນ​ໄຟ ແລະ ເຮືອ​ບິ​ນ​ນັ້ນ, ແຕ່ “ກອງ​ກຳ​ລັງ​ປ້ອງ​ກັນ​ປະ​ເທດ​ຂອງ​ພວກ​ເຮົາແມ່ນໄດ້​ຢືນຢັດ​ຕໍ່​ສູ້.”

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ “ຢູ​ເຄ​ຣນ ຈະ​ຮັກ​ສາ​ສະ​ຖາ​ນະ​ຂອງ​ເຂົາ​ເຈົ້າ ແລະ ຈະ​ບໍ່​ມີ​ວັນ​ຍອມ​ຈຳ​ນົນ.”

ທ່ານ​ໄດ້​ສິ້ນ​ສຸດ​ດ້ວຍ​ການມອບ​ທຸງ​ການ​ຕໍ່​ສູ້​ທີ່​ຖືກມອບ​ໃຫ້​ທ່ານ​ໂດຍ​ທະ​ຫານ ຢູ​ເຄ​ຣນ​ ໃນ​ເມືອງ ບາກ​ມຸດ, ເຊິ່ງ​ຕັ້ງ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ ຢູ​ເຄ​ຣນ ບ່ອນ​ທີ່ກອງ​ກຳ​ລັງ​ຂອງ​ທ່ານ​ ໄດ້​ທຳ​ການ​ຕໍ່​ສູ້​ຢ່າງ​ໜັກ​ເປັນ​ເວ​ລາຫຼາຍ​ເດືອນ. ໃນ​ການ​ແລກ​ປ່ຽນ, ປະ​ທານ​ສະ​ພາ​ຕ່ຳ​ທ່ານ​ນາງ ແນນ​ຊີ ເພ​ໂລ​ຊີ ໄດ້​ມອບ​ທຸງ​ຊາດ ສະ​ຫະ​ລັດ ທີ່​ໄດ້​ປິວ​ສະ​ບັດ​ຢູ່​ເທິງ​ຫໍ​ລັດ​ຖະ​ສະ​ພາ​ ສະ​ຫະ​ລັດ ໃນ​ວັນ​ພຸດ​ວານນີ້.

ໃນ​ຕອນ​ເຊົ້າ​ຂອງວັນ​ພຸດ, ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໄດ້​ຕ້ອນ​ຮັບ​ທ່ານ ເຊ​ເລັນ​ສ​ກີ ເຂົ້​າ​ສູ່​ທຳ​ນຽບ​ຂາວ, ເຊິ່ງ​ແມ່ນ​ການ​ຢ້ຽມ​ຢາມ​ຄັ້ງ​ທຳອິດ​ທີ່​ຖືກ​ຮູ້​ຈັກ​ຢູ່ ນອກ ຢູ​ເຄ​ຣນ ນັບ​ຕັ້ງ​ແຕ່ ຣັດ​ເຊຍ ໄດ້​ເປີດ​ການ​ບຸກ​ລຸກ​ຕໍ່​ປະ​ເທດ​ດັ່ງ​ກ່າວ​ຂອງ​ພວກ​ເຂົາ​ໃນ​ເດືອນກຸມ​ພາ.

ທ່ານ ໄບ​ເດັນ ໄດ້​ກ່າວ​ວ່າປະ​ຊາ​ຊົນ ອາ​ເມ​ຣິ​ກັນ “ໄດ້​ຢືນ​ຢ່າງ​ພາກ​ພູມ​ໃຈ” ກັບ​ປະ​ຊາ​ຊົນ ຢູ​ເຄ​ຣນ.

​ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG